ຂ່າວພາຍໃນ
ປະທານປະເທດ ໂອ້ລົມ ພະນັກງານການນໍາ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ

ໃນຕອນເຊົ້າວັນທີ 19 ມິຖຸນາ 2020 ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ ພະນັກງານການນໍາຂັ້ນສູງ ຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງ ກັນຄວາມສະຫງົບ ຢູ່ສະໂມສອນກະຊວງປ້ອງກັນປະເທດ ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທວິໄລ ຫລ້າຄໍາຟອງ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ມີພະນັກງານການ ນໍາຂັ້ນສູງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

ໂອກາດນີ້ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານແລະ ໄຊຊະນະທີ່ກໍາລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ສ້າງມາໄດ້ໃນຕະຫລອດໄລຍະຊຸມປີຜ່ານມາ ໂດຍຢຶດໝັ້ນໃນ 2 ໜ້າທີ່ຍຸດທະສາດ ແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາ ປະເທດຊາດ ພາຍໃຕ້ການຊີ້ນໍາເດັດຂາດ ໂດຍກົງຮອບດ້ານຂອງພັກການເຄື່ອນໄຫວປັບປຸງກໍ່ສ້າງ ກໍາລັງປະກອບອາວຸດ-ກໍາລັງ ປ້ອງກັນຄວາມສະຫງົບ ໄດ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກໍາລັງທີ່ຈົ່ງ ຮັກພັກດີຢ່າງສຸດຊຶ້ງ ຕໍ່ພັກ-ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ພ້ອມກັນກ້າວຂຶ້ນເຮັດສໍາເລັດ ໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ພ້ອມນີ້, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ເນັ້ນໜັກໃຫ້ກໍາລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ໂດຍປະຕິບັດຕາມແນວທາງປ້ອງກັນຊາດ -ປ້ອງກັນຄວາມສະຫງົບຂອງພັກ ພາຍໃຕ້ການ ຊີ້ນໍາ-ນໍາພາ ຂອງຄະນະນໍາກະຊວງປ້ອງກັນປະເທດ-ຄະນະນໍາກະຊວງ ປ້ອງກັນຄວາມສະຫງົບ ຈົ່ງຕັ້ງໜ້າກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງ ທັງດ້ານປະລິມານ ແລະ ຄຸນນະພາບ, ຮັບປະກັນໃຫ້ແກ່ ການປະຕິບັດໜ້າທີ່

ໃນສະເພາະໜ້າ ແລະ ຍາວນານ; ຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກ-ນັກຮົບ ຈົ່ງໄດ້ພ້ອມກັນເຊີດຊູ ມານະຈິດປະຕິວັດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນໃນການຮັບໃຊ້ຊາດ ຮັບໃຊ້ປະຊາຊົນ, ເສີມຂະຫຍາຍມູນເຊື້ອທາດແທ້ ຂອງກໍາລັງປະກອບອາວຸດປະຕິວັດ, ປະຕິບັດຂໍ້ກໍານົດກົດລະບຽບ ຂອງກອງທັບ-ຂອງກໍາລັງປ້ອງກັນ ຄວາມສະຫງົບຢ່າງເຂັ້ມງວດ, ມີຄວາມຈົງຮັກພັກດີພໍ່ພັກ-ຕໍ່ປະເທດຊາດ, ມີທາດແທ້ປະຕິວັດ, ມີລະດັບທິດສະດີວິທະຍາສາດ, ເຕັກນິກ, ສິລະປະຍຸດ, ຍຸດທະວິທີ; ພ້ອມກັນນີ້ ກໍຕ້ອງໄດ້ສືບຕໍ່ຫັນກໍາລັງລົງ ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ຮອບດ້ານ ຢູ່ແຕ່ລະຈຸດສຸມ ກໍຄື ເຂດຫ່າງໄກສອກຫລີກໃນຂອບເຂດ ທົ່ວປະເທດໃຫ້ມີຜົນສໍາເລັດ, ເຂົ້າຮ່ວມການພັດທະນາ ທາງດ້ານເສດຖະກິດ-ສັງຄົມ, ວັດທະນະທໍາ ແລະ ກຽມພ້ອມຊ່ວຍເຫລືອປະຊາຊົນ ໃນທຸກສະຖານະການ ທີ່ອາດຈະເກີດຂຶ້ນ ໂດຍສະເພາະ ແມ່ນການສະກັ້ດກັ້ນ ແລະ ຕ້ານພະຍາດ ໂຄວິດ-19, ໄພພິບັດທາງທໍາມະຊາດ,ນອກນີ້ ກອງທັບ ແລະ ກໍາລັງປ້ອງກັນຄວາມສະຫງົບ ຈົ່ງພ້ອມກັນສຸມໃສ່ຈັດຕັ້ງຄຸ້ມຄອງ ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈ ຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ບົນພື້ນຖານຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອອກແຮງສ້າງພະລາທິການກັບທີ່ ເພື່ອຍົກສູງຄຸນນະພາບຊີວິດ ຂອງພະນັກງານ-ນັກຮົບ ຢູ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ດີຂຶ້ນເປັນກ້າວໆ.

ໃນຍາມສະຫງົບ ກໍຄື ຍາມສັນຕິພາບ, ກໍາລັງປ້ອງກັນຊາດ-ປ້ອງກັນ ຄວມສະຫງົບ ຈົ່ງໄດ້ຕັ້ງໜ້າຝຶກຝົນຫລໍ່ຫລອມ ຕົນເອງພາຍໃຕ້ສະພາບການໃໝ່ ຕາມທິດກໍ່ສ້າງກໍາລັງປະກອບ ອາວຸດ-ກໍາລັງປ້ອງກັນ ຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນ ກໍາລັງປະກອບ ອາວຸດປະຕິວັດ ທີ່ມີແບບແຜນ ແລະ ທັນສະໃໝ, ເພີ່ມທະວີຄວາມ ສາມັກຄີໃຫ້ເປັນປຶກແຜ່ນ ສືບປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນ ຮອບດ້ານຂອງພັກ, ປຸກລະດົມກໍາລັງແຮງສັງລວມ ທົ່ວປວງຊົນທັງຊາດ, ປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານ ການເມືອງພັດທະນາ ຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດ ແລະ 4 ຄາດໝາຍ 15 ວຽກຈຸດສຸມຂອງກະຊວງ ປ້ອງກັນຄວາມສະຫງົບວາງ ອອກໃຫ້ປະກົດຜົນເປັນຈິງ ເພື່ອປົກປັກຮັກສາເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນຂອງຊາດ ໄວ້ໃຫ້ໝັ້ນຄົງຕະຫລອດໄປ, ເຮັດໃຫ້ປະເທດຊາດສືບຕໍ່ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ເສດຖະກິດຂອງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ ປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກສູງດີຂຶ້ນ ເຮັດໃຫ້ເຂົາເຈົ້າປະກອບສ່ວນເຂົ້າໃນ ການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ພາຍຫລັງສໍາເລັດ ການພົບປະໂອ້ລົມ, ທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະນໍາກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ລົງຢ້ຽມຢາມໂຄງ ການກໍ່ສ້າງ ອານຸສອນສະຖານ ອະດີດຄຸກກັກຂັງຜູ້ນໍາພັກ-ແນວລາວຮັກຊາດ ຢູ່ທີ່ຄ້າຍໂພນເຄັງ ຕື່ມອີກ.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป8 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ