ສຳພາດທັງນ້ຳຕາ ພໍ່ແມ່ໝໍລຳ ອິນແຕ່ງ ຊີ້ແຈງທຸກປະເດັນ(ມີຄລິບ)

ຈາກກໍລະນີການເສຍຊີວິດຂອງໝໍລຳ ອິນແຕ່ງ ໄດ້ຕັດສິນໃຈຈົບຊີວິດຕົນເອງ ໃນວັນທີ 19/09/2022 ຢູ່ຈຸດຂົວຂ້າມນໍ້າຂອງ ລາວ-ຍີ່ປຸ່ນ

ສັງຄົມໃຫ້ຄວາມສົນໃຈ ແລະ ສົງໄສຫາສາເຫດການຄິດສັ້ນຈົບຊີວິດຕົນເອງຍ້ອນຫຍັງ

ແລະ ໃນເວລາຕໍ່ມາໄດ້ມີບົດບັນທຶກສະບັບໜຶ່ງອອກມາວ່າ: ອິນແຕ່ງຕິດເງິນຜູ້ເປັນພໍ່ຈຳນວນ 300ລ້ານ ກີບ

ຜູ້ຄົນໃນສື່ສັງຄົມອອນລາຍຈຶ່ງ ຕັ້ງປະເດັ້ນ ແລະ ສົງໄສວ່າຍ້ອນເຫດນີ້ບໍ່ເຮັດໃຫ້ ໝໍລຳ ອິນແຕ່ງ ຈົບຊີວິດຕົນເອງ

ແລະ ລ່າສຸດ ຜູ້ເປັນພໍ່ ແມ່ ໄດ້ອອກມາສຳພາດ ທັງປະເດັ້ນທັງນ້ຳຕາ

ແນວໃດກໍ່ຕາມ ທີມງານ ສື່ລາວ ພວກເຮົາເປັນກຳລັງໃຈໃຫ້ພໍ່ແມ່ຜູ້ສູນເສຍລູກສຸດທີຮັກໄປ ແລະ ຂໍໃຫ້ຜ່ານໄປດ້ວຍໄວ້.

ຄລິບສຳພາດ