ວອນຊ່ວຍເຫຼືອ ຊີວິດແມ່ລ້ຽງດ່ຽວຫລັງຜົວຕາຍປະ 5 ເດືອນ

ຜົວຕາຍຈາກເຫດການດິນເຈືອນຖົ່ມທີ່ກາສີ  ຊີວິດຕອນນີ້ ລຳບາກຫລາຍ ຕ້ອງລ້ຽງລູກນ້ອຍ 3 ຄົນ

ໄຮ່ກໍຕ້ອງເຮັດ ເງິນກໍຕ້ອງຫາ ລູກກໍຕ້ອງລ້ຽງ
ເຂົ້າຊິກິນບໍ່ມີ ເງິນຊື້ນົມໃຫ້ລູກບໍ່ມີ …ໄປໄຮ່ມື້ໃດກະໄດ້ຝາກລູກນ້ອຍໄວ້ນຳຄົນຂ້າງເຮືອນ ກັບແລງມາລູກນ້ອຍຕາຕູບຕາໂປ ຍ້ອນໄຫ້ຢາກກິນນົມແມ່ 
ແມ່ສຸດທົນທໍລະມານ ສົງສານລູກແຝດທີ່ກຳລັງເຕີບໂຕ ແຕ່ລະມື້ແມ່ໄປສົ່ງປະຢູ່ໂຮງຮຽນຕາມມີຕາມເກີດ 

…ເຄີຍມີຄົນຂໍລ້ຽງ1ຄົນ ແຕ່ດ້ວຍຫົວໃຈຄົນເປັນແມ່ ບໍ່ຍ່ອມແຍກລູກແຝດອອກຈາກກັນ ແມ່ອີຕົນຫລາຍ ລູກຍັງນ້ອຍແລະຂາດກັນບໍ່ໄດ້ … ຊິວິດຕອນນີ້ມືດ 8 ດ້ານ

ຫວັງເພິ່ງພໍ່ແມ່ຝ່າຍໃດກະລຳບາກບໍ່ຕ່າງຈາກໂຕເອງວອນຂໍ ສັງຄົມສົງສານ ແລະ ຊ່ວຍເຫລືອຄອບຄົວນີ້ແນ່ເດີ ເພິ່ນບໍ່ຂໍຫຍັງຫລາຍ ຂໍຄ່ານົມໃຫ້ລູກຫລ້າ ຊໍາຊາແມ່ໄປໄຮ່ໄປສວນປະ  …ຊຳຊາຮອດຍາມກ່ຽວເຂົ້າ ບາດກ່ຽວເຂົ້າແລ້ວກໍຈະບໍ່ໄດ້ອຶດເຂົ້າອຶດນໍ້າ …

ຊ່ວງນີ້ລຳບາກຫລາຍ ບໍ່ມີທາງອອກເລີຍ ຈຶ່ງວອນຂໍຄວາມຊ່ວຍເຫລືອຈາກສັງຄົມ..ຜູ້ມີໃຈເມດຕາ ຮ່ວມທຳບຸນຊ່ວຍເຫລືອ ໃຫ້ໂອກາດເດັກກຳພ້າ 3 ຄົນນີ້ ໄດ້ເຕີບໂຕຢ່າງແຂງແຮງດ້ວຍທ້ອນ …ສ່ວນແມ່ບໍ່ໄດ້ນິ່ງນອນໃຈ… ຖ້າແຕ່ໃຫ້ລູກຫລ້າເຊົານົມໄດ້ ກະຊິອອກເດີນທາງໄປຫາເງິນເພື່ອສົ່ງລູກຮຽນ ແມ່ຍອມທຸກຢ່າງເພື່ອຄວາມຢູ່ລອດຂອງລູກ 

ລຸງປິວ ຂໍເປັນກະບອກສຽງນ້ອຍໆ ເພື່ອວອນຂໍຄວາມຊ່ວຍເຫລືອຈາກເພື່ອນມະນຸດດ້ວຍກັນ ຊ່ວຍເຫລືອ fc ລຸງປິວແນ່…  ຮ່ວມແບ່ງປັນຜູ້ພັນສອງພັນຄ່ານົມລູກນ້ອຍ ..ຊ່ວຍຄົນຈົນມື້ນີ້ຂໍໃຫ້ເຈົ້າມັ່ງມີສີສຸກ ໃນພາຍພາກຫນ້າ 

ຄອບຄົວນີ້ ຢູ່ບ້ານຫ້ວຍພັນຫຼາ ເມືອງກາສີ ແຂວງວຽງຈັນ

ທີ່ມສ