ຢຸດອ່ານກ່ອນ ຕົ້ນທຶນຊີວິດມີບໍ່ເທົ່າກັນ 1 ໄລ້ 1ແຊ ວອນສັງສັງຄົມຊ່ວຍເຫຼືອນ້ອງເພີ່ນແດ່

ສະບາຍດີຫມູ່ເພື່ອນຊາວເພສບຸກທັງຫລາຍຂ້າພະເຈົ້າເອງ.ຊື່ວ່າ:ອາຈານບຸນເພັງ ທ່ອນແກ້ວ ສອນຢູ່ ໂຮງຮຽນ ມຕ ຫນອງໜ້ຽວ ສ່ວນຕົວກະເປັນບໍ່ມັກເອົາເລື່ອງຕ່າງໆລົງເພສບຸກດອກ ແຕ່ມາເຫັນນ້ອງນີ້ແລ້ວ (ນ້ອງຊື່ ທ້າວແຫວ່ງ ຮຽນຢູ່ຫ້ອງ ມໍ1) ເລີຍມີຄວາມຮູ້ສຶກອີ່ຕົນ ເພາະລາວເປັນຄົນທຸກຍາກຄອບຄົວຂາດເຂີນ ຊ້ຳບໍໝຳປາກລາວກະແຫວ່ງແຕ່ກຳເນີດຍ້ອນຄອບຄົວບໍ່ມີຈິງບໍ່ໄດ້ພາລູກໄປຍິບ ແຕ່ນ້ອງກະບໍ່ໄດ້ທໍ້ແທ້ໄດ໋ ນ້ອງຕັ້ງໃຈຮຽນແຖມຍັງຮຽນເກັ່ງອີກ

ເຂົ້າເລື່ອງເລີຍເນາະແຕ່ກ່ອນຕອນລາວມາຈົດຊື່ເຂົ້າຮຽນທຳອຶດຂ້າພະເຈົ້າກະບໍ່ໄດ້ອີ່ຕົນປານໃດແຕ່ກະອີ່ຕົນຢູ່ຫນ້ອຍຫນື່ງຄິດວ່າຄອບຄົວພໍຢູ່ພໍກີນທຳມະດາ ມື້ເຊົ້ານີ້ຂ້ອຍໄດ້ໄປຊື້ເຄື່ອງຢູ່ຮ້ານຄ້າແຖວບ້ານນີ້ແລະບັງເອີນເຫັນລາວມາແຕ່ຢຽມກະແຫລັບເລີຍຖາມເຂົາວ່ານ້ອງມາຢູ່ນຳໃຜໃນບ້ານນີ້ເລີຍຮູ້ວ່າມາຢູ່ນຳພີ່ນ້ອງລຶງເຄີຍແຖວນີ້ວະແຖມພີ່ນ້ອງຄອບຄົວເພີ່ນກະບໍ່ມີເຂົ້າກະບໍ່ກຸ້ມກີນອີກ ອີກຜູ້1ເລີຍເວົ້າຂື້ນວ່າຄັນທຸກປານນັ້ນກະຈັກສິຮຽນເຮັດຫຍັງວະ ຂ້ອຍໄດ້ຍິນແນວນັ້ນເລີຍຕອບໄປວ່າ ເຮັດແນວໃດສະຂຳລາວມັກຮຽນ ລາວຢາກຮຽນໃຫ້ລາວຮຽນໂລດຮຽນກະບໍ່ໄດ້ເສຍເງີນເສຍຄຳພິສັງ .

ຜູ້ນັ້ນເລີຍເວົ້າຂື້ນອີກ.ຮຽນແນວໃດຄອບຄົວກະຂາດເຂີນແຖມມາຢູ່ກະມາຢູ່ໃນຄອບຄົວຂາດເຂີນອີກລູກເຂົາກະພໍແລ້ວໆຍັງມາຕື່ມອີກວະ ຂ້ອຍໄດ້ຍີນແນວນັ້ນແຮງຮູ້ສຶກອີ່ຕົນນ້ອງຂຶ້ນຕື່ມ 1ມາກະຢ້ານລາວອອກຮຽນຮຽນ ພໍມາຮອດໂຮງຮຽນຂ້ອຍກະເຂົ້າໄປຫ້ອງມໍ1ເຫັນນ້ອງນັ່ງຂຽນຫນັງສືຢູ່ຂ້ອຍເລີຍເຂົ້າໄປຖາມ:

ຂ້ອຍ:ທ້າວແຫວ່ງນ້ອງມັກເບາະຮຽນນິ
ແຫ່ວງ:ໂດຍ ເວົ້າກິນບໍ່ຢາກຂອດປານໃດດອກຍ້ອນນ້ອງປາກແຫວ່ງ
ຂ້ອຍ:ຄັນຊັ້ນນ້ອງຕັ້ງໃຈຮຽນເດີ້ຢ່າອອກໂຮຽນໄດ໋ ຄັນເຈົ້າບໍ່ມີປື້ມຫລືອຸປະກອນການຮຽນໃຫ້ໄປຫາອາຈານເດີ້
ແຫວ່ງຕອບ:ໂດຍສີຫນ້າເພີ່ນກະຍີ້ມ ເຫັນແວວຕາຂອງລາວແລ້ວ ອາຈານກະມີຄວາມສຸກ ອາຈານກະສິຊ່ວຍເທົ່າອາຈານຊ່ວຍໄດ໋ເດີ້ແຫວ່ງ ເລີຍຊື້ປື້ມໃຫ້ຕັບ1ກັບປິກບັນທັດໃຫ້ເພີ່ນ

(ແຕ່ສິ່ງ1ທີ່ຂ້າພະເຈົ້າຢາກຂໍຢາກຂໍຄວາມຊ່ວຍເຫລືອເລື່ອງປາກນ້ອງໃຜຮູ້ບ່ອນຜ່າຕັດຫລືໂຄງການຜ່າຕັດປາກແຫວ່ງຟີຮແນະນຳແນ່ :ຖ້າເສຍເງີນຄອບຄົບນ້ອງບໍ່ມີ:ເວລານ້ອງກິນເຂົ້າກະກິນຍາກ ກີນນ້ຳກະຢາກເຂົ້າເຮ່ຍນ້ຳເຮ່ຍເວົ້າກະຍາກແຖມຍັງບໍ່ຢາກກ້າຫລີ້ນນຳຫມູ່ຍ້ອນວ່າລາວອາຍ

ເຫັນນັ່ງຜູ້ດຽວຕະຫລອດບໍ່ມັກຢາກຫລີ້ນນຳຫມູ)

ຈາກ: ຫລ້າ ທ່ອນແກ້ວ