ແດ່ ອິນແຕ່ງ ແກ້ວບົວລາ ຜູ້ເປັນດາວປະດັບຟ້າ(ປະຫວັດ)

ອິນແຕ່ງ ແກ້ວບົວລາ ຫລື ອິນແຕ່ງ ດອກຟ້າເພັດໂພນທອງ ກຳເນີດແລະເຕີບໃຫຍ່ຢູ່ໃນຄອບຄົວໝໍລຳ. ພໍ່ເປັນໝໍລຳນັ່ງ. ສ່ວນແມ່ເປັນໝໍລຳເລື່ອງຕໍ່ກອນ. ອິນແຕ່ງ ຈິ່ງຊຶມຊັບເອົາການຂັບລຳ ໂດຍສະເພາະ ລຳໂສມ ແລະ ລຳສີພັນດອນ ຕັ້ງແຕ່ຍັງນ້ອຍ.

ທຸກຄັ້ງທີ່ລົດມາຮັບເອົາພໍ່ໄປລຳ ນາງກໍ່ຈະແອ່ວຕິດສ້ອຍຫ້ອຍຕາມໄປນຳສະເໝີ ເພາະຄວາມຢາກຮູ້ຢາກເຫັນ. ຕອນຮຽນຢູ່ຊັ້ນປະຖົມ ສາວຄູຢາກໃຫ້ອິນແຕ່ງເປັນຕົວແທນຂອງໂຮງຮຽນໄປແຂ່ງລຳ ຍ້ອນວ່ານາງເປັນລູກໝໍລຳ ຄືຊິລຳໄດ້. ແຕ່ໃນຄວາມເປັນຈິງແລ້ວ ໃນຕອນນັ້ນ ນາງລຳຍັງບໍ່ເປັນເລີຍ.

ພໍ່ຈິ່ງເລີ່ມແຕ່ງກອນໃຫ້ທ່ອງ ຈາກກອນໜຶ່ງ ເປັນສອງກອນ ແລະ ແຕ່ງໃຫ້ເລື້ອຍໆ. ເມື່ອພໍ່ຝຶກແອບໝໍລຳຄົນອື່ນ ນາງກໍ່ມັກໄປຈອບຟັງແລະຈົດຈຳ. ພໍພໍ່ຫັນມາສອນໃຫ້ພຽງເລັກນ້ອຍ ນາງກໍ່ລຳເປັນໂລດ.

ຫລັງຈາກທ່ອງກອນລຳໄດ້ຫລາຍກອນ ແລະ ລຳເປັນແດ່ ພໍ່ກໍ່ເລີ່ມໃຫ້ລອງລຳໃນງານຕົວຈິງ. ຫລັງເລີກຮຽນວັນສຸກ ແລະ ເສົາທິດ ພໍ່ກໍ່ຈະເອົາອິນແຕ່ງ ໄປນັ່ງລຳນຳ.

ທຳອິດ ນາງຈະລຳດ້າມກອນສອງກອນ ແລ້ວໄປລີ້ຫລັງໝໍແຄນເພື່ອນອນຈົນກວ່າງານຈະເລີກ. ແຕ່ພໍໄດ້ໄປລຳຫລາຍບ້ານຫລາຍເມືອງ ມີຊາວບ້ານຍ້ອງຍໍໍຊົມເຊີຍ ອິນແຕ່ງກໍ່ເລີ່ມຕິດອົກຕິດໃຈ ຢາກລຳຫລາຍກອນຂື້ນ.

ຈຸດປ່ຽນສຳຄັນໜຶ່ງຂອງຊີວິດອິນແຕ່ງ ຄືຕ້ອງໄດ້ເລືອກລະຫວ່າງການຮຽນຕໍ່ ຫລື ຊິອອກມາເປັນຫມໍລຳເຕັມໂຕ ຕອນນາງຮຽນຢູ່ຊັ້ນມໍ 3 ໃນປີ 2004-5. ຍ້ອນຜົນການຮຽນບໍ່ດີຄືໝູ່ຄົນອື່ນ, ນາງຮູ້ສຶກວ່າ ເຖິງຊິຝືນຮຽນຕໍ່ ກໍ່ບໍ່ເກີດປະໂຫຍດຫຍັງ, ປະກອບກັບຕອນນັ້ນ ສະພາບເສດຖະກິດຄອບຄົວກໍ່ຫຍຸ້ງຍາກແດ່ ນາງບໍ່ຢາກເປັນພາລະຂອງພໍ່ແມ່, ດັ່ງນັ້ນ, ອິນແຕ່ງຈິ່ງເລືອກເສັ້ນທາງເປັນໝໍລຳເຕັມໂຕ ແລະ ທຸ້ມເທທຸກຢ່າງໃຫ້ກັບອາຊີບນີ້ຕັ້ງແຕ່ນັ້ນເປັນຕົ້ນມາ.

ອິນແຕ່ງເລົ່າວ່າ:

“ອອກໂຮງຮຽນມາ ແລ້ວຍ້າຍຖິ່ນຖານມາຢູ່ບ້ານຄັນແຍງນີ້ (ເມືອງໂພນທອງ, ແຂວງຈຳປາສັກ) ແລ້ວນ້ອງບຸກທ່ອງກອນລໍາ ແບບວ່າຄັນກາງຄືນກະທ່ອງຕັ້ງແຕ່ ກິນເຂົ້າແລງແລ້ວຈົນຮອດ 8-9 ໂມງກາງຄືນຈຶ່ງໄດ້ນອນ. ແຕ່ເຊົ້າກະແມ່ນ 4 ໂມງ 5 ໂມງ ລຸກມາໜຶ້ງເຂົ້າກະທ່ອງກອນລໍານໍາ.

ຕັ້ງໃຈທ່ອງອີ່ຫລີ ຍ້ອນວ່າມັນຈໍາເປັນທີ່ເຮົານີ້ໄດ້ກອນລໍາຫລາຍໆ ເພື່ອຊິໄປລໍາເພາະວ່າຕັດສິນອອກໂຮງຮຽນມາແລ້ວ ເຮົາຊິໄປລໍາ ເປັນໝໍລໍາເຕັມໂຕ.”

ອິນແຕ່ງ ທ່ອງຈຳບົດກອນລຳທີ່ພໍ່ແຕ່ງໃຫ້ ແລະ ຝຶກແອບຢ່າງໜັກເປັນເວລາ 1 ປີ ຈິ່ງເລີ່ມຮັບງານຢ່າງຈິງຈັງ ໂດຍສະເພາະລຳນັ່ງ (ລຳສີພັນດອນ).

ຈາກໄປລຳເສີມຊ່ວຍພໍ່ ແລະ ໝໍລຳລຸ້ນໃຫຍ່, ອິນແຕ່ງ ເລີ່ມໄດ້ຮັບໂອກາດຈາກຜູ້ໃຫຍ່ ໃຫ້ເລີ່ມໄປລຳນັ່ງເປັນໂຕຫລັກ ໃນໄວພຽງ 13-14 ປີ ເທົ່ານັ້ນ.

ໃນປີ 2008-2009 ຕອນອາຍຸ ໄດ້ 15-16 ປີ, ອິນແຕ່ງກໍ່ຖືກປັ້ນໃຫ້ເປັນນາງເອກໝໍລຳເລື່ອງຕໍ່ກອນ ແທນນາງເອກປະຈຳຄະນະທີ່ກຳລັງຖືພາໃກ້ຈະຄອດລູກ. ໄລຍະທຳອິດທີ່ເປັນໝໍລຳເລື່ອງກໍ່ມັກມີຫາງສຽງຈາກຜູ້ເບິ່ງຜູ້ຟັງວ່າລຳບໍ່ຄ່ອງບໍ່ໄຫລປານໃດ. ແຕ່ນາງບອກວ່າ:

“ແຕ່ກະເປັນຄົນທີ່ຖືຄະຕິວ່າ ດ້ານໄດ້ອາຍອົດ; ລໍາໄດ້ສໍ່າໃດ ກະລໍາສໍ່ານັ້ນ. ຄົນຊິວ່າມາຈັ່ງໃດກະວ່າ. ນ້ອຍໃຈຢູ່ໜ້ອຍໜຶ່ງ ແຕ່ກະຍັງບໍ່ສູ້ຄວາມມຶນຂອງເຮົາທີ່ວ່າ ຢາກບືນລໍາ….”

ຕໍ່ມາບໍ່ນານ ອິນແຕ່ງ ກໍ່ເລີ່ມໄດ້ຮັບຄວາມຊື່ນຊົມ ແລະ ຖືກເວົ້າເຖິງເປັນວົງກວ້າງ ຍ້ອນເປັນໄວລຸ້ນ ແຕ່ມີຄວາມສາມາດໃນການຂັບລຳທ້ອງຖິ່ນພາກໃຕ້ ແລະ ມີນໍ້າສຽງທີ່ເປັນເອກະລັກ (ສຽງແຫບສະເໜ່) ເພາະຕອນນັ້ນ ໝໍລຳສ່ວນໃຫຍ່ ຈະເປັນລຸ້ນໃຫຍ່, 40-50 ປີແລ້ວ.

ການທີ່ໄວລຸ້ນລຳທ້ອງຖິ່ນໄດ້ດີ ຈິ່ງເປັນສິ່ງແປກໃໝ່ ແລະ ດຶງດູດຄວາມສົນໃຈ ຈົນເກີດມີການຈ້າງງານຢ່າງລຽນຕິດ ຈາກການບອກເລົ່າປາກຕໍ່ປາກຂອງຜູ້ເບິ່ງຜູ້ຟັງ.

ໃນໄລຍະປີ 2009-2014 ຖືເປັນໄລຍະທີ່ອິນແຕ່ງມີຊື່ສຽງແລະໄດ້ຮັບຄວາມນິຍົມທີ່ສຸດ ພ້ອມທັງຄະນະດອກຟ້າເພັດໂພນທາງ ໂດຍສະເພາະໃນບັນດາ 4 ແຂວງພາກໃຕ້. ອິນແຕ່ງເວົ້່າວ່າ: ຊ່ວງງານຫຸ້ມຫລາຍ, ເດືອນໜຶ່ງ ໄດ້ນອນເຮືອນພຽງແຕ່ 2-3 ມື້ເທົ່ານັ້ນ.

“ເພາະໃນຄວາມຄິດເຮົາຄິດວ່າເຮົາຕ້ອງຟ້າວລໍາພວມເຂົາຍັງຈ້າງ. ຄັນເຮົາຊິບໍ່ຮັບງານ ມາລຽນກັນເລີຍຫັ້ນນະ ມາຄິດພໍ້ວ່າຈັກມື້ໃດ ເຂົາຊິເຊົາຈ້າງເຮົາ. ມັນກະເລີຍເຮັດໃຫ້ເຮົາຕ້ອງໄດ້ບຸກບືນໃນ ຊ່ວງນັ້ນ ແລະ ອີກສ່ວນໜຶ່ງກະຄົນແນມເບິ່ງວ່າເຮົາຫັ້ນເຫັນແກ່ເງິນຈົນບໍ່ຈັກພັກຈັກຜ່ອນ; ເຂົາບໍ່ຮູ້ວ່າຄວາມຈໍາເປັນຂອງເຮົາເປັນແນວໃດ.”

ອິນແຕ່ງເປັນທີ່ຮູ້ຈັກໃນຖານະເປັນໝໍລຳສີພັນດອນ ແລະ ລຳໂສມ. ທຸກການສະແດງຂອງຄະນະ ກໍ່ມັກໃຫ້ນາງເປັນຜູ້ເປີດ ດ້ວຍກອນລຳສີພັນດອນ ຫລື ລຳໂສມ ເປັນປະຈຳ.

ແຕ່ພໍຮອດປີ 2015 ເປັນຕົ້ນມາ ເລີ່ມມີຄະນະໝໍລຳນ້ອງໃໝ່ເກີດຂື້ນຫລາຍ. ໃນທາງກັບກັນ, ຜູ້ຈ້າງງານພັດເລີ່ມມີໜ້ອຍລົງ ແຕ່ເລືອກຫລາຍຂື້ນ ແລະ ຕ້ອງການຈ້າງໃນລາຄາທີ່ຖືກລົງ.

ອິນແຕ່ງແລະຄະນະ ໄດ້ມີການເພີ່ມລາຍການສະແດງ ໃຫ້ມີຫລາກຫລາຍສີສັນຂື້ນ ເພື່ອຕອບສະໜອງກັບຄ່ານິຍົມທີ່ປ່ຽນໄປ ໂດຍມີທັງລຳນັ່ງ (ລຳສີພັນດອນ), ລຳເລື່ອງຕໍ່ກອນ, ລຳຊິ້ງ…. ອິນແຕ່ງເອງກໍ່ໄດ້ຫັນມາຮ້ອງເພງລູກທົ່ງບ້ານນາຫລາຍຂື້ນ ເພາະເປັນສິ່ງທີ່ນາງມັກຕັ້ງແຕ່ຍັງນ້ອຍ (ນອກຈາກການລຳ) ແລະ ໄດ້ອອກອາລະບໍ້າເພງ ແລະ ຂັບລຳ ຮ່ວມກັບໝໍລຳໃນຄະນະ.

ຜົນງານເພງທີ່ເຮັດໃຫ້ຄົນຮູ້ຈັກອິນແຕ່ງຫລາຍຂື້ນ ລວມມີ ສາວຈຳປາສັກຮັກຈິງ, ເຊົ້າສອງ ແລງສາມ, ຜ່ານຊາຍອ້າຍຍັງເອົາ….

ອິນແຕ່ງ ຖືກເຊີນໄປສະແດງທົ່ວລາວ ແລະ ປະເທດເພື່ອນບ້ານຫລາຍຄັ້ງ ພ້ອມທັງມີການຮ່ວມສ້າງຜົນງານກັບວົງດົນຕີປະເທດໄທຫລາຍຜົນງານ.

ໃນໄລຍະໂຄວິດ-19, ອິນແຕ່ງພ້ອມດ້ວຍຄະນະ ກໍ່ປະສົບປັນຫາຄືກັບຫລາຍໆອາຊີບ ທີ່ບໍ່ມີງານຈ້າງ ແຕ່ຍັງຕ້ອງໄດ້ດິ້ນຮົນໃຫ້ຢູ່ລອດ.

ນາງຫັນໄປເຮັດອາຊີບເສີມຫລາຍຢ່າງ ຕັ້ງແຕ່ຂາຍນໍ້າປັ່ນ, ເປີດຮ້ານຂາຍຕໍາແລະອາຫານຕາມສັ່ງ, ຂາຍເລກ, ເປັນແມ່ຄ້າອອນລາຍ… ເພື່ອຈຸນເຈືອຄອບຄົວ ໃນຂະນະທີ່ລໍຖ້າການຈ້າງງານໃຫ້ກັບມາເປັນປົກກະຕິ.

ອິນແຕ່ງເຄີຍເວົ້າວ່າ: ໃນໄລຍະທີ່ມີຊື່ສຽງ ນາງປຽບເໝືອນດາວປະດັບງານ ທີ່ໃຜໆກໍ່ຊື່ນຊົມແລະໝາຍປອງ.

ແຕ່ໄລຍະຫລັງໆມາ ເມື່ອກະແສຫລຸດລົງ ນາງປຽບໂຕເອງເປັນເໝືອນດັ່ງດອກໄມ້ປະດັບງານ,

“ຊິເປັນດອກໄມ້ປະດັບຍ້ອນວ່າມັນມີຫຼາຍຄົນສາມາດເຮັດໄດ້ສໍ່າກັນກັບເຮົາ. ແຕ່ເຮົາກະບໍ່ທັນທໍ້ໃຈຢູ່ບ່ອນວ່າ: ດອກໄມ້ຕົ້ນໜຶ່ງມັນຊິມີຫລາຍດອກ. ຄົນກໍ່ຈະເລືອກເອົາວ່າເຂົາຊິເອົາດອກໃດ….ອັນເຂົາມັກດອກທີ່ເກີດມາກ່ອນ ຫຼື ວ່າຊິມັກດອກທີ່ກໍາລັງຊອນມາໃໝ່ – ມັນກະກິ່ນຫອມຕ່າງກັນ; ກະແລ້ວແຕ່ຜູ້ມັກ.

ໄລຍະຜ່ານມາບໍ່ວ່າ ງານເຮົາຈະຫລຸດລົງຫລືບໍ່ຫລຸດ ແຕ່ເຮົາກໍ່ຍັງດີໃຈຢູ່ບ່ອນວ່າ ຄົນເຄີຍຈ້າງເຮົາໄປລໍາຕັ້ງແຕ່ປີ 2007-2008…ຫລາຍປີຜ່ານມາເຂົາຍັງຖາມຫາເຮົາຢູ່; ເຂົາຍັງນໍາມາຈ້າງເຮົາຢູ່…ເຮົາກະຊິບໍ່ໝົດອາຍຸການລໍາ (ໄວໆນີ້)ດອກ; ຄືຊິຍັງມີຜູ້ຟັງເຮົາຢູ່.”