ຮ່ວມໄວ້ອາໄລກັບການຈາກໄປຂອງໝໍລຳຊຽງ ຜູ້ເປັນເຈົ້າຂອງຜົນງານເພງ “ປາຄໍ່ໃຫຍ່” – ສື່ລາວ.ຄອມ
Connect with us

ຂ່າວບັນເທິງ

ຮ່ວມໄວ້ອາໄລກັບການຈາກໄປຂອງໝໍລຳຊຽງ ຜູ້ເປັນເຈົ້າຂອງຜົນງານເພງ “ປາຄໍ່ໃຫຍ່”

Published

on

ໝໍລຳຊຽງສະຫວັນ ເຈົ້າຂອງຜົນງານເພງ ປາຄໍ່ໃຫຍ່
ໄດ້ເສຍຊີວິດລົງແລ້ວໃນເວລາ 15:20 ຂອງວັນທີ 19.09.2022

ທາງຄອບຄົວຂອງໝໍລຳຊຽງສະຫວັນໄດ້ຕົກລົງເຫັນດີໃຫ້ໃຊ້ບັນຊີຂອງ ອ.ຈ ໂປ້ທົ່ງປາງ ເຊິ່ງເປັນທີມງານແລະເປັນຜູ້ໃກ້ຊິດກັບຄອບຄົວຂອງພໍ່ໃຫຍ່ຊຽງ

ເພື່ອເປັນຊ່ອງທາງຮັບນ້ຳໃຈຈາກແຟນເພງເພາະວ່າພັນລະຍາຂອງ ອ.ຈ ຊຽງສະຫວັນ ບໍ່ມີບັນຊີທະນາຄານຂອງເພິ່ນເອງ.


ເລກບັນຊີ : 038 1200 01590 933 001
ຊື່ບັນຊີ : MR. PHONE BOUNMANY

ທີມງານ ສື່ລາວ ແລະ YoulikeLao ຂໍຮ່ວມໄວ້ອາໄລ ແລະ ສະແດງຄວາມເສຍໃຈມາຍັງຄອບຄົວຂອງໝໍລຳຊຽງກັບການສູນເສຍໃນຄັ້ງນີ້ດ້ວຍ.

Continue Reading

ຂ່າວບັນເທິງ

ຊົມເຊີຍ! ທັງງານທັງເກັ່ງ Miss Universe Laos ໄດ້ໃຫ້ສະພາດແກ່ລາຍການຊື່ດັງ 3 the CW Las Begas ຂອງ ສ.ອາເມລິກາ

Published

on

ນາງ ປ່າເຢັ້ງຊ່າ ລໍ່ Miss Universe Laos ໄດ້ໃຫ້ສຳພາດທີ່ປະເທດອາເມຣິກາ ໃນລາຍການ KSNV News 3 Las Vegas ເຊິ່ງໄດ້ເວົ້າກ່ຽວກັບຄວາມສຳຄັນທາງວັດທະນະທຳ ຂອງການໄດ້ຮັບມົງກຸດ.

ໃນວັນທີ 29 ທັນວາ 2022 ໃນການໃຫ້ສະພາດກັບ News 3 Today ນາງ ປ່າເຢັ້ງຊ່າ ໄດ້ບອກຕໍ່ພິທີກອນເຖິງຄວາມມັກຮັກໃນກິລາເທຄວນໂດ ເຊິ່ງມັນເປັນສິ່ງສຳຄັນຫຼາຍໃນການຮັກສາສຸຂະພາບກາຍ ແລະ ໃຈໃຫ້ແຂງແຮງ ລວມເຖິງງານຊ່ວຍເຫຼືອຕ່າງຂອງລາວ.

ນາງ ປ່າເຢັ້ງຊ່າ ລໍ່ ເປັນນາງງາມຊົນເຜົ່າມົ້ງທຳອິດຂອງລາວ ທີ່ໄດ້ຄວ້າຕຳແໜ່ງ Miss Universe Laos.

ພິທີກອນ Kim Wagner ໄດ້ຍ້ອງກ່ຽວກັບ ຄວາມສາມາດທັກສະການໃຊ້ພາສາອັງກິດຂອງນາງ.

ການປະກວດ Miss Universe Laos ຄັ້ງທີ 71 ຈະຈັດຂຶ້ນທີ່ເມືອງນິວອໍລີນ ລັດລຸຍເຊຍນາ ໃນວັນທີ 14 ມັງກອນ 2023.

….

ຄລິບ:

Continue Reading

ทั่วไป

ບໍ່ສົນຄຳຄົນ ມຸ່ງເຮັດຕາມຝັນ ຊື້ລົດຊື້ເຮືອນ ເພື່ອໃຫ້ພໍ່ແມ່ສະບາຍ

Published

on

By

ຊົມເຊີຍ! ນັກຮ້ອງໜຸ່ມ STS73 ເຮັດຕາມຝັນຮ້ອງເພງ ຫາເງິນຊື້ລົດໃຫຍ່ຄັນງາມມາຂີ່ໄດ້ ເປັນຕົວຢ່າງທີ່ດີແກ່ໄວໜຸ່ມລາວ

STS73 ຫຼື ຊື່ແທ້ ທ້າວ ສຸລິ ນັນທະວົງ ນັກຮ້ອງໄວໜຸ່ມທີ່ມີຜົນງານເພງດັງຫຼາກຫຼາຍ ແລະ ມີຖານແຟນຄັບ ທັງລາວ ແລະ ປະເທດເພື່ອນບ້ານອີກຫຼາຍ ແຕ່ຊີວິດຂອງນ້ອງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ

ທຸກຄົນມີຄວາມຝັນເປັນຂອງຕົນເອງນ້ອງສຸລິກໍ່ເຊັ່ນດຽວກັນນ້ອງແຈ້ງເກີດຈາກການຮ້ອງເພງນໍາໝູ່ເພງ ບ່າວກໍາມະກອນ

ຕອນນັ້ນດັງຢູ່ Tiktok ທັງປະເທດໄທ ແລະ ລາວ ໃນພາບ MV ມີແຕ່ສຽງເພງແລະນໍ້າສຽງທີ່ສໍາຜັດເຖິງຄຸນະພາບໄດ້ເພາະ ພາບ MV ແມ່ນນ້ອງເອົາໂທລະສັບຖ່າຍພາບມັນຄ່ອນຂ້າງບໍ່ແຈ້ງ ແຕ່ດ້ວຍນໍ້າສຽງ ແລະ ຄວາມໝາຍຂອງເນື້ອເພງໄດ້ກິນໃຈທັງຄົນລາວ ແລະ ໄທ ຈົນຕອນນີ້ເຮັດໃຫ້ເພງນີ້ມີຍອດວິວຫຼາຍເຖິງ 31,000,000 ວິວ

ດ້ວຍຄວາມສຳເລັດນີ່ຈຶ່ງເຮັດໃຫ້ STS73 ສາມາດຊື້ລົດໃຫຍ່ຄັນງາມ ຈາກເງິນໃນການຮ້ອງເພງນັ້ນເອງ ແລະຈັ່ງໃດຕ້ອງຂໍສະແດງຄວາມຍິນດີນໍາ STS73 ທີ່ບອກເລີຍວ່າວົງການຮ້ອງເພງໄວໜຸ່ມ

ແມ່ນປະສົບຜົນສໍາເລັດຫຼາຍ ແລະໜຶ່ງໃນນັ້ນກໍໜຸ່ມຄົນນີ້ແຫຼະ ຊົມເຊີຍ ແລະ ຝາກຕິດຕາມຜົນງານ ສະໜັບສະໜຸນຜົນງານຂອງ Sts73 ແນ່ເດີ້ ເຊື່ອວ່າທຸກຄົນຈະມີມື້ນີ້ ຂຶ້ນກັບເວລາໃຜມັນ

ຂໍອະນຸຍາດໃຊ້ຮູບພາບແດ່ເດີ້ນ້ອງສຸລິ

Continue Reading

ຂ່າວບັນເທິງ

ພິ້ງກີ້ ສາວິກາ ດາລາສາວຊື່ດັງຂອງໄທ ໄດ້ຮັບປະກັນໂຕແລ້ວ​ ເງິນປະກັນຕົວຈຳນວນ 5 ລ້ານບາດ.

Published

on

ພິ້ງກີ້ ສາວິກາ ຖືກກັກໂຕ ວັນທີ​ 18 ສິງຫາ​ 2022 ໃນຂໍ້ຫາຄະດີ ແຊຕ່ອງໂສ້ (Forex 3D).

ການປະກັນຕົວຄັ້ງນີ້​ ຕ້ອງເປັນໄປຕາມກຳນົດຂອງສານຄື:

ຫ້າມເດີນທາງອອກຈາກປະເທດໄທ

– ຫາກມີການຍ້າຍຖິ່ນຖານຕ້ອງແຈ້ງພາຍໃນ​ 7​ ວັນ

– ຕ້ອງລາຍງານຕົວທຸກໆເດືອນ​ ຈົກວ່າຈະມີການປ່ຽນແປງ

– ຕ້ອງແຈ້ງຕຳຫລວດ ຕມ ຮັບຮູ້ນຳ.

Cr: Thairath

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້