ກອງປະກວດ Miss Fabulous Laos ທີ່ເປີດໂອກາດໃຫ້ສາວງາມຂ້າມເພດ (ສາວປະເພດສອງ)ປະກາດຢຸດຕິການເຄື່ອນໄຫວ

ປະກາດ ກອງປະກວດ Miss Fabulous Laos ຂໍແຈ້ງໃຫ້ທຸກທ່ານຮັບຊາບວ່າ: “ໂຄງການປະກວດ Miss Fabulous Laos 2022 ທີ່ເປີດໂອກາດໃຫ້ສາວງາມຂ້າມເພດ (ສາວປະເພດສອງ)

ສາມາດຮ່ວມປະກວດໄດ້ກັບແມ່ຍິງແທ້ໂດຍກຳເນີດ” ຕ້ອງໄດ້ຖືກຢຸດຕິການເຄື່ອນໄຫວ ແລະ ໂຈະກິດຈະກຳທັງໝົດລົງ ຊຶງເລີ່ມຕັ້ງແຕ່ບັດນີ້ເປັນຕົ້ນໄປ

ເພື່ອອີງຕາມໜັງສືແຈ້ງການຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

  1. ສະບັບເລກທີ 766 / ຫກ, ລົງວັນທີ 24 ສິງຫາ 2022
  2. ສະບັບເລກທີ 830 / ຫກ, ລົງວັນທີ 09 ກັນຍາ 2022 ດັ່ງນັ້ນ ກອງປະກວດ Miss Fabulous Laos ຂໍຂອບໃຈມາຍັງຜູ້ສະໜັບສະໜູນທຸກທ່ານ ແລະ ທຸກພາກສ່ວນ ລວມໄປເຖິງບັນດາແຟນໆນາງງາມທຸກຄົນ ທີ່ໃຫ້ການສະໜັບສະໜູນກອງປະກວດພວກເຮົາມາໂດຍຕະຫຼອດ ສຸດທ້າຍນີ້ ພວກເຮົາຫວັງຢ່າງຍິ່ງວ່າໃນອະນາຄົດອັນໃກ້ໆນີ້ ຈະມີກົດໝາຍອອກມາຮັບຮອງສິດທິຂັ້ນພື້ນຖານ ໃຫ້ແກ່ກຸ່ມຄົນຫຼາກຫຼາຍທາງເພດ ຫຼື LGBTQ+ ໃຫ້ມີຄວາມເທົ່າທຽມໃນສັງຄົມດ້ວຍ

ຂໍຂອບໃຈ