ບໍລິສັດທາງລົດໄຟລາວ-ຈີນ ໄດ້ເລີ່ມເກັບຄ່າຈອດຍານພາຫະນະແລ້ວ

ໂດຍຜ່ານມາ ວັນທີ 11 ກັນຍາ 2022 ບໍລິສັດທາງລົດໄຟລາວ-ຈີນ ໄດ້ປະກາດວ່າ:

“ການຄຸ້ມຄອງ ແລະ ຈັດສັນການບໍລິຫານຈອດລົດ(ຮັບ-ສົ່ງຜູ້ໂດຍສານ) ໃຫ້ທຸກທ່ານອຸ່ນໃຈໃນຄວາມປອດໄພ ແລະ ສາມາດຈອດລົດຄ້າງຄືນໄດ້ໂດຍບໍ່ຕ້ອງເປັນຫ່ວງ!

ຕໍ່ໄປທຸກທ່ານຈະບໍ່ຕ້ອງເປັນຫ່ວງທີ່ຈະຈອດລົດທັງຊົ່ວຄາວ ແລະ ຄ້າງຄືນຢູ່ໜ້າສະຖານີລົດໄຟນະຄອນຫຼວງວຽງຈັນອີກຕໍ່ໄປ, ເພາະບໍລິສັດ Boten Frontier Services Limited ຈະເປັນຜູ້ຮັບໜ້າທີ່ໃນການຮັກສາຄວາມປອດໄພຍານພາຫະນະທີ່ມາຈອດຢູ່ຫນ້າສະຖານີ, ບັນດາທ່ານຜູ້ໂດຍສານ ແລະ ຍາດຕິພີ່ນ້ອງທີ່ມາຮັບ-ສົ່ງ ສາມາດຈອດລົດບໍ່ວ່າຈະກາງເວັນ ຫຼື ກາງຄືນ ໂດຍບໍ່ຕ້ອງເປັນຫ່ວງເລື່ອງຄວາມປອດໄພຂອງຍານພາຫະນະຂອງທ່ານອີກຕໍ່ໄປ.

ນັບແຕ່ວັນທີ 12 ເດືອນກັນຍາ 2022 ເປັນຕົ້ນໄປ ຈະເລີ່ມທົດລອງການເກັບຄ່າຈອດຍານພາຫະນະຄື: ລົດຈັກ 5,000 ກີບ/ຄັ້ງ, ພາຫະນະທົ່ວໄປ (ບໍ່ເກີນ 7 ບ່ອນນັ່ງ) 10,000 ກີບ/ຄັ້ງ, ລົດເມຂະໜາດກາງ ແລະ ຂະໜາດໃຫຍ່ 30,000 ກີບ/ຄັ້ງ. ສຳລັບລົດທີ່ຈອດຄ້າງຄືນ (ບໍ່ວ່າຈະເປັນລົດປະເພດໃດ) ແມ່ນ 80,000 ກີບ/ຄັນ/ຄັ້ງ. ໂດຍລາຄາທີ່ກ່າວມາຂ້າງເທິງນີ້ ແມ່ນປະຕິບັດຕາມມາດຕະຖານ ທີ່ໄດ້ອະນຸມັດຈາກພະແນກການທີ່ກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ໃນກອງປະຊຸມທີ່ຈັດຂຶ້ນໃນວັນທີ 30 ສິງຫາ 2022.

ພ້ອມນັ້ນ, ຍັງມີສິ່ງອໍານວຍຄວາມສະດວກໂດຍການສະໜອງບໍລິການຫ້ອງນ້ຳສາທາລະນະຢູ່ນອກສະຖານີລົດໄຟ, ຄາດວ່າຈະສາມາດໃຫ້ບໍລິການໃນໄວໆນີ້, ໂດຍຫ້ອງນຳ້ຈະບໍລິການໂດຍບໍລິສັດ Boten Frontier Services Limited ແລະ ຈະເກັບຄ່າບໍລິການ 3.000 ກີບ/ຄົນ/ຄັ້ງ.

ນອກນີ້, ທາງສະຖານີລົດໄຟລາວ-ຈີນ ກໍມີຫ້ອງນຳ້ບໍລິການ ຢູ່ເຂດຮ້ານຄ້າສຳລັບຜູ້ໂດຍສານທີ່ມາຊື້ປີ້ລົດໄຟ ຫຼື ລໍຖ້າລົດໄຟສາມາດຊົມໃຊ້ໂດຍບໍ່ເສຍຄ່າ, ເຊິ່ງເປັນການອຳນວຍຄວາມສະດວກໃນຫຼາຍຮູບແບບ ເພື່ອໃຫ້ທຸກໆທ່ານທີ່ເຂົ້າມາໃຊ້ບໍລິການທາງລົດໄຟລາວ-ຈີນ ໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ.”

ແຕ່ໃນໂຕຈິງ ສຳລັບເນື້ອໃນຂໍ້ຄວາມຂອງປີ້ຝາກລົດມີຄືດັ່ງນີ້: