ວຽກງານກວດກາພັກ-ລັດ ແລະ ສະກັດກັ້ນຕ້ານ ການສໍ້ລາດບັງຫລວງ ລ້ວນແຕ່ເປັນວຽກອັນຮີບດ່ວນ

ໃນໂອກາດ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊະນະຄາມ ແຂວງວຽງຈັນ ໃນວັນທີ 9ກັນຍາ ຜ່ານມາ, ທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານສໍ້ລາດບັງຫລວງຂັ້ນສູນກາງໄດ້ໂອ້ລົມ ແລະ ໃຫ້ທີດຊີ້ນໍາຕໍ່ອົງການປົກຄອງເມືອງຊະນະຄາມໃຫ້ເອົາໃຈໃສ່ຕໍ່ກັບວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນຕ້ານການສໍ້ລາດບັງຫລວງ ເຊິ່ງລ້ວນແຕ່ເປັນວຽກງານອັນຮີບດ່ວນ, ການກວດກາ ກໍຄື ເນື້ອໃນອັນໜຶ່ງຂອງການນຳພາ, ແບບແຜນອັນໜຶ່ງຂອງການປະຕິບັດໜ້າທີ່ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ສ້າງການຫັນປ່ຽນແຂງແຮງເລິກເຊິ່ງຮອບດ້ານ.

ພ້ອມນີ້, ໃຫ້ພະຍາຍາມລົງເລິກການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຜັນຂະຫຍາຍເນື້ອໃນຈິດໃຈຂອງ ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ທີ່ຄະນະເລຂາທິການສູນກາງພັກເປັນຜູ້ຊີ້ນຳໂດຍກົງ, ສະນັ້ນ ຄະນະພັກ ແລະ ຜູ້ນຳພາຄຸ້ມຄອງແຕ່ລະຂັ້ນຕ້ອງກຳແໜ້ນ, ເລັ່ງທວງອັນຮີບດ່ວນ ແລະ ເພີ່ມທະວີການຕິດຕາມ, ກວດກາ ໃນສະພາບການໃໝ່, ການເຄື່ອນໄຫວຕິດຕາມກວດກາ ແລະ ແກ້ໄຂຜົນຂອງການກວດກາມາດຕະການ ໃນທາງປະຕິບັດຕົວຈິງທີ່ສຳຄັນທີ່ສຸດເປັນປັດໃຈຄໍ້າປະກັນໂດຍກົງ ຕໍ່ການສ້າງການຫັນປ່ຽນແບບບຸກທະລຸໃນການກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສ້າງລະບົບການເມືອງໃຫ້ເຂັ້ມແຂງມີປະສິດທິພາບ ແລະ ປະສິດທິຜົນ;

ຍົກລະດັບວຽກງານກວດກາ, ການສ້າງຄວາມເຂົ້າໃຈໃນການປະຕິບັດໜ້າທີ່ ແນໃສ່ສ້າງການຫັນປ່ຽນແຂງແຮງເລິກເຊິ່ງຮອດດ້ານ ຕິດພັນກັບການແກ້ໄຂບັນຫາວິກິດ ກໍຄື ຄວາມຮັບຜິດຊອບຕົວຈິງຂອງຄະນະພັກແຕ່ລະຂັ້ນ, ໃຫ້ເບິ່ງເປັນມາດຕະການຕົວຈິງ ແລະ ເປັນປັດໄຈຄໍ້າປະກັນໂດຍກົງ; ການເຄື່ອນໄຫວກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດໃນສະພາບປັດຈຸບັນ ຕ້ອງຕິດພັນໂດຍກົງ ກັບການຕີຖອຍການສະກັດກັ້ນການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ ແລະ ພັກພວກ. ສະນັ້ນ, ຄະນະພັກຕ້ອງເຂັ້ມງວດໃນລະບຽບວິໄນເອກະພາບໃນການຕັດສິນໃຈ, ເອກະພາບຢູ່ໃນຄວາມຮັບຜິດ ຊອບ;

ເບິ່ງຄືນການປັບປຸງພາລະບົດບາດວຽກງານກວດກາ ວ່າອັນໃດພາລະບົດບາດກວດ ກາພັກ, ອັນໃດພາລະບົດບາດກວດກາລັດ, ອັນໃດແມ່ນພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຄະນະພັກ; ລະຫວ່າງຄະນະພັກກັບຄະນະກວດກາ ຕ້ອງໄດ້ຊີ້ນຳ ແລະ ປະສານງານກັນ, ຍົກລະດັບຄວາມຮູ້ຄວາມສາດມາດດ້ານວຽກງານກວດກາໃຫ້ຜູ້ທີ່ເຮັດວຽກງານກວດກາໃຫ້ສູງຂຶ້ນກວ່າເກົ່າ.

ໂອກາດນີ້, ທ່ານ ສະໝານ ວິເສດຍະພົງສ໌ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຊະນະຄາມ ໄດ້ໃຫ້ຮູ້ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIIຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ III ຂອງເມືອງ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານກວດກາ.

ໃນນັ້ນ, ວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ ແມ່ນໄດ້ເພີ່ມຄວາມຮັບຜິດຊອບການຕິດຕາມ ,ກວດກາ ໂດຍເລັ່ງໃສ່ກວດກາການນໍາພາຂອງຄະນະພັກທຸກຂັ້ນ,ໃນການຈັດຕັ້ງຜັນຂະຫຍາຍ, ປະຕິບັດແນວທາງ ນະໂຍບາຍຂອງພັກ, ກົດລະບຽບ, ມະຕິ ແລະ ຄໍາສັ່ງ, ເອົາໃຈໃສ່ຊຸກຍູ້, ຕິດຕາມ-ກວດກາການເຄື່ອນໄຫວຂອງບັນດາອົງການຈັດຕັ້ງພາຍໃນເມືອງ, ການຈັດຕັ້ງປະຕິບັດແຜນນະໂຍບາຍຂອງລັດ, ຄໍາສັ່ງ, ຂໍ້ກໍານົດ, ກົດໝາຍ, ລະບຽບການຕ່າງໆ ເປັນຕົ້ນ ຕິດຕາມການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ III ຂອງເມືອງ, ໂຄງການລົງທຶນຢູ່ພາຍໃນເມືອງ ແລະ ແຜນງົບປະມານແຫ່ງລັດຂອງເມືອງ, ລົງສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນ ເມືອງ 29 ຄັ້ງ ແລະ ຕິດຕາມກວດກາໂຄງການຕ່າງໆຈໍານວນ 25 ຄັ້ງ, ຈັດຕັ້ງປະຕິບັດການຮັບແຈ້ງຊັບສິນພະນັກງານ-ລັດຖະກອນຮອບ III ສໍາເລັດ ແລະ ວຽກງານສຳຄັນອື່ນໆ.

ຂ່າວ: ຕູ່ນາ ເລົ່າຖາວອນ