ຊ່ວຍຊື້ໂລງເມມມ້ຽນຄາບອາບສົບ ຈຳນວນ 2 ສົບນີ້ດ້ວຍເທີນ

ຊ່ວຍກົດໄລ້ກົດແຊຊື້ໂລງເມມມ້ຽນຄາບອາບສົບ ຈຳນວນ 2 ສົບ ໃຫ້ ທ້າວ ສົມຄິດ ອາຍຸ41ປີ ແລະ ຫຼານນ້ອຍ ສາຍຟ້າ ອາຍຸ1ເດືອນ22ມື້

ສົບຜູ້ເສຍຊີວິດຜູ້ທີ 1 ຊື່ ທ້າວ ສົມຄິດ ອາຍຸ41ປີ ບ້ານໜອງແວງ ເມືອງ ຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ, ເສຍຊີວິດຍ້ອນພະຍາດຂອງຜູ້ກ່ຽວເອງ
ຍ້ອນຄອບຄົວທຸກຍາກຂາດເຂີນ, ບໍ່ມີເງິນຊື້ໂລງ, ເມມ ມ້ຽນຄາບອາບສົບເລີຍຂໍໃຫ້ ສະມາຄົມກູ້ໄພຊ່ວຍເຫຼືອ

+ສົບຜູ້ເສຍຊີວິດຜູ້ທີ 2 ຊື່ ຫຼານນ້ອຍ ສາຍຟ້າ(ເພດຊາຍ)ອາຍຸ1ເດືອນ22ມື້ ປະຈຸບັນຢູ່ບ້ານຊຽງດາ ເມືອງໄຊເສດຖາ ແຂວງນະຄອນຫຼວງ ຍ້ອນຄອບຄົວທຸກຍາກຂາດເຂີນ ພໍ່ແມ່ກະເຮືອນເຊົ້າເຂົ້າຊື້ເຮັດວຽກຫາເຊົ້າກິນຄ່ຳ ເລີຍຂໍໃຫ້ທາງສະມາຄົມກູ້ໄພຊ່ວຍເຫຼືອ.

ດັ່ງນັ້ນຈຶ່ງໄດ້ວອນຂໍຄວາມຊ່ວຍເຫຼືອນຳສັງຄົມຜູ້ໃຈບູນທັງຫຼາຍຊ່ວຍຊື້ໂລງ ແລະ ເມມເພື່ອມ້ຽນຄາບອາບສົບໃຫ້ ທ້າວ ສົມຄິດ ແລະ ຫຼານນ້ອຍ ສາຍຟ້າ ດ້ວຍ
ຄ່າໂລງ, ຄ່າເມມ ແລະ ບູຊາຟືນເຕົາຈູດສົບທັງ 2ສົບ ສົບລະ 3.500.000ກີບ.

ຮ່ວມມູນຄ່າທັງໝົດ2ສົບ 7.000.000 ກີບ.

+ມື້ສົ່ງສະການແມ່ນມື້ອື່ນວັນທີ 12/09/2022 ເວລາ 13:30 ນາທີ, ທີ່ວັດ ຈອມໄຕ


ທ່ານໃດຢາກຊ່ວຍເຫຼືອໜ່ວຍງານສາມາດບໍລິຈາກເຂົ້າບັນຊີກາງ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ:

ກີບ/LAK: 010120000993902001

ໂດຣາ/USD: 010120100993902001

ບາດ/THB: 010120200993902001

ຂໍ້ມູນເພີ່ມເຕີມໂທ:
020 5669 1624.