ຊີວິດຄືຄວາມບໍ່ສົມບູນແບບ & ຄວາມງົດງາມໃນຄວາມບໍ່ສົມບູນແບບ

ຊີວິດຄືຄວາມບໍ່ສົມບູນແບບ & ຄວາມງົດງາມໃນຄວາມບໍ່ສົມບູນແບບ

ບໍ່ວ່າຊີວິດເຮົາຈະເກີດເລື່ອງບໍ່ດີຫຍັງຂື້ນຢ່າມົວແຕ່ຕັ້ງຄຳຖາມວ່າເປັນຫຍັງເລື່ອງນີ້ຕ້ອງເກີດກັບເຮົາ ເພາະມັນບໍ່ສາມາດຊ່ວຍຫຍັງໄດ້ເລີຍ..ປະເດັນຄືຢ່າໄປຫາຄຳຕອບຈາກຄຳຖາມນີ້ ເພາະຄວາມໂຊກຮ້າຍເປັນເລື່ອງປົກກະຕິທີ່ສາມາດເກີດຂື້ນກັບທຸກໆຄົນໃນໂລກນີ້ຕອນໃດກະໄດ້ ຄຳຖາມຄືເຮົາຈະຢູ່ກັບມັນຈາກຕໍ່ໄປນີ້ແນວໃດ

ເພາະຊີວິດຂອງເຮົາມີແຄ່ເຮົາຄົນດຽວເທົ່ານັ້ນທີ່ຈະສ້າງມັນຂື້ນມາໄດ້ ອອກມາຈາກ comfort zone ບໍ່ມີໃຜ perfect 100% ຢ່າມົວແຕ່ຈົມປັກກັບມັນ ຖ້າເຮົາບໍ່ລຸກຂື້ນມາສ້າງຊີວິດຂອງໂຕເຮົາເອງແລ້ວໃຜຈະເປັນຄົນເຮັດ ເຮົາເອງຄືຄົນທີ່ສ້າງຊີວິດຂອງເຮົາ ຢາກໄດ້ຊີວິດແບບໃດຈົ່ງລຸກຂື້ນມາສ້າງມັນ ຢ່າສົນສາຍຕາທີ່ຄົນອື່ນເບີ່ງເຮົາ ຄຳເວົ້າທີ່ຄົນອື່ນຈະຄິດກັບເຮົາແນວໃດຖ້າຄົນໆນັ້ນບໍ່ໄດ້ມີຜົນຫຍັງກັບຊີວິດເຈົ້າ ເພາະຄົນທີ່ຈະຢູ່ຂ້າງໂຕເຮົາໄດ້ດີທີ່ສຸດໄດ້ກະຄືໂຕເຮົາເອງ

ແປກທີ່ຄົນທົ່ວໄປມັກທີ່ເບີ່ງຫາຊີວິດທີ່ເຕັມໄປດ້ວຍຄວາມສຸກແຕ່ທີ່ຈິງສິ່ງທີ່ເຮົາກຳລັງເບີ່ງຫາຄືຊີວິດທີ່ເຕັມໄປດ້ວຍຄວາມເຂັ້ມແຂງ ແລ້ວຄວາມເຈັບປວດ ບັນຫາທີ່ເຂົ້າມາໃນຊີວິດແຕ່ລະໄລຍະມັນຈະເຮັດໃຫ້ເຮົາເຂັ້ມແຂງໄດ້ທີ່ໜ້ອຍ ແລ້ວບັນຫາຊີວິດໃນມື້ນີ້ມັນຈະເປັນໜື່ງໃນອຸປະກອນທີ່ເຮັດໃຫ້ເຮົາແກ້ບັນຫາຊີວິດໃນອານາຄົດໄດ້ເພາະຊີວິດມັນຈະມີບັນຫາ ອຸປະສັກ ເຂົ້າມາຢູ່ແລ້ວເຮົາຫຼີກລ້ຽງມັນບໍ່ໄດ້ ສະນັ້ນ

#ຊີວິດທີ່ບໍ່ສົມບູນແບບຢ່າພະຍາມເຊື່ອງມັນໄວ້ແຕ່ຈົ່ງໂຊມັນອອກມາ ພາກພູມໃຈວ່ານີ້ຄືແຜເປັນໃນຊີວິດຂອງເຮົາ

ທຸກຢ່າງຫຼືຊີວິດອາດແຕກຫັກໄດ້ແຕ່ນັ້ນບໍ່ແມ່ນເຫດຜົນທີ່ຊີວິດຈະຕ້ອງຈົບລົງແຕ່ຈົ່ງໃຊ້ຊີວິດຕໍ່ໄປ ເຮັດວຽກຕໍ່ໄປ ມີຊີວິດຢູ່ຕໍ່ໄປກັບຄວາມຫວັງແລະຄວາມຝັນແທນທີ່ຈະຫຼີກໜີຈາກຄວາມເປັນຈິງ

#ບັນທຶກຝົນ11092022