ເມຍ​ ແລະ​ ຊາຍຊູ້​ ໄດ້ຮ່ວມມືກັນຄາດຕະກຳຜົວ ຢູ່ເມືອງ​ສິງ​ ແຂວງຫຼວງນ້ຳທາ

ພະແນກຕຳຫຼວດ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ກັກຕົວ​ ທ້າວ ແຊຈ່າ ອາຍຸ 28 ປີ ແລະ ນາງ ສໍຈົມ ອາຍຸ 33 ປີ (ທ້າວ​ ແຊ​ຈ່າ ເປັນຊາຍຊູ້ຂອງ​ ນາງ​ ສໍຈົມ) ເມື່ອມໍ່ໆມານີ້ ໃນຂໍ້ຫາຮ່ວມກັນຫວັງຂ້າຜົວຂອງ​ ນາງ ສໍຈົມ ຊື່ ທ້າວ ຕໍພຽວ ຢູ່ ບ້ານນໍ້າມະອຸ່ນ​ ເມືອງສິງ ແຂວງຫຼວງນໍ້າທາ ຊຶ່ງທ້າວແຊຈ່າ ໄດ້ໃຊ້ປືນແກັບຍິງເຂົ້າບໍລິເວນກົກຂາເບື້ອງຊ້າຍ 2 ລູກ, ນີ້ວມືເບື້ອງຂວາ 1 ລູກ,​ ບໍລິເວນຂ້າງເບື້ອງຊ້າຍ 3 ລູກ, ຫົວນົມເບື້ອງຂວາ 2 ລູກ ແລະ
ຂະໝັບຫູເບື້ອງຂວາ 3 ລູກ ເຮັດໃຫ້​ ທ້າວ​ ຫໍພຽວ​ ໄດ້ຮັບບາດເຈັບແຕ່ບໍ່ເສຍຊີວິດ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ນາງ ສໍຈົມ ໄດ້ຮັບສາລະພາບວ່າ:

ຕົນເອງ ແລະ ທ້າວ​ ຕໍພຽວ ໄດ້ສ້າງຄອບຄົວ​ ແລະ ຢູ່ຮ່ວມກັນຖືກຕ້ອງຕາມຮີດຄອງປະເພນີ ແຕ່ປີ 2006 ແຕ່ບໍ່ສາມາດມີລູກນຳກັນ ຍ້ອນສຸຂະພາບບໍ່ແຂງແຮງ ຮອດປີ​ 2016 ທ້າວ ຕໍພຽວ ຜູ້ເປັນຜົວເລີ່ມມີການພົວພັນກັບຢາເສບຕິດ ສູບຢາຝິ່ນ, ເສບຢາບ້າຫຼາຍຂຶ້ນທຸກມື້ ບໍ່ພາເຮັດພາສ້າງເວລາບໍ່ມີຢາເສບກໍ່ຮ້າຍດ່າຕົນເອງ ພ້ອມທັງບັງຄັບໃຫ້ໄປຊອກຢືມເງິນນຳພີ່ນ້ອງມາໃຫ້ ຖ້າປະຕິເສດກໍຈະຖືກທຸບຕີທໍລະມານ,​ ມີບາງຄັ້ງໄດ້ຮັບບາດເຈັບຈົນໄດ້ເຂົ້າໂຮງໝໍ, ຢາກປະຮ້າງ ແຕ່ຜູ້
ເປັນຜົວພັດບໍ່ຍິນຍອມ.

ຈາກນັ້ນ, ຕົນເອງຈຶ່ງເກີດມີແນວຄິດເບື່ອໜ່າຍກັບຜົວ ແລະ ລັກຫຼີ້ນຊູ້ຮ່ວມກັນຫຼັບນອນກັບ ທ້າວ​ ແຊຈ່າ ຄົນບ້ານດຽວກັນ ມາໄດ້ຫຼາຍຄັ້ງ ຮອດປີ 2021 ຈຶ່ງໄດ້ວາງແຜນຮ່ວມກັບຊາຍຊູ້ ເອົານໍ້າກົດປະສົມກັບອາຫານ ໃຫ້​ ທ້າວ ຫໍພຽວ ຜູ້ເປັນຜົວກີນ ແຕ່ບໍ່ເປັນຫຍັງ.

ວັນທີ 24 ມິຖຸນາ​ 2022 ຈຶ່ງໄດ້ວາງແຜນໃໝ່ ໂດຍໃຫ້ ທ້າວ ແຊຈ່າ ເອົາປືນແກັບໄປຍິງໃນຂະນະທີ່ ທ້າວ ຫໍພຽວ ຜູ້ເປັນຜົວ ກຳລັງໄຖ່ນາຢູ່ເຂດຫ້ວຍນ້ຳມະອຸ່ນ ແຕ່ຜູ້ກ່ຽວກໍ່ບໍ່ຕາຍ, ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ.

ປັດຈຸບັນນີ້, ນາງ ສໍຈົມ ແລະ ທ້າວ ແຊຈ່າ ຖືກເຈົ້າໜ້າທີ່ ປກສ​ ເມືອງສິງ ສົ່ງໃຫ້ພະແນກກ່ຽວຂ້ອງ ກອງບັນຊາການ ປກສ​ ແຂວງຫຼວງນໍ້າທາ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ,​ ວຽງຈັນ​ທາມ,​ ຂໍ້ມູນ: ວິທະຍຸກະຈາຍສຽງ ເມືອງສິງ