ຮອງລັດຖະມົນຕີ ກະຊວງ ປກສ ເຄື່ອນໄຫວ່ເຮັດວຽກ ຢູ່ເມືອງວຽງຄຳ ແຂວງຫລວງພະບາງ

ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງ ປກສ ໄດ້ເຄື່ອນໄຫວ່ຢຽມຢາມ ເຮັດວຽກຢູ່ເມືອງວຽງຄຳ ແຂວງຫລວງພະບາງ ໃນລະຫວ່າງວັນທີ 2-5 ກັນຍາ 2022 .

ໃນການເຄື່ອນໄຫວເຮັດວຽກຢູ່ເມືອງວຽງຄຳຄັ້ງນີ້, ທ່ານ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຢ້ຽມຢາມອົບອຸ່ນຈິດໃຈ, ໃຫ້ກຳລັງໃຈ ພະນັກງານຕຳຫຼວດທີ່ປະສົບເຄາະຮ້າຍໃນລະຫວ່າງປະຕິບັດຫນ້າທີ່ທີ່ເຮັດໃຫ້ມີນາຍຕຳຫຼວດເສຍຊີວິດ 3 ສະຫາຍ ແລະ ບາດເຈັບຈຳນວນໜຶ່ງ.

ພ້ອມທັງມອບຫຼຽນພິລະອາດຫານຊັ້ນ I, ເງິນປິ່ນປົວ ໃຫ້ຄອບຄົວນາຍ ແລະ ພົນຕຳຫຼວດທີ່ທີ່ເສຍສະຫຼະເພື່ອປະເທດຊາດ.

ພ້ອມກັນນີ້, ທ່ານຍັງໄດ້ໃຫ້ຮ່ວມສົ່ງສະການນໍາຄອບຄົວ ແລະ ຍາດພີ່ນ້ອງ ຜູ້ເສຍຊີວິດ ຢ່າງສົມກຽດ.

ແລະ ພົບປະໂອ້ລົມ ອົບອຸ່ນອົບອຸ່ນຈິດໃຈ ໃຫ້ກຳລັງໃຈ ໃຫ້ຄຳເຫັນ ຊ່ວຍເຫລືຶອວັດຖຸຊ່ວຍເຫລືຶອວັດຖຸເງິນຄຳ ຈຳນວນຫນຶ່ງ.

ໃນຕອນແລງວັນທີ 4 ກັນຍາ 2022, ພົຕ ວັນທອງ ກອງມະນີ ກໍໄດ້ພົບປະໂອ້ລົມ ພະນັກງານນັກຮົບກຳລັງ ປກສ ເມືອງວຽງຄຳ ຢູ່ທີ່ສະໂມສອນຂອງ ປກສ, ເຊິ່ງໄດ້ຮັບຟັງການລາຍງານສະພາບລວມຂອງເມືອງວຽງຄຳໂດຍຫຍໍ້ ຈາກ ພັທ ບຸນສະຫວັດ ນິນທະຈັນ ຫົວຫນ້າ ປກສ ເມືອງວຽງຄຳ ແລະ ຮັບຟັ່ງການມີຄຳເຫັນ ຊີ້ນໍາ ວຽກງານວິຊາສະເພາະ ຈາກ ພັອ ຕູຊົ່ງ ປັດໄຈ ຫົວຫນ້າກອງບັນຊາການ ປກສ ແຂວງຫຼວງພະບາງ.

ພົຕ ວັນທອງ ກອງມະນິ ໄດ້ໂອ້ລົມ ແລະ ຊີ້ນໍາຫຼາຍບັນຫາ ຕໍ່ກຳລັງ ປກສ ເມືອງວຽງຄຳ.

ໂດຍ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ຍາດໄດ້ ໃນໄລຍະຜ່ານມາ ຕ້ອງພ້ອມກັນສືບຕໍ່ຮັກ ແລະ ເສີມຂະຫຍາຍ ມູນເຊື້ອຂອງກຳລັງ ປກສ ແລະ ເນັ້ນຫນັກ ຫລາຍ ບັນຫາໃຫ້ເອົາໃຈໃສເພີ້ມຕື່ມ.

ເປັນຕົ້ນແມ່ນ ສຶກສາອົມການເມືອງນໍາພາແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດໃຫ້ມີຄຸນສົມບັດ ສິນທຳປະຕິວັດ, ເຊື່ອຫມັ້ນຕໍ່່ແນວທາງ ຂອງພັກ_ລັດ, ປັຍປຸງແບບແຜນວິທີເຮັດວຽກ, ຝຶກຝົນຮໍາຮຽນຍົກລະດັບວິຊາສະເພາະ ໃຫ້ມີຄວາມຮູ້ ຄວາມສາມາດສູງຂຶ້ນ.

ກໍ່ສ້າງກຳລັງ ໃຫ້ມີຄວາມເຂັ້ມແຂງ ເຕີບໃຫຍ່ ທັງປະລິມານ ແລະ ຄຸນະພາບ.

ຕໍ່ກັບບັນດາສະຫາຍທີ່ ເສຍສະຫລະ ເພື່ອປະເທດຊາດ. ທາງພັກ-ລັດ ກໍຄືກະຊວງ ປກສ ແລະ ກອງບັນຊາການ ປກສ ແຂວງ, ປກສ ເມືອງ ໄດ້ມີນະໂຍບາຍ ໃຫ້ການຊ່ວຍເຫລືອເຕັມທີ່, ເປັນຕົ້ນແມ່ນ ມອບເງິນນະໂນບາຍ, ເງິນເສຍອົງຄະ, ຊ່ວຍປິ່ນປົວ ສຸຂະພາບ.

ນອກນີ້ ຈະສືບຕໍ່ ຊ່ວຍເຫລືອເບີ່ງແຍ່ງ ນະໂຍບາຍດ້ານອື່ນໆ ຕືມອີກ ໃນຕໍ່ຫນ້າ.

ຂ່າວ: ປກສ ແຂວງຫຼວງພະບາງ