ໄຟຟ້າລາວ ສາຂາແຂວງອຸດົມໄຊ ເລັ່ງສ້ອມແປງລະບົບໄຟຟ້າ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ

ເນື່ອງຈາກສະພາບຝົນຕົກໜັກ ຕິດຕໍ່ກັນຫລາຍຊົ່ວໂມງ ຢູ່ແຂວງອຸດົມໄຊ ໃນວັນທີ 26 ສິງ ຫາ 2022 ເຮັດໃຫ້ເກີດມີນໍ້າຖ້ວມຢ່າງໜັກຢູ່ຫລາຍບ້ານ ໃນ 3 ເມືອງ ຂອງແຂວງອຸດົມໄຊ ຄື: ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ເຊິ່ງໄດ້ສົ່ງຜົນກະທົບຢ່າງໜັກຕໍ່ ເຂື່ອນໄຟ້ຟ້ານໍ້າກໍ ແລະ ລະບົບໄຟ ຟ້າ. ຕໍ່ກັບສະພາບການດັ່ງກ່າວ ໂດຍພາຍໃຕ້ການຊີ້ນຳຂອງຄະນະພັກ, ຄະນະສາຂາ ເພື່ອແນໃສ່ຮັບ ປະກັນຄວາມປອດໄພຂອງປະຊາຊົນ ທີ່ອາດຈະເກີດມີ ໄຟຊ໋ອດ ທາງລັດວິສາຫະກິດໄຟຟ້າລາວ ສາຂາແຂວງອຸດົມໄຊ (ຟຟລ.ອຊ)

ຈຶ່ງໄດ້ແຕ່ງຕັ້ງແບ່ງກຳລັງ ລົງກວດກາລະບົບຕາຂ່າຍໄຟຟ້າແຮງກາງ ແລະແຮງຕ່ຳ ພ້ອມທັງຕັດໄຟຢູ່ບັນດາປ້ອມໝໍ້ແປງທີ່ມີຄວາມສ່ຽງ ເພື່ອຮັບປະກັນຄວາມປອດໄພ ແລະ ຫລີກ ລ່ຽງຜົນກະທົບຈາກໄພນ້ຳຖ້ວມອຸປະກອນໄຟຟ້າ.

ພາຍຫລັງລະດັບນ້ຳຫລຸດລົງ ວັນທີ 27 ສິງຫາ 2022 ໄຟຟ້າລາວ ສາຂາແຂວງອຸດົມໄຊ ໄດ້ສືບຕໍ່ສຸມກຳລັງລົງເກັບກຳຂໍ້ມູນ ພ້ອມທັງສ້ອມແປງ, ແກ້ໄຂ ລະບົບຕາຂ່າຍ ແລະ ອຸປະກອນໄຟຟ້າ ທີ່ໄດ້ຮັບຜົນກະທົບ ເຊິ່ງສາມາດກວດກາ ແລະ ເກັບກຳຂໍ້ມູນຄວາມເສຍຫາຍເບື້ອງຕົ້ນມີ ເສົາໄຟຟ້າຫັກໂຄ່ນ ແລະ ສູນຫາຍ ຈຳນວນ 100 ກວ່າຕົ້ນ, ຄອນສາຍຫັກ 200 ກວ່າອັນ, ດອກກັນໄຟແຕກຫັກຫລາຍກວ່າ 400 ດອກ, ສາຍໄຟຂາດ ແລະ ສູນຫາຍ ປະມານ 25.000 ແມັດ/ວົງຈອນ, ໜ່ວຍຕັດຕໍ່ 2 ຊຸດ, ອຸປະກອນຕັດແຍກ 5 ຊຸດ ແລະ ໝໍ້ນັບໄຟ ສູນຫາຍຫລາຍກວ່າ 30 ໜ່ວຍ.

ນີ້ເປັນຂໍ້ມູນເບື້ອງຕົ້ນບາງສ່ວນທີ່ເກັບກຳໄດ້ ເຊິ່ງຍັງມີຫລາຍຈຸດທີ່ຍັງບໍ່ສາມາດເຂົ້າໄປກວດກາ ແລະ ເກັບກຳ ເນື່ອງຈາກສະພາບເສັ້ນທາງຖືກຕັດຂາດຫລາຍຈຸດ. ຕໍ່ກັບຜົນເສຍຫາຍດັ່ງກ່າວ ຟຟລ.ອຊ ໄດ້ຮີບຮ້ອນສຸມທຸກກຳລັງ ເພື່ອແກ້ໄຂ ແລະ ກູ້ລະບົບຄືນໃຫ້ໄວທີ່ສຸດ ດ້ວຍການສ້ອມແປງລະບົບຕາຂ່າຍແຮງກາງ ແລະ ແຮງຕ່ຳ ຢູ່ບັນດາຈຸດທີ່ສາມາດນຳເອົາພາຫະນະ ແລະ ອຸປະກອນເຂົ້າໄປສ້ອມແປງໄດ້ ເປັນຕົ້ນແມ່ນ ຢູ່ບັນດາເຂດ: ບ້ານຫ້ວຍຊູ, ບ້ານຫລັກ 4, ບ້ານຫລັກ 22.

ເພື່ອສືບຕໍ່ການສ້ອມແປງ ແລະ ກູ້ລະບົບຕາຂ່າຍໄຟຟ້າ ໃຫ້ກັບມາຢູ່ໃນສະພາບປົກກະຕິໂດຍໄວທີ່ສຸດນັ້ນ ໃນວັນທີ 28 ສິງຫາ 2022 ຟຟລ.ອຊ ໄດ້ເພີ່ມກໍາລັງ ພະນັກງານ-ກໍາມະກອນ ໃນທົ່ວສາຂາ ເລັ່ງສ້ອມແປງ ແລະ ແກ້ໄຂ ຢູ່ບັນດາຈຸດທີ່ສາມາດນຳເອົາພາຫະນະ ແລະ ອຸປະກອນເຂົ້າໄປເຖິງໄດ້.

ຂ່າວ: ລັດວິສາຫະກິດໄຟຟ້າລາວ ສາຂາອຸດົມໄຊ