ຕໍ່ໄປບໍ່ຕ້ອງຢ້ານອີກແລ້ວ ສຸດຍອດເຕັກໂນໂລຊີ ເຄື່ອງປ້ອງກັນຟ້າຜ່າ

ຕໍ່ໄປບໍ່ຕ້ອງຢ້ານອີກແລ້ວສໍາລັບ ຟ້າຜ່າ ເພາະມື້ນີ້ໄດ້ນໍາເອົາວິທີປ້ອງກັນງ່າຍໆດ້ວຍອຸປະກອນທີ່ກະທັດຫັດ, ສາມາດພົກພາ ທີ່ອອກມາໃໝ່ຫຼ້າສຸດ ຫາກໍ່ເອົາອອກຈຳໜ່າຍສູ່ຕະຫຼາດຕົ້ນປີ 2018. ອຸປະກອນທີ່ວ່ານີ້ຊື່ວ່າ: SiPAD ເປັນອຸປະກອນປ້ອງກັນຟ້າຜ່າແບບພົກພາ ແລະ ສາມາດໃຊ້ງານໄດ້ງ່າຍ ພຽງແຕ່ເຊື່ອມຕໍ່ເຂົ້າກັບຮູປັກສຽບກໍ່ສາມາດໃຊ້ໄດ້ເລີຍຄວບຄຸມລັດສະໝີ 5 ແມັດຈາກບ່ອນທີ່ສຽບມັນຢູ່

ວິທີການເຮັດວຽກຂອງເຄື່ອງ SiPAD ກໍ່ຄືມັນຈະທຳການດັກຈັບ ແລະ ປ່ຽນເສັ້ນທາງໄຟກະທົບ ທີ່ຈະແລ່ນມາໃສ່ຕົວມັນ ຈາກນັ້ນກໍ່ຕໍ່ວົງຈອນສົ່ງກັບຄືນ ໄປຍັງແຫຼ່ງກຳເນີດຂອງທີ່ມາ ຊ່ວຍໃຫ້ອຸປະກອນອິເລັກໂຕຣນິກຕ່າງໆທີ່ຢູ່ໃກ້ຕົວມັນຢູ່ບໍ່ເກີດການເສຍຫາຍ

SiPAD ແມ່ນລະບົບທີ່ພັດທະນາມາຈາກລະບົບສາຍດິນທີ່ຕິດຕັ້ງໄວ້ສຳລັບປ້ອງກັນຟ້າຜ່ານັ້ນເອງ ແຕ່ເນື່ອງຈາກໃນທີ່ຜ່ານມາລະບົບນັ້ນມີມູນຄ່າສູງຫຼາຍ ທັ້ງຍັງຕ້ອງນຳໃຊ້ບຸກຄະລາກອນຂອງລັດ ຫຼື ບໍລິສັດໃຫຍ່ໆໄປຕິດຕັ້ງໃຫ້ອີກ ບໍລິສັດເພິ່ນຈິ່ງຄິດຄົ້ນ ແລະ ຜະລິດ SiPAD ຂຶ້ນມາເປັນລຸ້ນທີ່ໃຊ້ງ່າຍທີ່ສຸດ ສາມາດພົກພາໄປໃສກໍ່ໄດ້ ສະນັ້ນເຮືອນໃຜທີ່ບໍ່ໄດ້ຕິດຕັ້ງລະບົບສາຍດິນກໍ່ລອງຊື້ມາໃຊ້ເບິ່ງ

SiPAD ໃນປະຈຸບັນ ລາຄາຈະຢູ່ປະມານ 800.000 ກີບ (ຕາມລາຄາຢູ່ບ້ານເພິ່ນ) ສ່ວນຢູ່ລາວຫາຊື້ໄດ້ຢູ່ໃສນັ້ນ ແນະນຳໃຫ້ໄປສອບຖາມນຳບັນດາຮ້ານ ຂາຍອຸປະກອນໄອທີຊັ້ນນຳອາດຈະມີມາວາງຂາຍ ຫຼື ຖ້າບໍ່ມີກໍ່ສັ່ງໄດ້ເພາະປະເທດເພື່ອນບ້ານມີຈຳໜ່າຍຮຽບຮ້ອຍແລ້ວ.