ຂ່າວດ່ວນຂ່າວດີ! ຈະຫຼຸດຄ່າໄຟໃຫ້ກຸ່ມຜູ້ໃຊ້ແຕ່ 151-461 ກິໂລວັດໂມງຕໍ່ເດືອນ ເພຶ່ອປະຕິບັດນະໂຍບາຍໄລຍະໂຄວິດ-19 – ສື່ລາວ.ຄອມ
Connect with us

ຂ່າວບັນເທິງ

ຂ່າວດ່ວນຂ່າວດີ! ຈະຫຼຸດຄ່າໄຟໃຫ້ກຸ່ມຜູ້ໃຊ້ແຕ່ 151-461 ກິໂລວັດໂມງຕໍ່ເດືອນ ເພຶ່ອປະຕິບັດນະໂຍບາຍໄລຍະໂຄວິດ-19

Published

on

ບັນຫາລາຄາກະແສໄຟຟ້າທີ່ຟົດຮ້ອນໃນກຸ່ມປະຊາຊົນໄດ້ນຳສູ່ການພິຈາລະນາຮອບໃໝ່ ໂດຍຈະເນັ້ນໜັກໃສ່ກຸ່ມຜູ້ໃຊ້ທີ່ຢູ່ອາໄສທີ່ອັດຕາການໃຊ້ຢູ່ລະຫວ່າງ 151-461 ກິໂລວັດໂມງຕໍ່ເດືອນ.ໃນວັນທີ 18 ມິຖຸນາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ມີພິທີຖະແຫຼງຂ່າວ ກ່ຽວກັບທິດຊີ້ນຳຂອງກອງປະຊຸມລັດຖະບານ ຄັ້ງວັນທີ 17 ມິຖຸນາ 2020 ຕໍ່ກັບການຄົ້ນຄວ້າ ກວດກາຄືນ ການກຳນົດໂຄງສ້າງລາຄາໄຟຟ້າ ໃນໄລຍະ 2020 ຫາ 2025 ທີ່ໄດ້ປະກາດໃຊ້ໃນວັນທີ 1 ພຶດສະພາ 2020 ແລະ ປັບປຸງ ການປະຕິບັດນະໂຍບາຍລາຄາໄຟຟ້າຕໍ່ບາງກຸ່ມຜູ້ໃຊ້ໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍການໃຫ້ຖະແຫຼງຂອງ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທັງເປັນໂຄສົກລັດຖະບານ; ທ່ານ ຄຳມະນີ ອິນທິລາດລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ແລະ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານໃຫ້ຖະແຫຼງບາງຕອນວ່າ: ນັບແຕ່ທ້າຍປີ 2016 ເປັນຕົ້ນມາ, ລັດຖະບານ ກໍໄດ້ເຫັນດີໃຫ້ປັບປຸງໂຄງສ້າງລາຄາໄຟຟ້າພາກທີ່ຢູ່ອາໄສທີ່ມີລັກສະນະເກື້ອກູນ ຈາກ 3 ຂັ້ນ ມາເປັນ 6 ຂັ້ນ, ຜ່ານການປະຕິບັດ ເຫັນວ່າການກຳ ນົດເປັນ 6 ຂັ້ນ ກໍ່ມີທັງດ້ານດີ ແລະ ດ້ານຈຳກັດ ສະນັ້ນ ລັດຖະບານ ຈຶ່ງໄດ້ຊີ້ນຳໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ກໍ່ຄືລັດວິສາຫະກິດໄຟຟ້າລາວ ຄົ້ນຄວ້າຄືນໃໝ່ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນໄລຍະແຕ່ປີ 2020-2025.

ພາຍຫຼັງປະກາດໃຊ້ນະໂຍບາຍໂຄງສ້າງລາຄາໄຟຟ້າໃໝ່ ລາຄາດຽວມານີ້, ກໍ່ໄດ້ມີຫາງສຽງສັງຄົມ ທີ່ສະໜັບສະໜູນ ແລະ ຂັດຂ້ອງຈົ່ມວ່າຕ່າງໆນາໆ. ດ້ວຍຄວາມເປັນຫ່ວງເປັນໄຍ ຂອງສູນກາງພັກ, ລັດຖະບານ ແລະ ສະພາແຫ່ງຊາດ, ລັດຖະບານ ຈຶ່ງໄດ້ນຳເອົາບັນຫາດັ່ງກ່າວ ມາພິຈາລະນາ ກວດກາຄືນໃໝ່ ໃນກອງປະຊຸມລັດຖະບານ ຄັ້ງວັນທີ 17 ມິຖຸນາ 2020 ນີ້.ກອງປະຊຸມລັດຖະບານ ກໍ່ໄດ້ຕີລາຄາສູງຕໍ່ຄວາມຄິດຄວາມເຫັນທີ່ສ້າງສັນ ແລະ ເປັນປະໂຫຍດຂອງສັງຄົມ, ພິຈາລະນາ ກວດກາຄືນ ແລະ ຊີ້ນຳ ໃຫ້ຂະແໜງການກ່ຽວຂ້ອງມີການຄົ້ນຄວ້າ, ປັບປຸງໂຄງສ້າງລາຄາໄຟຟ້າໃໝ່ນີ້ຕື່ມ ໃຫ້ສອດຄ່ອງ ດັ່ງນີ້:

1 ໃຫ້ປະຕິບັດນະໂຍບາຍ ຫຼຸດອັດຕາລາຄາໄຟຟ້າ ສຳລັບກຸ່ມຜູ້ໃຊ້ໄຟ ແຕ່ 151-461 ກິໂລວັດໂມງ ຕໍ່ເດືອນ ດ້ວຍລະດັບແຕກຕ່າງກັນ ລາຍລະອຽດ ແມ່ນໃຫ້ໄຟຟ້າລາວ ເປັນຜູ້ຄິດໄລ່ຕົວຈິງ; ສ່ວນກຸ່ມອື່ນ ໃຫ້ປະຕິບັດຕາມອັດຕາທີ່ໄດ້ປະກາດໃຊ້ແລ້ວ ເພາະໄດ້ມີສ່ວນຫຼຸດຢູ່ແລ້ວ. ນະໂຍບາຍດັ່ງກ່າວ ໃຫ້ປະຕິບັດໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 (ເດືອນເມສາ, ພຶດສະພາ ແລະ ມິຖຸນາ) ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນໍາລັດວິສາຫະກິດໄຟຟ້າ ໄລ່ລຽງຄືນ ແລະ ຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງສອດຄ່ອງ.

2 ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າປັບປຸງສິ່ງທີ່ບໍ່ສອດຄ່ອງ ແລະ ປະເມີນການປະຕິບັດລາຄາໄຟຟ້າໃໝ່ ຕາມແຈ້ງການ ສະບັບເລກທີ 394/ຫສນຍ, ລົງວັນທີ 19 ມີນາ 2020 ແລ້ວລາຍງານລັດຖະບານ ພິຈາລະນາ.

3 ໃຫ້ປະຕິບັດນະໂຍບາຍ ຫຼຸດຄ່າໄຟຟ້າ 15% ໃຫ້ແກ່ພະນັກງານແພດ-ໝໍ ທີ່ເຮັດວຽກປິ່ນປົວ ແລະ ໃກ້ຊິດໂດຍກົງກັບຜູ້ຕິດເຊື້ອພະຍາດ ໂຄວິດ-19 ຕາມການຄົ້ນຄວ້າ ແລະ ສະເໜີຂອງກະຊວງສາທາລະນະສຸກ ໂດຍຈິດໃຈຂອງກອງປະຊຸມ ຢາກໃຫ້ຄິດໄລ່ເປັນເງິນສົດ ແລະ ມອບໃຫ້ກະຊວງສາທາລະນະສຸກ ເປັນຜູ້ມອບໃຫ້ແກ່ແພດ-ໝໍດັ່ງກ່າວ.

4 ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນຳ ລັດວິສາຫະກິດໄຟຟ້າລາວ ລົງກວດກາ ແລະ ຊຸກຍູ້ບັນດາໜ່ວຍງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ຍົກສູງຄວາມຮັບຜິດຊອບ ໃນປະຕິບັດໜ້າທີ່ວຽກງານ ຢ່າງເຂັ້ມງວດ, ບໍລິສຸດ, ສັດຊື່, ໂປ່ງໃສ. ພ້ອມນັ້ນ ກໍ່ຕ້ອງເດັດດ່ຽວແກ້ໄຂ ປະກົດການຫຍໍ້ທໍ້ ທີ່ລະເມີດລະບຽບການ, ບໍ່ໂປ່ງໃສ ໃຫ້ທັນເວລາ.ຜູ້ຊົມໃຊ້ໄຟຟ້າ ທຸກຄົນ ທຸກຄົວເຮືອນ ກໍ່ຕ້ອງຕື່ນຕົວເຄົາລົບລະບຽບ, ກົດໝາຍ, ປະຕິບັດສິດ ແລະ ພັນທະຂອງຕົນ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ເຂົ້າຮ່ວມຕິດຕາມກວດກາ ການເຄື່ອນໄຫວປະຕິບັດໜ້າທີ່ຂອງພະນັກງານໄຟຟ້າລາວ, ຖ້າຫາກເຫັນວ່າ ມີປະກົດການບໍ່ໂປ່ງໃສ, ລະເມີດລະບຽບ-ກົດໝາຍ ກໍ່ໃຫ້ນຳສະເໜີສ່ອງແສງແບບສ້າງສັນໃຫ້ອົງການກ່ຽວຂ້ອງຂັ້ນເທິງພິຈາລະນາແກ້ໄຂ ຢ່າງທັນການ.

ບັນດາເນື້ອໃນທີ່ກ່າວມານັ້ນ ແມ່ນຈິດໃຈຊີ້ນຳ ຂອງກອງປະຊຸມລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ຕໍ່ການປັບປຸງ ແລະ ຈັດຕັ້ງປະຕິບັດ ໂຄງສ້າງລາຄາໄຟຟ້າໃໝ່ 2020-2025 ແລະ ນະໂຍບາຍລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.ສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ກຳມະກອນ, ປະຊາຊົນບັນດາເຜົ່າ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ ລວມທັງ ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ດຳລົງຊີວິດຢູ່ ສປປ ລາວ ຈົ່ງຮັບຊາບ ແລະ ຮ່ວມມືປະຕິບັດ ໃຫ້ປະກົດຜົນເປັນຈິງ, ຖ້າຫາກມີບັນຫາໃດ ຍັງຂັດຂ້ອງໝອງໃຈ ຫຼື ເຫັນວ່າຍັງບໍ່ທັນສອດຄ່ອງ ກໍ່ໃຫ້ສະ ເໜີຢ່າງຈິງໃຈ ຕໍ່ລັດຖະບານ, ຂະແໜງກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເພື່ອພິຈາລະນາແກ້ໄຂ ຕາມກົດໝາຍ, ລະບຽບການ ແລະ ນະໂຍບາຍ ຂອງພັກ ແລະ ລັດເຮົາ.

ຂ່າວບັນເທິງ

ຊົມເຊີຍ! ທັງງານທັງເກັ່ງ Miss Universe Laos ໄດ້ໃຫ້ສະພາດແກ່ລາຍການຊື່ດັງ 3 the CW Las Begas ຂອງ ສ.ອາເມລິກາ

Published

on

ນາງ ປ່າເຢັ້ງຊ່າ ລໍ່ Miss Universe Laos ໄດ້ໃຫ້ສຳພາດທີ່ປະເທດອາເມຣິກາ ໃນລາຍການ KSNV News 3 Las Vegas ເຊິ່ງໄດ້ເວົ້າກ່ຽວກັບຄວາມສຳຄັນທາງວັດທະນະທຳ ຂອງການໄດ້ຮັບມົງກຸດ.

ໃນວັນທີ 29 ທັນວາ 2022 ໃນການໃຫ້ສະພາດກັບ News 3 Today ນາງ ປ່າເຢັ້ງຊ່າ ໄດ້ບອກຕໍ່ພິທີກອນເຖິງຄວາມມັກຮັກໃນກິລາເທຄວນໂດ ເຊິ່ງມັນເປັນສິ່ງສຳຄັນຫຼາຍໃນການຮັກສາສຸຂະພາບກາຍ ແລະ ໃຈໃຫ້ແຂງແຮງ ລວມເຖິງງານຊ່ວຍເຫຼືອຕ່າງຂອງລາວ.

ນາງ ປ່າເຢັ້ງຊ່າ ລໍ່ ເປັນນາງງາມຊົນເຜົ່າມົ້ງທຳອິດຂອງລາວ ທີ່ໄດ້ຄວ້າຕຳແໜ່ງ Miss Universe Laos.

ພິທີກອນ Kim Wagner ໄດ້ຍ້ອງກ່ຽວກັບ ຄວາມສາມາດທັກສະການໃຊ້ພາສາອັງກິດຂອງນາງ.

ການປະກວດ Miss Universe Laos ຄັ້ງທີ 71 ຈະຈັດຂຶ້ນທີ່ເມືອງນິວອໍລີນ ລັດລຸຍເຊຍນາ ໃນວັນທີ 14 ມັງກອນ 2023.

….

ຄລິບ:

Continue Reading

ทั่วไป

ບໍ່ສົນຄຳຄົນ ມຸ່ງເຮັດຕາມຝັນ ຊື້ລົດຊື້ເຮືອນ ເພື່ອໃຫ້ພໍ່ແມ່ສະບາຍ

Published

on

By

ຊົມເຊີຍ! ນັກຮ້ອງໜຸ່ມ STS73 ເຮັດຕາມຝັນຮ້ອງເພງ ຫາເງິນຊື້ລົດໃຫຍ່ຄັນງາມມາຂີ່ໄດ້ ເປັນຕົວຢ່າງທີ່ດີແກ່ໄວໜຸ່ມລາວ

STS73 ຫຼື ຊື່ແທ້ ທ້າວ ສຸລິ ນັນທະວົງ ນັກຮ້ອງໄວໜຸ່ມທີ່ມີຜົນງານເພງດັງຫຼາກຫຼາຍ ແລະ ມີຖານແຟນຄັບ ທັງລາວ ແລະ ປະເທດເພື່ອນບ້ານອີກຫຼາຍ ແຕ່ຊີວິດຂອງນ້ອງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ

ທຸກຄົນມີຄວາມຝັນເປັນຂອງຕົນເອງນ້ອງສຸລິກໍ່ເຊັ່ນດຽວກັນນ້ອງແຈ້ງເກີດຈາກການຮ້ອງເພງນໍາໝູ່ເພງ ບ່າວກໍາມະກອນ

ຕອນນັ້ນດັງຢູ່ Tiktok ທັງປະເທດໄທ ແລະ ລາວ ໃນພາບ MV ມີແຕ່ສຽງເພງແລະນໍ້າສຽງທີ່ສໍາຜັດເຖິງຄຸນະພາບໄດ້ເພາະ ພາບ MV ແມ່ນນ້ອງເອົາໂທລະສັບຖ່າຍພາບມັນຄ່ອນຂ້າງບໍ່ແຈ້ງ ແຕ່ດ້ວຍນໍ້າສຽງ ແລະ ຄວາມໝາຍຂອງເນື້ອເພງໄດ້ກິນໃຈທັງຄົນລາວ ແລະ ໄທ ຈົນຕອນນີ້ເຮັດໃຫ້ເພງນີ້ມີຍອດວິວຫຼາຍເຖິງ 31,000,000 ວິວ

ດ້ວຍຄວາມສຳເລັດນີ່ຈຶ່ງເຮັດໃຫ້ STS73 ສາມາດຊື້ລົດໃຫຍ່ຄັນງາມ ຈາກເງິນໃນການຮ້ອງເພງນັ້ນເອງ ແລະຈັ່ງໃດຕ້ອງຂໍສະແດງຄວາມຍິນດີນໍາ STS73 ທີ່ບອກເລີຍວ່າວົງການຮ້ອງເພງໄວໜຸ່ມ

ແມ່ນປະສົບຜົນສໍາເລັດຫຼາຍ ແລະໜຶ່ງໃນນັ້ນກໍໜຸ່ມຄົນນີ້ແຫຼະ ຊົມເຊີຍ ແລະ ຝາກຕິດຕາມຜົນງານ ສະໜັບສະໜຸນຜົນງານຂອງ Sts73 ແນ່ເດີ້ ເຊື່ອວ່າທຸກຄົນຈະມີມື້ນີ້ ຂຶ້ນກັບເວລາໃຜມັນ

ຂໍອະນຸຍາດໃຊ້ຮູບພາບແດ່ເດີ້ນ້ອງສຸລິ

Continue Reading

ຂ່າວບັນເທິງ

ພິ້ງກີ້ ສາວິກາ ດາລາສາວຊື່ດັງຂອງໄທ ໄດ້ຮັບປະກັນໂຕແລ້ວ​ ເງິນປະກັນຕົວຈຳນວນ 5 ລ້ານບາດ.

Published

on

ພິ້ງກີ້ ສາວິກາ ຖືກກັກໂຕ ວັນທີ​ 18 ສິງຫາ​ 2022 ໃນຂໍ້ຫາຄະດີ ແຊຕ່ອງໂສ້ (Forex 3D).

ການປະກັນຕົວຄັ້ງນີ້​ ຕ້ອງເປັນໄປຕາມກຳນົດຂອງສານຄື:

ຫ້າມເດີນທາງອອກຈາກປະເທດໄທ

– ຫາກມີການຍ້າຍຖິ່ນຖານຕ້ອງແຈ້ງພາຍໃນ​ 7​ ວັນ

– ຕ້ອງລາຍງານຕົວທຸກໆເດືອນ​ ຈົກວ່າຈະມີການປ່ຽນແປງ

– ຕ້ອງແຈ້ງຕຳຫລວດ ຕມ ຮັບຮູ້ນຳ.

Cr: Thairath

Continue Reading
ເດືອນພະຈິກ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
252627282930  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້