ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ອ່ານສານ ໃນ​ໂອກາດ ​ວັນຄົບຮອບ 55 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ​ແລະ ​ຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກ​​ອາ​ຊຽນ

ຮຽນບັນດາ ທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ, ບັນດາພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່​ແມ່ພີ່ນ້ອງຊາວລາວ​​ ທີ່ນັບຖື ແລະ ຮັກ​ແພງ ທັງຫຼາຍ,

​​​ສະມາຄົມບັນ​ດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ ໃນ​ວັນ​ທີ 8 ສິງ​ຫາ 1967 ແລະ ອາຊຽນ ໄດ້​ຖື​ເອົາ​ວັນ​ທີ 8 ສິງ​ຫາ ເປັນວັນ​ອາ​ຊຽນ.

ມື້​ນີ້ ວັນ​ທີ 8 ສິງ​ຫາ 2022 ​ເປັນ​ມື້​ຄົບ​ຮອບ 55 ປີ ຂອງການ​ສ້າງ​ຕັ້ງ​ອາ​ຊຽນ. ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997, ເຊິ່ງປີນີ້ກໍເປັນປີຄົບຮອບ 25 ປີທີ່ ສປປ ລາວເປັນສະມາ ຊິກອາຊຽນ.

ຂ້າ​ພະ​ເຈົ້າ ຕາງ​ຫນ້າໃຫ້ລັດ​ຖະ​ບານ​ແຫ່ງ ສ​ປ​ປ ລາວ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ມາ​ຍັງ ​ພໍ່​ແມ່​ພີ່​ນ້ອງ​ຊາວ​ລາວ ກໍ​ຄື​ບັນ​ດາ​ສະ​ມາ​ຊິກ​ຄອບ​ຄົວ​ອາ​ຊຽນ ເນື່ອງ​ໃນ​ໂອ​ກາດວັນ​ອາ​ຊຽນ ແລະ ຄົບຮອບ 25 ປີ ຂອງການເປັນສະມາຊິກອາຊຽນ ຂອງ ສປປ ລາວ.

ອາ​ຊຽນ ເປັນ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ​ ລະ​ຫວ່າງ​ລັດ​ຖະ​ບານ ທີ່​ມີ​ເອກ​ກະ​ລັກ​ສະ​ເພາະ, ເພາະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເປັນ​ພາກ​ພື້ນ​ທີ່​ມີ​ຄວາມ​ຫລາກ​ຫລາຍ ດ້ານ​ວັດ​ທະ​ນະ​ທຳ, ຮີດຄອງປະ ເພນີ, ສາດ​ສະ​ຫນາ, ປະ​ຫວັດ​ສາດ, ລະ​ບອບ​ການ​ເມືອງ, ລະ​ດັບ​ການ​ພັດ​ທະ​ນາ ແລະ ອື່ນໆ ຊຶ່ງ​ບໍ່​ຄື​ກັບ​ພາກ​ພື້ນ​ອື່ນໆໃນ​ໂລກ. ​

ຕະ​ຫລອດ​ໄລ​ຍະ 55 ປີ ຜ່ານ​ມາ, ອາ​ຊຽນ ໄດ້​ດຳ​ເນີນ​ການ​ຮ່ວມ​ມື ດ້ວຍ “ວິ​ຖີ​ທາງ​ອາ​ຊຽນ” ຊຶ່ງ​ອີງ​ໃສ່​ຈຸດ​ພິ​ເສດ​ຂອງ​ພາກ​ພື້ນ ກໍ​ຄື​ບັນ​ດາ​ຫ​ລັກ​ການ​ພື້ນ​ຖານ​ຂອງ​ອາ​ຊຽນ, ​ອັນໄດ້​ເຮັດ​ໃຫ້​ອາ​ຊຽນ​ສາ​ມາດ​ຜ່ານ​ຜ່າ​​ອຸ​ປະ​ສັກ ແລະ ການ​ທົດ​ສອບ​ນາ​ໆ​ປະ​ການ ແລະ ໄດ້ປະສົບຜົນສໍາເລັດ ໃນການພັດທະນາເສດຖະກິດ, ສັງຄົມມີການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ເທື່ອ​ລະ​ກ້າວ ແລະ ກາ​ຍມາ​ເປັນ​ປະ​ຊາ​ຄົມ​ອາ​ຊຽນທີ່ມີເສດຖະກິດໃຫຍ່ອັນດັບ 5 ຂອງໂລກ​ ແລະ ມີພົນ ລະເມືອງຫຼາຍກວ່າ 600 ລ້ານຄົນ. ພ້ອມດຽວກັນນັ້ນ, ກໍໄດ້ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັບ​ພາຍ ນອກ ​ບົນ​ຫລັກ​ການເປີດກວ້າງ, ກວມ​ລວມ ແລະ ບໍ່​ຈຳ​ແນກ ພາຍ​ໃຕ້​ກົນ​ໄກ​ການ​ຮ່ວມ​ມື​ທີ່​ອາ​ຊຽນ​ສ້າງຂຶ້ນ ແລະ ອາ​ຊຽນມີບົດບາດເປັນ​ແກນ​ກາງ ຊຶ່ງໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ.

ໃນ​ຊຸມ​ປີ​ຜ່ານ​ມາ ກໍ​ຄືໃນ​ປີ 2022 ນີ້, ອາ​ຊຽນ ແລະ ພາກ​ພື້ນ​ຕ່າງໆໃນ​ໂລກ ສືບ​ຕໍ່​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ທາງ​ດ້ານ​ພູມ​ສາດ​ການ​ເມືອງ, ຄວາມ​ຫມັ້ນ​ຄົງ, ວິກິດການດ້ານເສດຖະ ກິດ-ການເງິນ, ພະ​ຍາດ​ລະ​ບາດ ໂດຍ​ສະ​ເພາະ​ແມ່ນ​ພະ​ຍາດ​ໂຄວິດ-19, ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຂາດແຄນດ້ານ​ພະ​ລັງ​ງານ ແລະ ດ້ານ​ສະ​ບຽງ​ອາ​ຫານ ແລະ ອື່ນໆ​.

ຕໍ່​ຫນ້າ​ສະ​ພາບ​ການ​ດັ່ງ​ກ່າວ​, ອາ​ຊຽນ ໄດ້​ຮັດ​ແຫນ້ນ​ການ​ຮ່ວມ​ມື​ພາຍ​ໃນ​ອາ​ຊຽນ ແລະ ລະ​ຫວ່າງ​ອາ​ຊຽນ​ກັບ​ພາຍນອກ ເພື່ອຟື້ນ​ຟູເສດຖະກິດ​ທີ່ໄດ້ຮັບ​ຜົນ​ກະ​ທົບ​ຈາກການ​ລະ​ບາດ​ຂອງ​ພະ​ບາດ​ໂຄວິດ-19 ແລະ ​ສິ່ງ​ທ້າ​ທາຍ​ຕ່າງໆເຫລົ່າ​ນັ້ນ ເພື່ອ​ສືບ​ຕໍ່ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ຢ່າງ​ມີ​ປະ​ສິດ​ທິຜົນ ແລະ ກະກຽມສ້າງວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ​ຫລັງ​ປີ 2025 ໃຫ້​ແທດ​ເຫມາະ​ກັບ​ຈຸດ​ພິ​ເສດຂອງ​ອາ​ຊຽນ ກໍຄືສະ​ພາບ​ການ​ທີ່​ພວມ​ຜັນ​ແປ​ໄປໃນປັດຈຸບັນ ແລະ ຕໍ່ໜ້າ.

​ບົນ​ຈິດ​ໃຈ​ດັ່ງ ກ່າວ, ສ​ປ​ປ ລາວ ເຊື່ອ​ຫມັ້ນ​ວ່າ ການ​ເປັນ​ປະ​ທານ​ອາ​ຊຽນ​ຂອງ ກຳ​ປູ​ເຈຍ ໃນ​ປີ 2022 ພາຍ​ໃຕ້​ຄຳ​ຂວັນ “ອາຊຽນ: ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ” ຈະ​ໄ​ດ້​ຮັບຜົນ​ສຳ​ເລັດ ອັນເປັນການປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ອາ​ຊຽນໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ.

ບັນດາທ່ານ, ພໍ່​ແມ່​ພີ່ນ້ອງ ທີ່ຮັກ​ແພງ ​ທັງຫຼາຍ,

​ອາ​ຊຽນ ເປັນ​ບູ​ລິ​ມະ​ສິດ​ຫນຶ່ງ ທີ່​ສຳ​ຄັນ​ຂອງ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ສັນ​ຕິ​ພາບ, ເອ​ກະ​ລາດ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຂອງ ສ​ປ​ປ ລາວ. ຕະຫລອດໄລຍະ 25 ປີ ຂອງການເປັນສະມາຊິກອາຊຽນ ທຸກຂະ​ແຫນງ​ການຂອງ ສ​ປ​ປ ລາວ ນັບແຕ່ສູນກາງຮອດທ້ອງຖິ່ນ ປະ​ຊາ​ຊົນ​ລາວບັນດາເຜົ່າ ໄດ້ເຄື່ອນໄຫວວຽກ​ງານອາ​ຊຽນ​ຕາມ​ພາ​ລະ​ບົດ​ບາດ​ຂອງ​ຕົນຢ່າງຕັ້ງຫນ້າ ອັນເປັນການປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ລວມ ແຫ່ງ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ກໍ​ຄື​ການ​​ປົກ​ປັກ​ຮັກ​ສາ ແລະ ສົ່ງ​ເສີມສັນ​​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ ໃນ​ພາກ​ພື້ນ ແລະ ໃນ​ໂລກ,

ທັງເປັນການສ້າງ​ເງື່ອນ​ໄຂ​ທີ່​ເອື້ອ​ອຳ​ນວຍ​ໃຫ້ແກ່​ພາ​ລະ​ກິດ ແຫ່ງ​ການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກ​ເຮົາ ກໍຄື ການຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ​ ​ເຮັດ​ໃຫ້ ສ​ປ​ປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຈາກປະເທດສະມາຊິກອາຊຽນ ແລະ ບັນ​ດາຄູ່ຮ່ວມມືພາຍນອກ.

ບັນ​ດາ​ທ່ານ, ພໍ່​ແມ່​ພີ່ນ້ອງ ທີ່ຮັກ​ແພງ ​ທັງຫຼາຍ,

ນັບ​ແຕ່ ສ​ປ​ປ ລາວ ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ, ປະເທດຂອງພວກເຮົາ ໄດ້ເປັນປະທານອາຊຽນ ດ້ວຍຜົນສຳເລັດອັນຈົບງາມ ມາແລ້ວ 2 ຄັ້ງ ແລະ ໃນປີ 2024 ນີ້, ພວກເຮົາກໍຈະໄດ້ຮັບກຽດເປັນປະທານຫມູນວຽນອາຊຽນອີກ ເປັນຄັ້ງທີ 3. ຂ້າພະເຈົ້າ ຂໍຖືໂອກາດນີ້ ເຊີນຊວນພະ ນັກງານ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນ ໜ້າຈົ່ງພ້ອມ​ກັນເລີ່ມການ​ກະ​ກຽມ​ຄວາມ​ພ້ອມ ​ເພື່ອເປັນ​ປະ​ທານ​ອາ​ຊຽນ ແລະ ເປັນເຈົ້າພາບຈັດກອງປະຊຸມອາຊຽນໃນລະດັບຕ່າງໆ ໃນ​ປີ 2024.

ຂ້າ​ພະ​ເຈົ້າ​ ເຊື່ອ​ຫມັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ-ນຳ​ພາ​ຢ່າງ​ໃກ້​ຊິດ​ຂອງ​​ການ​ນຳ​ພັກ-ລັດ ແລະ ຄວາມ​ປຸ້ມ​ລຸມ​ສາ​ມັກ​ຄີ​ຂອງ​ພີ່​ນ້ອງ​ຊາວ​ລາວ, ພວກ​ເຮົາຈະ​ສາ​ມາດ​ເປັນ​ປະ​ທານ​ອາ​ຊຽນ ແລະ ເປັນ​ເຈົ້າ​ພາບ​ທີ່​ດີ ໃນ​ປີ 2024 ໄດ້​ຢ່າງ​ສຳ​ເລັດ​ຜົນ.

ສຸດ​ທ້າຍ​ນີ້, ຂ້າ​ພະ​ເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫ​ລວດ ຕະຫລອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ​ອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນ​ສະເຫລີມສະຫລອງວັນ​ອາ​ຊຽນ ຄົບຮອບ 55 ປີ ກໍຄື ຄົບຮອບ 25 ປີ ຂອງການເປັນສະມາຊິກອາຊຽນຂອງ ສປປ ລາວ ຢ່າງ​ມີເນື້ອໃນ ແລະ ມີຄວາມໝາຍ. ຂໍ​ຂອບ​ໃຈ.