ຈີນ ໃຫ້ທັດທະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ

ສຳນັກຂ່າວ CRI ລາຍງານວ່າ ວັນທີ 3 ສິງຫາ2022, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໃຫ້ທັດສະນະກ່ຽວກັບອາເມຣິກາລ່ວງລ້ຳອະທິປະໄຕຂອງຈີນ.

ທ່ານຫວາງຢີ້ກ່າວວ່າ: ທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາບໍ່ເອົາຫົວຊາຕໍ່ການປະທ້ວງຢ່າງເຄັ່ງຂຶມຂອງຝ່າຍຈີນ, ໂດຍໄດ້ເດີນທາງຢ້ຽມຢາມເຂດໄຕ້ຫວັນຂອງຈີນຢ່າງບັງອາດ. ການກະທຳແບບນີ້ ໄດ້ຝ່າຝືນຫຼັກການປະເທດຈີນດຽວຢ່າງໜັກໜ່ວງ, ເປັນການລ່ວງລ້ຳອະທິປະໄຕ ຂອງຈີນໂດຍເຈດຕະນາ.

ສິ່ງນີ້ໄດ້ພິສູດໃຫ້ເຫັນອີກຄັ້ງໜຶ່ງວ່າ ນັກການເມືອງຈຳນວນໜຶ່ງຂອງອາເມຣິກາໄດ້ກາຍເປັນຜູ້ກໍ່ຄວາມຫຍຸ້ງຍາກໃຫ້ກັບການພົວພັນຈີນ-ອາເມຣິກາ, ອາເມຣິກາໄດ້ກາຍເປັນຜູ້ທຳລາຍສັນຕິພາບແລະສະຖຽນລະພາບຂອງຊ່ອງແຄບໄຕ້ຫວັນຢ່າງຮ້າຍແຮງທີ່ສຸດ.

ທ່ານຫວາງຢີ້ເນັ້ນໜັກວ່າ: ສິ່ງທີ່ເຮັດໃຫ້ຊ່ອງແຄບໄຕ້ຫວັນຮັກສາສັນຕິພາບ ແລະສະຖຽນລະພາບນັ້ນແມ່ນຫຼັກການປະເທດຈີນດຽວ, ແນວປ້ອງກັນອັນແທ້ຈິງ ທີ່ເຮັດໃຫ້ຈີນແລະອາເມຣິກາຢູ່ຮ່ວມກັນໂດຍສັນຕິນັ້ນແມ່ນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມຣິກາ. ການທີ່ເພິ່ງອີງອາເມຣິກາເພື່ອສະແຫວງ ຫາຄວາມເປັນເອກະລາດນັ້ນ ເປັນທາງຕັນສາຍໜຶ່ງ, ກົນອຸບາຍທີ່ສວຍ ໃຊ້ບັນຫາໄຕ້ຫວັນເພື່ອຄວບຄຸມຈີນນັ້ນ ຕ້ອງປະສົບຄວາມລົ້ມເຫຼວແນ່ນອນ.

ຢູ່ຕໍ່ໜ້າຜົນປະໂຫຍດລວມຂອງຊາດແຫ່ງຄວາມເປັນເອກະພາບຂອງຊາດ, ຄົນຈີນມີຄວາມກ້າຫານທີ່ບໍ່ເຊື່ອໃນຄຳຫຼອກລວງແລະບໍ່ຢ້ານກົວຕໍ່ການນາບຂູ່, ມີຈິດໃຈທີ່ເຂັ້ມແຂງບໍ່ສາມມາດຂົ່ມຂູ່ແລະກົດດັນໄດ້, ມີຄວາມຕັດສິນໃຈທີ່ ສາມັກຄີຮ່ວມແຮງຮ່ວມໃຈກັນເປັນກຳລັງທີ່ເຂັ້ມແຂງບໍ່ສາມາດເອົາຊະນະໄດ້, ຍິ່ງມີຄວາມສາມາດໃນການເດັດດ່ຽວປົກປ້ອງອະທິປະໄຕແລະກຽດສັກສີຂອງຊາດ.