ເສົ້າສະຫຼົດໃຈ ລົດວີໂກ້ເສຍຫຼັກລົງນ້ຳລີກ ຜົວເປັນຜົວເສຍຊີວິດ ແລະ ລູກສູນຫາຍຄົນໜຶ່ງ

ໃນຕອນແລງຂອງວັນທີ 31 ກໍລະກົດ 2022 ລົດວິໂກ້ ເສຍຫລັກ ຕົກຈົມລົງນໍ້າລີກ ຢູ່ເຂດຄ້ອຍພູອິນຖິນ ( ພູກົກບົກ )ເມືອງຫີນເຫີບ ແຂວງວຽງຈັນ,

ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ຄົນ 1 ຍັງຊອກຫາບໍ່ພົບ ຄາດວ່າຈະຈົມລົງໄປກັບລົດ.

ຂໍ້ມູນເບື້ອງຕົ້ນ: ລົດຄັນດັ່ງກ່າວ ເດີນທາງມາຈາກເມືອງເຟືອງ ພ້ອມຄອບຄົວ ຈະມຸ່ງຫນ້າມານະຄອນຫລວງວຽງຈັນ

ມາຮອດຈຸດເກີດເຫດເປັນທາງໂຄ້ງ ແລະ ມີຝົນຕົກ ລົດກະບະວິໂກ້ ເສຍຫລັກ ຕົກຈົມລົງນໍ້າລີກ, ຜູ້ເຫັນເຫດການ ໄດ້ລົງໄປມຸດຊ່ວຍເມຍ ແລະ ລູກ 1 ຄົນນຳສົ່ງໂຮງຫມໍ ( ທັງສອງປອດໄພ ).

ສ່ວນຜູ້ເປັນຜົວຕິດຢູ່ໃນລົດຮັດເຂັມຄັດ ເຮັດໃຫ້ເສຍຊີວິດ, ສ່ວນລູກສາວອີກ 1 ຄົນ, ຍັງຊອກຫາບໍ່ເຫັນ.

..

ຄອບຄົວ ຜູ້ປະສົບອຸປະຕິເຫດ

ຂໍສະແດງຄວາມເສຍໃຈກັບເຫດການຄັ້ງນີ້ດ້ວຍ.