ຂ່າວດີ!!! ລາວ-ຊາອຸ ເຫັນດີຮ່ວມມືດ້ານການຄ້າ ນ້ຳມັນເຊື້ອໄຟ ແລະ ກະສິກຳລະຫວ່າງກັນ – ສື່ລາວ.ຄອມ
Connect with us

ຂ່າວເສດຖະກິດ

ຂ່າວດີ!!! ລາວ-ຊາອຸ ເຫັນດີຮ່ວມມືດ້ານການຄ້າ ນ້ຳມັນເຊື້ອໄຟ ແລະ ກະສິກຳລະຫວ່າງກັນ

Published

on

ນັບແຕ່ມີບັນຫານ້ຳມັນຂາດແຄນຢູ່ປະເທດເຮົາ ສິ່ງໜຶ່ງທີ່ປະຊາຊົນລໍຄອຍ ແລະຢາກເຫັນຄື ການເຈລະຈາຊື້ນ້ຳມັນຈາກບ່ອນທີ່ຖືກ ແລະມີສະໜອງເປັນປົກກະຕິ ໃນຂະນະທີ່ປະເທດເຮົາມີເສັ້ນທາງລົດໄຟທີ່ສາມາດນຳເຂົ້ານ້ຳມັນມາຮອດໄວ ແລະຕົ້ນທຶນຂົນສົ່ງຖືກລົງ ເຊິ່ງກໍຖືເປັນຂ່າວດີທີ່ລັດຖະບານໄດ້ພະຍາຍາມເຈລະຈາກັບບາງປະເທດທີ່ມີເງື່ອນໄຂ ຫຼ້າສຸດນີ້ຄືຊາອຸດິອາຣັບບີ.

ໃນຕອນບ່າຍ ວັນທີ 21 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບທາງໄກ ກັບ ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ (Faisal Bin Farhan Al Saud), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຊາອຸດິ ອາຣັບບີ.

ໃນການໂອ້ລົມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ທັງສອງປະເທດ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 29 ພຶດສະພາ 1990 ເປັນຕົ້ນມາ, ເຊິ່ງປີນີ້ ແມ່ນຄົບຮອບ 32 ປີ,​ ພ້ອມດຽວກັນ, ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນການຢ້ຽມຢາມເຮັດວຽກ ຂອງ ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ,

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ ໃນເດືອນ ມີນາ 2022 ຜ່ານມາ ທີ່ ນະຄອນຫຼວງວຽງຈັນ ແລະ ຜົນຂອງການປຶກສາຫາລື ຜ່ານໂທລະສັບທາງໄກ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ລະຫວ່າງ ສປປ ລາວ ແລະ ຊາອຸດິ ອາຣັບບີ ໃນເດືອນມິຖຸນາ 2022 ທີ່ຜ່ານມາ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງ ສອງປະເທດ ໃຫ້ມີບາດກ້າວອັນໃຫມ່.

ທັງສອງຝ່າຍ ໄດ້ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ,​ ໂດຍສະເພາະແມ່ນການນຳເຂົ້າ ຜະລິດຕະພັນ ນໍ້າມັນເຊື້ອໄຟຈາກ ປະເທດ ຊາອຸດິ ອາຣັບບີ ມາຍັງ ສປປ ລາວ ແລະ ການສົ່ງອອກ ສິນຄ້າກະສິກໍາ ຂອງ ສປປ ລາວ ໄປຍັງ ຊາອຸດິ ອາຣັບບີ.

ພ້ອມນີ້, ທັງສອງຝ່າຍ ເຫັນພ້ອມໃຫ້ການສະໜັບສະໜູນ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານຂອງ ອາຊຽນ ກັບ ກຸ່ມປະເທດ GCC (Gulf Cooperation Council), ສ່ວນ ຊາອຸດິ ອາຣັບບີ ກໍເປັນປະເທດປະສານງານ ຂອງ ກຸ່ມປະເທດ GCC (Gulf Cooperation Council)ກັບ ອາຊຽນ, ສອງຝ່າຍ ຈຶ່ງເຫັນດີເປັນເອກະພາບກັນຈະເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງກຸ່ມ ຂອງ ພາກພື້ນໃຫ້ນັບມື້ນັບຫຼາຍຂຶ້ນ.

ການສົນທະນາຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນເປັນຢ່າງດີ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງລັດຖະບານ ກໍ່ຄື ປະຊາຊົນສອງປະເທດ ລາວ ແລະ ຊາອຸດິ ອາຣັບບີ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍກ້າວຂຶ້ນຢ່າງຫມັ້ນທ່ຽງ.

ທີ່ມາ: ກະຊວງການຕ່າງປະເທດ

Continue Reading

ຂ່າວເສດຖະກິດ

ເກີດເຫດລົດແຊງກັນບໍ່ຫວິດ ສຸດທ້າຍຕົກລົງຂ້າງທາງ

Published

on

ໃນເວລາປະມານ 7:00 ໂມງ ຂອງວັນທີ 4 ພະຈິກ 2022 ເກີດອຸບັດຕິເຫດ ຢູ່ເຂດບ້ານທ່າງ່າມ ເມືອງທ່າແຂກ ແຂວງຄໍາມ່ວນ

ເຊິ່ງໄດ້ມີລົດແຊງກັນແຕ່ບໍ່ຫວິດ ເຮັດໃຫ້ລົດເສຍຫຼັກຕົກລົງຂ້າງທາງໂດຍມີຜູ້ບາດເຈັບຢູ່ຂັບມາໃນລົດຈຳນວນ 2 ຄົນເຊິ່ງຜູ້ກ່ຽວເປັນຄົນທ່າແຂກ ຈະເດີນທາງເພື່ອໄປສົ່ງເຄື່ອງທາງໜອງບົກ ແຂວງຄຳມ່ວນ

ທ່ານໃດຮູ້ຈັກເບີທາງກູ້ໄພເຂດເສັ້ນທາງສາຍນີ້ ສາມາດຄອມເມັ້ນໄວ້ດ່ວນ

Cr: Toy Toy

Continue Reading

ຂ່າວເສດຖະກິດ

ຍັງສູງຂຶ້ນໜ້າ ເດືອນຕຸລາ ເງິນເຟີ້ເພີ່ມຂຶ້ນ 36.7%

Published

on

ໂຕເລກເງິນເຟີ້ ຢູ່ ສປປ ລາວ ຍັງເພີ່ມຂຶ້ນສູງຕໍ່ເນື່ອງ ໂດຍອັດຕາເງິນເຟີ້ລວມ ເດືອນຕຸລາ 2022 ທຽບ ປີຕໍ່ປີຂຶ້ນຕໍ່ເນື່ອງ ຢູ່ໃນລະດັບ 36.7% (ເດືອນກັນຍາ 2022 ແມ່ນ 34.5). ເນື່ອງຈາກການເພີ່ມສູງຂຶ້ນ ທຸກໝວດສິນຄ້າ ເປັນຕົ້ນແມ່ນ: ໝວດສະບຽງອາຫານ.

….

ທີ່ມາ: ສູນສະຖິຕິແຫ່ງຊາດ

Continue Reading

ຂ່າວເສດຖະກິດ

ປະທານສະພາແຫ່ງຊາດ ເຊີນຊວນຊາວຣັດເຊຍ ມາທ່ຽວ ສປປ ລາວ

Published

on

ເນື່ອງໃນວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 62 ປີ ປະທານສະພາແຫ່ງຊາດ ໄດ້ເຊີນຊວນນັກທ່ອງທ່ຽວຈາກຣັດເຊຍມາທ່ອງທ່ຽວ ສປປ ລາວ ແລະ ເພື່ອເປັນການສ້າງສາຍພົວພັນ ລາວ-ຣັດເຊຍ ໃຫ້ເພີ່ມຂະຫຍາຍຍິ່ງຂຶ້ນກວ່າເກົ່າ.

ພາຍຫຼັງທີ່ລັດຖະບານລາວໄດ້ເປີດປະເທດ ລາວເຮົາກໍໄດ້ມີການຊຸກຍູ້ສົ່ງເສີມການທ່ອງທ່ຽວສີຂຽວ ເຊິ່ງນັກທ່ອງທ່ຽວສາມາດມາຮັບຊົມສະຖານທີ່ທ່ອງທ່ຽວຕ່າງໆໃນປະເທດລາວໄດ້, ຜ່ານມາລັດຖະບານລາວກໍໄດ້ປັບປຸງແກ້ໄຂການທ່ອງທ່ຽວໃຫ້ດີຂຶ້ນ ໂດຍສະເພາະແຂວງທີ່ເປັນແຫຼ່ງທ່ອງທ່ຽວ.

ນອກຈາກນີ້ ກໍຍັງມີລົດໄຟລາວ-ຈີນ ທີ່ມີຄວາມທັນສະໄໝ ເປັນຄົມມະນາຄົມທີ່ສຳຄັນຂອງລາວອີກດ້ວຍ. ຍັງບໍ່ໝົດພຽງເທົ່ານີ້ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ໂຄສະນາແຫຼ່ງທ່ອງທ່ຽວອັນໂດດເດັ່ນຢູ່ບັນດາແຂວງຂອງລາວ ຜ່ານສື່ອອນລາຍຕ່າງໆ ແລະ ອີກບໍ່ດົນກໍຈະມີນັກທ່ອງທ່ຽວຈາກຣັດເຊຍຫຼາຍຂຶ້ນ.

ຂໍ້ມູນຈາກ: https://cutt.ly/wBGDCYv ແລະ LaoX

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້