ໂຄວິດ-19 ເລີ່ມລະບາດຮອບ 2 ຢູ່ອາເມລິກາແລ້ວ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ໂຄວິດ-19 ເລີ່ມລະບາດຮອບ 2 ຢູ່ອາເມລິກາແລ້ວ

Published

on

ທ່ານ ໝໍ ສະກອດ ກອດລິເອັບ ອະດີດປະທານຄະນະກຳມະການອາຫານ ແລະ ຢາອາເມລິກາ (FDA) ກ່າວວ່າ: ຖ້າລັດຕ່າງໆ ເຊິ່ງກຳລັງປະສົບບັນຫາການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ບໍ່ໄດ້ດຳເນີນມາດຕະການທີ່ຈຳເປັນ ເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັສ ສິ່ງນີ້ອາດຈະເຮັດໃຫ້ການລະບາດລຸກລາມຈົນບໍ່ສາມາດຄວບຄຸມໄດ້. ທ່ານ ກອດລິເອັບ ກ່າວວ່າ: ລັດຕ່າງໆເຊັ່ນ:

ອາຣິໂຊນາ, ເທັກຊັສ ແລະ ຟໍຣິດາ ເຊິ່ງກຳລັງຜະເຊີນຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ ຄວນດຳເນີນມາດຕະການກວດສອບແຫລ່ງທີ່ມາຂອງການຕິດເຊື້ອ. ທັງນີ້ ຫລາຍລັດຢູ່ອາເມລິກາພົບວ່າ: ຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ເພີ່ມຂຶ້ນຫລັງຈາກມີການຫລຸດຜ່ອນມາດຕະການລັອກດາວທົ່ວປະເທດ ໂດຍປັດຈຸບັນ ອາເມລິກາຕິດອັນດັບ 1 ຂອງໂລກ ທັງຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ແລະ ຜູ້ເສຍຊີວິດ

ໂດຍມີຜູ້ຕິດເຊື້ອໄວຣັສໂຄວິດ-19 ຈຳນວນ 2.162.228 ຄົນ ແລະ ມີຜູ້ເສຍຊີວິດ 117.858 ຄົນ. ຜູ້ຊ່ຽວຊານເຜີຍໄວຣັສໂຄວິດ-19 ໄດ້ເລີ່ມລະບາດຮອບສອງຢູ່ອາເມລິກາແລ້ວ ຫລັງຫລຸດຜ່ອນລັອກດາວ ປະຊາຊົນບໍ່ເວັ້ນໄລຍະຫ່າງທາງສັງຄົມ-ບໍ່ໃສ່ຜ້າອັດປາກ-ດັງ, ແພດເຕືອນລະວັງລຸກລາມຈົນຄຸມບໍ່ໄດ້.ສາສະດາຈານ ວິວລຽມ ແຊບເນີ ຈາກມະຫາວິທະຍາໄລແວນເດິບິລ ໄດ້ໃຫ້ສຳພາດສຳນັກຂ່າວ CNBC ໂດຍລະບຸວ່າ: ໄວຣັສໂຄວິດ-19 ໄດ້ເລີ່ມລະບາດຮອບສອງຢູ່ອາເມລິກາແລ້ວ,

ຂະນະທີ່ປະຊາຊົນຈຳນວນຫລາຍຍັງບໍ່ຮັກສາໄລຍະຫ່າງທາງສັງຄົມ ແລະ ບໍ່ໄດ້ໃສ່ຜ້າອັດປາກ-ດັງ. ທ່ານ ແຊບເນີ ກ່າວວ່າ: ຊາວອາເມລິກາມີການຊຸມນຸມກັນ ລວມທັງມີການລວມຕົວກັນຈັດພິທີທາງສາສະໜາ ສິ່ງເຫລົ່ານີ້ອາດເຮັດໃຫ້ໄວຣັສໂຄວິດ-19 ແຜ່ລະບາດຫລາຍຂຶ້ນ. ພ້ອມເນັ້ນວ່າ: ການໃສ່ຜ້າອັດປາກ-ດັງເປັນເລື່ອງທີ່ມີຄວາມສຳຄັນຫລາຍໃນການປ້ອງກັນການແຜ່ເຊື້ອ ແລະ ເຈົ້າໜ້າທີ່ຄວນໃຫ້ຄວາມຮູ້ແກ່ປະຊາຊົນໃນເລື່ອງນີ້.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້