ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນ 171 ກໍລະນີ

ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ຕົວເລກຂອງຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ຫລື ໄຂ້ເລືອດອອກ ໃນຂອບເຂດທົ່ວປະເທດ ປະຈຳວັນທີ 3 ກໍລະກົດ 2022 ໄດ້ເພີ່ມຂຶ້ນ 171 ກໍລະນີ, ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ, ທົ່ວປະເທດລາວມີຜູ້ຕິດເຊື້ອພະຍາດດັ່ງກ່າວສະສົມລວມເປັນ 6.047 ຄົນ, ໃນນີ້ເສຍຊີວິດແລ້ວ 8 ຄົນ.

ສຳລັບແຂວງທີ່ມີການລາຍງານຜູ້ຕິດເຊື້ອ ໄຂ້ຍຸງລາຍຫລາຍກວ່າໝູ່ ແມ່ນນະຄອນ ຫລວງວຽງຈັນ ໂດຍສະເພາະແມ່ນຢູ່ເມືອງສີໂຄດຕະບອງ, ໄຊເສດຖາ, ຈັນທະບູລີ ແລະ ເມືອງຫາດຊາຍຟອງ ມີເຖິງ 3.193 ຄົນ, ຮອງລົງມາແມ່ນແຂວງສາລະວັນ 652 ຄົນ, ເຊກອງ 545 ຄົນ, ອັດຕະປື 450 ຄົນ, ສະຫວັນນະເຂດ 250 ຄົນ, ຫລວງນ້ຳທາ 249 ຄົນ ແລະ ຫລວງພະບາງ 135 ຄົນ. ສ່ວນຈໍານວນຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ ທັງໝົດ 8 ຄົນ ໃນນັ້ນ, ນະຄອນຫລວງ 4 ຄົນ, ສາລະວັນ 2 ຄົນ, ອັດຕະປື 1 ຄົນ ແລະ ຊຽງຂວາງ 1 ຄົນ, ແຂວງອື່ນຍັງບໍ່ມີລາຍງານຜູ້ເສຍຊີວິດ.

ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ຍັງໃຫ້ຮູ້ຕື່ມວ່າ: ປີນີ້ຝົນຕົກແຕ່ຫົວປີ ບວກ ກັບເປັນປີລະບາດໃຫຍ່ຂອງພະຍາດດັ່ງກ່າວ, ຈຶ່ງເຮັດໃຫ້ຈໍານວນຜູ້ຕິດເຊື້ອໄຂ້ເລືອດອອກ ເພີ່ມຂຶ້ນຫລາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ມີຄວາມສ່ຽງສູງທີ່ຈະເກີດການລະບາດຮ້າຍແຮງ ເຊິ່ງໄລຍະທີ່ມີການຕິດເຊື້ອສ່ວນໃຫຍ່ແມ່ນນັບແຕ່ທ້າຍເດືອນເມສາ ຫາເດືອນຕຸລາ.

ມາຮອດປັດຈຸບັນທີມງານຂອງສູນ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງນະຄອນຫລວງວຽງຈັນ ລົງເຄື່ອນໄຫວກວດກາຕາມບ້ານເຮືອນປະຊາຊົນ ຈຸດທີ່ມີຄວາມສ່ຽງຕ່າງໆ ພ້ອມທັງໄດ້ແນະນໍາໃຫ້ປະຊາຊົນ ອະນາໄມເຂດທີ່ຢູ່ອາໄສເປັນປະຈໍາ ເພື່ອປ້ອງກັນພະຍາດດັ່ງກ່າວ ແລະ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນ ເປັນເຈົ້າການປະຕິ ບັດຕາມຫລັກການ ກໍາຈັດບ່ອນເພາະພັນຍຸງລາຍ ຕາມຫລັກການ 5ປ ທີ່ກະຊວງສາທາ ລະນະສຸກວາງອອກຢ່າງເຂັ້ມງວດ.

ຕໍ່ສະພາບການດັ່ງກ່າວ, ພວກເຮົາຕ້ອງພ້ອມກັນປະຕິບັດຄໍາຂວັນທີ່ວ່າ “ບໍ່ມີໜອນນ້ຳຍຸງລາຍ ກໍບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ”. ພ້ອມນັ້ນ ຕ້ອງປະຕິບັດ 5ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫລ່ງເພາະພັນຂອງຍຸງລາຍໄດ້ ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ, ຫາກທຸກຄົນປະຕິບັດໄດ້ຕາມ 5ປ ຢ່າງເຂັ້ມງວດ ກໍຈະສາມາດຫລຸດຜ່ອນ, ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ໃຫ້ຫລຸດລົງເທື່ອລະກ້າວ.

ຂ່າວ: ມະນີທອນ