ຂ່າວພາຍໃນ
ເຈົ້າໜ້າທີ່ມ້າງຄະດີຢາເສບຕິດທີ່ເມືອງປາກລາຍ

ປະຈຸບັນຄະດີດັ່ງກ່າວ ທາງເຈົ້າໜ້າທີ່ໜ່ວຍງານ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງປາກລາຍ ແມ່ນສະຫຼຸບສຳນວນຄະດີ ແລະ ສົ່ງຟ້ອງໃຫ້ໜ່ວຍງານຄະດີ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງໄຊຍະບູລີ ດຳເນີນຄະດີ ຕາມລະບຽບກົດໝາຍ. ຜ່ານການ ສືບສວນ -ສອບສວນ ຂອງເຈົ້າໜ້າ ໜ່ວຍງານ ສະກັ້ນກັ້ນ ແລະ ຕ້ານຢາ ເສບຕິດ ກອງບັຊາການ ປກສ ເມືອງປາກລາຍ ຜູ່ຖືກຫາຊື່ ນາງ ແບະ ວິໄລພອນ ໄດ້ໃຫ້ການ ແລະ ຮັບສາລະພາບ ຕໍ່ເຈົ້າໜ້າທີ່ ວ່າ: ຢາບ້າຈຳນວນ ດັ່ງກ່າວ ຈຳນວນ 258 ເມັດ ແມ່ນເປັນຂອງຕົນເອງແທ້ຜູ່ກ່ຽວແມ່ນເກັບຮັກສາໄວ້ເພື່ອ,ຜູ່ກ່ຽວແມ່ນໄດ້ເລີ່ມ ພົວພັນ ຊື້ຂາຍຢາເສບຕິດ ປະເພດ(ຢາບ້າ)

ໃນ ເດືອນ 4 ປີ 2020 ເປັນຕົ້ນມາ,ໃນເບື້ອງຕົ້ນເວລາ ປະມານ 11 ໂມງ 00 ນາ ວັນທີ່ບໍ່ຈື່ເດືອນ 4 ປີ ໄດ້ມີຄົນບໍ່ຮູ້ຊື່ ຄົນບ້ານ ຕາກແດດ ເມືອງປາກລາຍ ມາຖາມຂາຍຢາບ້າໃຫ້ ຜູ່ກ່ຽວ ຢູ່ເຮືອນ ແຕ່ນາງ ແບະ 2020 ກໍ່ໄດ້ຕົກລົງ ຊື້ຢາບ້າ ຈຳນວນ 02 ຖົງ ເທົ່າກັບ 400 ເມັດ ໃນລາຄາ 1,200 .000 ກີບ ພາຍຫຼັງທີ່ໄດ້ຢາບ້າແລ້ວ ນາງ ແບະ ກໍ່ໄດ້ເອົາຢາບ້າໄປແບ່ງຂາຍຍ່ອຍໃຫ້ໄວໜຸ່ມ ພາຍໃນບ້ານ ທ່າມີໄຊຈົນໝົດ,ຕົກມາຮອດ ວັນທີ່ 12 ພຶດສະພາ 2020 ໄດ້ມີ ທ້າວບໍ່ຊື່ ຄົນຜູ້ເກົ່າ ໄດ້ເອົາຢາບ້າມາຂາຍໃຫ້ຈໍານວນ 2 ຖົງ ເທົ່າກັບ 400 ເມັດ ໃນຄາລາ 1,200 000 ກີບ ພາຍຫຼັງທີ່ໄດ້ຢາບ້າແລ້ວ ນາງ ແບະ ກໍ່ໄດ້ເອົາຢາບ້າ ມາແບ່ງຂາຍຍ່ອຍໃຫ້ຊາວໜຸ່ມ,ໄວໜຸ່ມ,ບ້ານ ທ່າມີໄຊ ຈຳນວນ 142 ເມັດ,ຍັງເຫຼືອ 258 ເມັດ,

ຜູ່ກ່ຽວແມ່ນເກັບມ້ຽນຮັກສາໄວ້ເພື່ອຂາຍ,ຕົກມາຮອດປະມານ ເວລາ 16 ໂມງ 00 ຂອງວັນທີ່ 12 ພຶດສະພາ 2020 ໄດ້ຖືກເຈົ້າໜ້າທີ່ ໜ່ວຍງານ ວິຊາສະເພາະ ກອງບັນຊາການ ປກສ ເມືອງປາກລາຍ ເຂົ້າກວດ ເຄຫະສະຖານ ເຮືອນຂອງຜູ່ກ່ຽວ ຈຶ່ງພົບເຫັນຂອງກາງຢາບ້າ ຈໍານວນ 258 ເມັດ,ຊຸກເຊື່ອງໄວ້ໃນຫ້ອງນອນຜູ່ກ່ຽວ, ຈຶ່ງກັກຕົວນາງ ເບະ ວິໄລພອນ ມາດໍາເນີນຄະດີ ເພື່ອຂະຫຍາຍຜົນ ຕາມລະບຽບກົດໝາຍ. ເຈົ້າໜ້າທີ່ ວິຊາສະເພາະ ໜ່ວຍງານສະກັດກັ້ນ ແລະ ຕ້າຢາເສບຕິດ ປກສ ເມືອງປາກລາຍ ມ້າງລາຍຄະດີ ຜູ່ຊື້ຂາຍ ຢາເສບຕິດ ແລະ ມີໄວ້ໃນຄອບຄອງ.(ຢາບ້າ) ໃນວັນທີ່ 12 ພຶດສະພາ 2020 ທີ່ຜ່ານມາ ເຈົ້າໜ້າທີ່ ວິຊາສະເພາະ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ

ໄດ້ ສົມທົບ ປກສ ບໍລິການປະຊາຊົນ ກຸ່ມບ້ານເມືອງວາ ກອງບັນຊາການ ປກສ ເມືອງປາກລາຍ ໄດ້ວາງແຜນ ເຈັບກຸມ ຜູ່ຊື້ຂາຍ, ຢາເສບຕິດ ປະເພດ(ຢາບ້າ) ເຂດ ບ້ານ ທ່າມີໄຊ ເມືອງປາກລາຍ ແຂວງໄຊຍະບູລີ ພໍຮອດເວລາ ປະມານ 16 ໂມງ 00 ນາທີ ເຈົ້າໜ້າທີ່.ຈຶ່ງເຂົ້າກວດຄົ້ນເຄຫະສະຖານ ເຮືອນເປົ້າໝາຍສົງໃສ,ກວດພົບຂອງການປະເພດຢາບ້າ ທີ່ຊຸກເຊື່ອງໄວ້ໃນເຮືອນຫ້ອງນອນ ຂອງຜູ່ກ່ຽວຈຳນວນ 258 ເມັດ,ໂທລະຊັບຈຳນວນ 01 ໜ່ວຍ,ພ້ອມຄຸມຕົວເປົ້າໝາຍຈຳນວນ 01 ຄົນຊື່ ນາງ ແບະ ວິໄລພອນ ອາຍຸ 42 ປີ ອາຊີບປະຊາຊົນ ຢູ່ບ້ານ ທ່າມີໄຊ ເມືອງປາກລາຍ ແຂວງໄຊຍະບູລີ ມາດຳເນີນ ການສືບສວນ-ສອບສວນ.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป7 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ12 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ