ເສຍດາຍຄົນມີຄວາມຮູ້ຄວາມສາມາດ ຄູ່ຜົວເມຍ ອາສາໄດ້ 6 ປີ ຕັດສີນໃຈ ລາອອກພ້ອມກັນ

ນາຍຄູອາສາ(ຜົວ) ແລະ ນາຍໝໍອາສາ(ເມຍ) ຕັດສິນໃຈລາອອກແລ້ວເດີ,

ຈຳເປັນຕ້ອງວາງບິກວາງສໍວາງເຂັມສັກຢາໄປເຮັດໄຮ່ເຮັດສ່ວນຄືເກົ່າລະເດີ. ເຮັດວຽກມາ6ປີບໍ່ໄດ້ໂກຕາລັດຖະກອນ.

ເສຍດາຍຄວາມຮູ້ຄວາມສາມາດ, ຄວາມມັກຄວາມຮັກໃນອາຊີບຂອງຫມູ່ ຫມູ່ທີ່ຮຽນນຳກັນມາສູ້ໆຊົນເດີ Thong Vanh Song

ປະຫວັດ​ການຮຽນຂອງ ຜູ້ເປັນຜົວ “ຜົນງານຝາກໄວ້ລູກຫລານເບີ່ງ”

ຂ້າພະເຈົ້າຊື່ ທ. ທອງວັນ ຊົງ ເກີດເມຶ່ອວັນທີ 6.10.1991 ວິຊາທີ່ຮຽນຈົບ ຄູຄະນິດສາດ-ຟີຊິກສາດ ລະບົບຊັ້ນສູງຮຽນຈົບຈາກໂຮງຮຽນສ້າງຄູວິທະຍາໄລອ່ຽນບ້າຍ(ສສຫວຽດນາມ) ໄລຍະຮຽນ2013-2016 ໄດ້ເລີ່ມເຂົ້າສອນຢູ່ໂຮງຮຽນ ມ.ສມ່ວງດອນມູນ ເມຶອງຄອບ ແຂວງໄຊຍະບູລີໃນສົກຮຽນ2016-2017 ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດ ມ.4 ໄດ້ທີ2ຂັ້ນເມືອງ, ສົກຮຽນ2017-2018ສາມາດຊ້ອມນັກຮຽນເກັ່ງວິຊາຄະນິດສາດຂັ້ນມ4ໄດ້ທີ3ຂັ້ນເມຶອງ ແລະ ຟີຊິກສາດຂັ້ນມ4ໄດ້ທີ1ຂັ້ນເມຶອງ,ທີ1ຂັ້ນແຂວງແລະທີ7ຂັ້ນກະຊວງ.

ໃນສົກຮຽນ2018-2019ໄດ້ຍ້າຍໄປປະຈຳການຢູ່ໂຮງຮຽນ ມ.ຕນ້ຳຄ່າສາມາດເຝິກຊ້ອມນັກຮຽນເກັ່ງວິຊາຟີຊິກສາດຂັ້ນມ4ໄດ້ທີ1ຂັ້ນເມຶອງ,ທີ1ຂັ້ນແຂວງແລະທີ8ຂັ້ນກະຊວງໃນສົກຮຽນ2019-2020ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ2ຂັ້ນແຂວງ ໃນສົກຮຽນ2020-2021ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ3ຂັ້ນແຂວງ ໃນສົກຮຽນ2021-2022ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ2ຂັ້ນແຂວງ.

….

ໄດ້ສອບເສັງເຂົ້າລັດຖະກອນ2ເທຶ່ອແຕ່ບໍ່ເຫັນຄະແນນ ແລະ ກໍບໍ່ໄດ້ລັດຖະກອນເລີຍ.ມາປີນີ້ບໍ່ມີຮອດລາຍຊື່ໄປເສັງເຂົ້າລັດຖະກອນນຳຫມູ່ກໍເລີຍລາອອກຈາກຄູອາສາຍ້ອນມີຄວາມຫຍູ້ງຍາກຫລາຍແລະບໍ່ສາມາດລ້ຽງຄອບຄົວໄດ້.

….

….

….