ສີລັງກາ ຕ້ອງໃຊ້ທະຫານເຝົ້າປໍ້ານໍ້າມັນ 24 ຊົ່ວໂມງ ເພື່ອຄວບຄຸມຄົນທີ່ມາປະທ້ວງທີ່ມາຖ້າເຕີມນໍ້າມັນ

ປະເທດສີລັງກາຕ້ອງປະເຊີນກັບບັນຫາເສດຖະກິດອັນໂຫດຮ້າຍໃນຮອບ 70 ປີ ຕັ້ງແຕ່ແຢກອອກເປັນເອກະລາດ ບັນຫາຫຼັກທີກຳລັງພວມປະເຊີນຢູ່ນັ້ນກໍ່ຄືການຂາດແຄນນໍ້າມັນເຊື້ອເພີງ ໂດຍຈຳເປັນຕ້ອງໃຊ້ທະຫານເຝົ້າປໍ້ານໍ້າມັນ 24 ຊົ່ວໂມງ ເພື່ອຄວບຄຸມຄົນທີ່ມາປະທ້ວງທີ່ມາຖ້າເຕີມນໍ້າມັນ

ມີລາຍງານວາໃນວັນເສົາທີ 13 ມິຖຸນາ 2022 ໄດ້ເກີດເຫດກຸ່ມຄົນປະທ້ວງປະມານ 20 ເຖິງ 30 ຄົນໄດ້ໂຢນກ້ອນຫີນໃສ່ທະຫານ ເນື່ອງຈາກນໍ້າມັນໝົດ ດັ່ງນັ້ນທະຫານຈຳເປັນຕ້ອງຍິງກັບກຸ່ມຄົນປະທ້ວງເຮັດໃຫ້ທະຫານ 3 ຄົນ ແລະ ປະຊາຊົນ 4 ຄົນໄດ້ຮັບບາດເຈັບ

ຫຼັງຈາກຫຼາຍປະເທດເຂົ້າມາຊ່ວຍເຫຼືອດ້ານອາຫານ, ຢາຮັກສາໂລກ ແລະພະລັງງານ ແຕ່ກໍ່ຍັງຂາດແຄນຄືເກົ່າໂດຍສະເພາະເຊື້ອເພີງ ແລະແກ໊ສຫຸງຕົ້ມ ທີ່ຍັງຕ້ອງລຽນຄິວຕໍ່ແຖວກັນຍາວຫຼາຍກວ່າເກົ່າ ຈົນລັດຖະບານຕ້ອງປະກາດວັນຫຍຸດທຸກໆວັນສຸກ ເພື່ອລົດການເດີນທາງໃຫ້ຫຼາຍທີ່ສຸດ ລ່າສຸດຕ້ອງປະກາດຢຸດຮຽນ 2 ອາທິດເນັ້ນມາຮຽນອອນລາຍແທນ ເພື່ອລົດການເດີນທາງທີ່ໃຊ້ພະລັງງານເຊື້ອເພີງ

,,,,,

,,,,

,,,,

….

.,,,

ຂ່າວອ້າງອີງຈາກ: ຂ່າວສານຕ່າງປະເທດ