ອາດເພາະບ້ານເຊົ່າເຂົ້າຊື້ເລີຍຢື້ຊີວີດພຽງກີນແຕ່ຢາປາຣ້າ ບໍ່ຍອມໄປຫາຫມໍ

ອາດເພາະບ້ານເຊົ່າເຂົ້າຊື້ເລີຍຢື້ຊີວີດພຽງກີນແຕ່ຢາປາຣ້າ …..ບໍ່ຍອມໄປຫາຫມໍ

ອີງຕາມການລາຍງານຂອງ ໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ມີເຫດຄົນນອນເສຍຊີວິດ ເນື່ອງໃນລະບຸວ່າ: ບໍ່ຍອມໄປຫາໝໍ ທ້າວຄຳໄຫຼ ອາຍຸ 23 ປີ ພວມເປັນໜຸ່ມ ອາຊີບກຳມະກອນກວດຖະໜົນທາງຢູ່ໜ້າໂຮງໝໍ.

ມີອາການເປັນໄຂ່ມາໄດ້ 2 ມື້ ເປັນໄຂ້ຂີງຮ້ອນເເຮງແຕ່ບໍ່ຮູ້ໄຂ້ສະນີດໃດເພາະບໍ່ໄດ້ໄປກວດແລະບໍ່ຍອມເອົາຕົວເອງໄປໂຮງໝໍ ບໍ່ຍອມບອກພີ່ນ້ອງເພາະຢ້ານເຮັດໃຫ້ຄົນອື່ນລຳບາກຍ້ອນຕົນບໍ່ມີ ສີຂໍໃຜກະບໍ່ກ້າ ເພາະໃຜກະບໍ່ມີແຮງຊ່ວງນີ້ວິດກີດເຂົ້າຢາກໝາກແພງອາຫານການກີນຄ່າໃຊ້ຈ່າຍຕ່າງໆສູງຂື້ນ.

ປະຈຸບັນຄຳໄຫຼ ເຊົ່າຫ້ອງແຖວ ຍ້ອນມີພະລະຫຼາຍອັນຈົນປະໂຕເອງທໍລະມານຈົນຂາດໃຈແລະນອນຕາຍຕາບໍ່ຫລັບ ໃນຄອບຄົວພີ່ນ້ອງກໍ່ລ້ວນແຕ່ແມ່ນຄົນບໍ່ມີ ຢູ່ກັນຄົນລະບ່ອນ ຈື່ງໄດ້ວອນຂໍໃຫ້ສະມາຄົມພວກເຮົາຊ່ວຍດູແລແກ້ໄຂຈັດງານສົບໃຫ້ແກ່ທ້າວຄຳໄຫຼ ດ້ວຍເທີດ.

ຜູ້ຕາຍເຊົ່າຫ້ອງເເຖວຢູ່ບ້ານໂພນປາເປ້າ ເມືອງສີສັດຕະນາກ ນະຄອນຫລວງ ຕອນນີ້ສົບເອົາມາໄວ້ທີ່ວັດປ່າສ້າງເຫວີຍມື້ອື່ນສົ່ງສະການ

ທີ່ມາ: ໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ