ປີ 2020-2021 ຕ້ອງແກ້ໄຂຜູ້ທີ່ຍັງຕົກຄ້າງໃຫ້ໄດ້ 50% – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ປີ 2020-2021 ຕ້ອງແກ້ໄຂຜູ້ທີ່ຍັງຕົກຄ້າງໃຫ້ໄດ້ 50%

Published

on

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ຫ້ອງປະຊຸມ ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານ ນະຄອນຫຼວງວຽງຈັນ, ມີບັນດາຄະນະກົມໃຫຍ່, ກອງເສນາກໍ່ສ້າງຮາກຖານ ປກສ ນວ, ກອງບັນຊາການ 9 ເມືອງ ແລະ ພະນັກງານກໍ່ສ້າງຮາກຖານ 188 ຄົນເຂົ້າຮ່ວມ.

ສະເພາະການຫັນລົງກໍ່ສ້າງຮາກຖານການເມືອງໃນຊຸດນີ້ແມ່ນໄດ້ເພີ່ມກຳລັງລົງກໍ່ສ້າງຮາກຖານການເມືອງຕື່ມອີກ 3 ເມືອງ ຈາກເດີມ 6 ຕົວເມືອງ ລວມເປັນ 9 ເມືອງ, ເພື່ອສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນ ມີຄວາມສະຫງົບໂດຍພື້ນຖານ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດຕາມແຜນແມ່ບົດຂອງກະຊວງປ້ອງກັນຄວາມສະຫງົບ ວາງອອກຕາມ 4 ເນື້ອໃນ 4 ຄາດໝາຍ

ໂດຍປະຕິບັດນັບແຕ່ບາດກ້າວ 1-2-3-4 ໃນການກະກຽມຂຶ້ນແຜນ, ເກັບກໍາຂໍ້ມູນ, ແກ້ໄຂ ແລະ ສະຫຼຸບຖອດຖອນບົດຮຽນ; ສຳລັບ 6 ເມືອງ ທີ່ຈັດຕັ້ງຜ່ານມາກ່ອນແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດບາດກ້າວທີ່ 3 ຄື: ແກ້ໄຂວຽກທີ່ຍັງຄົງຄ້າງເປັນຕົ້ນ ການແກ້ໄຂວຽກງານສຳມະໂນຄົວ ແລະ ອອກບັດປະຈຳຕົວ, ວຽກງານແກ້ໄຂຄົນຕ່າງປະເທດ ແລະ ວຽກງານແກ້ໄຂປະກົດການຫຍໍ້ທໍ້ທາງອາຍາເປັນຕົ້ນ ການປຸ້ນຈີ້, ຊີງຊັບ ລັກຊັບ ແລະອື່ນໆ.

ໃນກອງປະຊຸມເຜີຍແຜ່ແຜນຫັນລົງກໍ່ສ້າງຮາກຖານການເມືອງຕິດພັນການຈັດສັນຄວາມເປັນລະບຽບຮຽບຮ້ອຍ ປຸກລະດົມກໍາລັງແຮງທົ່ວປວງຊົນເຂົ້າຮ່ວມຂະບວນການແຂ່ງຂັນ “ ຮັກຊາດ-ພັດທະນາ ” ຕິດພັນກັບວຽກງານ 3 ສ້າງ ຢູ່ ນະຄອນຫຼວງວຽງຈັນ ສົກປີ 2020-2021 ທີ່ຈັດຂຶ້ນໃນວັນທີ 16 ມິຖຸນາ 2020, ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ຫົວໜ້າຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານ ນະຄອນຫຼວງວຽງຈັນ,

ໄດ້ກ່າວເນັ້ນໃຫ້ກອງກໍ່ສ້າງຮາກຖານ ປກສ ນະຄອນຫຼວງວຽງຈັນ ໃນປີ 2020-2021 ນີ້ ຕ້ອງສຸມໃສ່ແກ້ໄຂວຽກງານສຳມະໂນຄົວຜູ້ທີ່ຍັງຕົກຄ້າງ, ຍົກຍ້າຍມາຢູ່ໃໝ່, ເດັກເກີດໃໝ່ ທີ່ບໍ່ທັນຂຶ້ນສຳມະໂນຄົວໃຫ້ໄດ້ 50 ສ່ວນຮ້ອຍ. ນອກຈາກນີ້ໃຫ້ເອົາໃຈໃສ່ຄຸ້ມຄອງກວດກາຄືນບັນດາຄົນຕ່າງປະເທດ ທີ່ມາພັກເຊົາ ແລະ ປະກອບອາຊີບຖືກຕ້ອງ ແລະ ບໍ່ຖືກຕ້ອງ,

ກໍາໃຫ້ໄດ້ເປົ້າໝາຍ ເພື່ອສະກັດກັ້ນການກໍ່ອາຊະຍາກຳທາງດ້ານຄອມພິວເຕີ, ທາງອິນເຕີເນັດ ທີ່ແອບແຝງລີ້ຊ້ອນເພື່ອສ້າງຄວາມບໍ່ສະຫງົບໃນທຸກຮູບແບບ, ນອກຈາກນີ້, ໃຫ້ເອົາໃຈໃສ່ເຜີຍແຜ່ໂຄສະນາລະບຽບກົດໝາຍໃຫ້ປະຊາຊົນເຂົ້າໃຈ ແລະ ໃຫ້ເຂົາເຈົ້າມີສ່ວນຮ່ວມເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ຕ່າງໆໄດ້ຮັບການແກ້ໄຂ ແລະ ຫຼຸດລົງຢ່າງຂາດຕົວ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້