ສະພາສະເໜີໃຫ້ລັດຖະບານ ບໍ່ໃຫ້ສ້າງໜີ້ເພີ່ມ

ພາຍຫລັງ ທີ່ລັດຖະບານ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນວັນທີ 13 ມິຖຸນາ 2022 ນີ້ ໂດຍຂໍໍດັດແກ້ຕົວເລກຫລາຍຄາດໝາຍດ້ານເງິນຕາ, ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກ ທີ່ຜັນຜວນຢ່າງຮຸນແຮງ ທີ່ຈະເຮັດໃຫ້ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນປີນີ້ ບໍ່ບັນລຸຕາມຄາດໝາຍວາງໄວ້.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2022.

ພ້ອມທັງລະບຸວ່າ ໃນກອງປະຊຸມສະພາແຫ່ງຊາດເທື່ອນີ້, ສະມາຊິກສະພາແຫ່ງຊາດ ຈະໄດ້ປະກອບຄໍາເຫັນໃສ່ຂໍ້ສະເໜີ ຂອງລັດຖະບານກ່ຽວກັບການຂໍດັດແກ້ ຕົວເລກຄາດໝາຍເສດຖະກິດມະຫາພາກຂອງແຜນການປີ 2022 ເປັນຕົ້ນແມ່ນການສະເໜີ ດັດແກ້ຄາດໝາຍດ້ານອັດຕາແລກປ່ຽນຈາກ “ການຄຸ້ມຄອງອັດຕາແລກປ່ຽນເງິນກີບ ທຽບເງິນໂດລາເໜັງຕີງໃນຂອບບໍ່ເກີນ +-5%” ມາເປັນ “ຄຸ້ມຄອງອັດຕາແລກປ່ຽນໃຫ້ເໜັງຕີງ ໃນລະດັບທີ່ສາມາດຮັບປະກັນການປະຕິບັດ ຄາດໝາຍວາລະແຫ່ງຊາດ ແລະ ບໍ່ສ້າງແຮງກົດດັນໃຫ້ອັດຕາເງິນເຟີ້ເກີນຄາດໝາຍ”.

ການສະເໜີຂໍດັດແກ້ຄາດໝາຍດ້ານການຂະຫຍາຍຕົວຂອງປະລິມານເງິນ M2 ຈາກ“ຂະຫຍາຍຕົວບໍ່ເກີນ 22% ທຽບໃສ່ປີຜ່ານມາ” ມາເປັນ “ຂະຫຍາຍຕົວບໍ່ເກີນ 28% ທຽບໃສ່ປີຜ່ານມາ” ແລະ ການສະເໜີຂໍດັດແກ້ຄາດໝາຍດ້ານອັດ ຕາເງິນເຟີ້ ຈາກ “ຄວບຄຸມອັດຕາເງິນເຟີ້ ສະເລ່ຍໝົດປີໃຫ້ຢູ່ໃນລະດັບບໍ່ເກີນ 5%” ມາເປັນ “ຄວບຄຸມອັດຕາເງິນເຟີ້ ສະເລ່ຍໝົດປີ ໃຫ້ຢູ່ໃນລະດັບບໍ່ເກີນ 12%”.

ທ່ານ ສົມມາດ ພົນເສນາ ຍັງໃຫ້ຮູ້ຕື່ມວ່າ: ສ່ວນເບື້ອງຄະນະປະຈໍາສະພາແຫ່ງຊາດ ກໍໄດ້ສະເໜີຕໍ່ລັດຖະບານ ໃຫ້ກວດກາຄືນບັນດາໂຄງການລົງທຶນຂອງລັດໃນສົກປີ 2021-2022 ແລະ ຈະສືບຕໍ່ປະ ຕິບັດໃນ 6 ເດືອນທ້າຍປີ, ໂຄງການໃດຄວນສືບຕໍ່ ແລະ ໂຄງການໃດຄວນສະລໍໄວ້ກ່ອນ, ທັງນີ້ ກໍເພື່ອບໍ່ເປັນການສ້າງໜີ້ສິນໃໝ່ເພີ່ມຂຶ້ນຕື່ມ, ທັງເປັນວິທີປະຢັດມັດທະຍັດໃນສະພາບ ທີ່ເສດຖະກິດມະຫາພາກຍັງບໍ່ມີຄວາມສະຫງົບ ລວມເຖິງການກວດກາ ແລະ ປະເມີນດຸນການຄ້າກັບຕ່າງປະເທດ ໃຫ້ມີຄວາມຊັດເຈນຂຶ້ນຕື່ມ ໂດຍຈໍາແນກເປັນແຕ່ລະສິນຄ້າ, ທັງກວດກາການແຈ້ງລາຄານໍາເຂົ້າສິນຄ້າປະເພດຕ່າງໆ ໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງຫລາຍຂຶ້ນ.