ສິ່ງທີ່ຢາກຈະເວົ້າຄື ເປັນຫຍັງສັງຄົມລາວເຮົາຈຶງເກີດເລື່ອງແບບນີ້ຊ້ຳແລ້ວຊ້ຳອີກ..
2016 ເກີດກໍລະນີບໍລິສັດ PS ພີເອສ ສ້າງຄວາມເສຍຫາຍຫາຍຕື້ກີບ ເລື່ອງນີ້ຮ້ອງຟ້ອງ ແລະ ຜູ້ກໍເຫດ ກະຮັບໂທດທັນຈົນຮອດມື້ນີ້..
2018 ເກີດກໍລະນີ ສະຖາບັນການເງິນຈຸນລະພາກ ເພື່ອການພັດທະນາ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ..ນັ້ນກະເປັນເລື່ອງໃຫຍ່ເຕີບ ແຕ່ກະຍັງຖືວ່າໃນວົງແຄບ.
2022 ກໍລະນີເຈ້ທິບ (ນາງພອນທິບ ໄຊປັນຍາ) ອັນນີ້ຖືວ່າ ສ້າງຄວາມເສຍຫາຍມູນຄ່າຫລາຍສິບຕືກີບ ມີຜູ້ເສຍຫາຍບາງຄົນປະເມີນວ່າ ເງິນທີ່ເຈ້ທິບໂກງໄປບໍ່ຕ່ຳກວ່າ 50,000,000 USD. (ປະເມີນຈາກສາຍຫວຍ, ຈາກເງິນແຕ່ລະຄົນໄປຝາກ) ຂອບຂ່າຍຄວາມເສຍຫາຍຖືວ່າ ທົ່ວປະເທດລາວ ແຕ່ເຫນືອຮອດໃຕ້..
😲ຟັງຄຳບອກເລົ່າຈາກຜູ້ເສຍຫາຍບາງຄົນວ່າ.
“ ນ້ອງກະຮູ້ຈັກເຈ້ທິບມາແຕ່ດົນແລ້ວ ຮູ້ທັງຮູ້ວ່າ ແຕ່ກ່ອນຄອບຄົວລາວກະບໍ່ໄດ້ລ້ຳລວຍມາແຕ່ໃສ ແຕ່ກ່ອນລາວກະຂີລົດຟີໂນ ທຳມະດາ ນີ້ລະ…ແຕ່ນ້ອງກະຍັງຖືກລາວຕົ້ມຈົນໄດ້ ຍ້ອນຫຍັງກະບໍ່ຮູ້ “
ບາງຄົນວ່າ
“ລາວມາໃຫ້ ບໍລິສັດນ້ອງອອກແບບຮ້ານເພັດ ຄ່າອອກແບບກະຍັງບໍ່ໄດ້ຮອດປານນີ້ ວ່າສິສ້າງຮ້ານເພັດແບບເວີວັງອະລັງການແຕ່ບໍ່ສ້າງ ດີແຕ່ຍັງບໍ່ໄດ້ເຊັນສັນຍາກັນຢ່າງເປັນທາງການ ຖ້າຊັ້ນ 200,000 USD. ຄົງຫາຍໄປໃນສາຍລົມ…ສະຫລຸບນາງມາໃຫ້ອອກແບບເພື່ອນຳຮູບພາບໄປເປັນໂປໄຟຣ ເອີ້ນແມງເມົ່າຊື່ ໆ “
ແລະອີກຄົນກະວ່າ..
“ ກະເຫັນໂປໄຟຣດີ ຈຶງເອົາເພັດຈາກຮ້ານນອ້ງນີ້ລະໄປໃຫ້ລາວຂາຍ…ຕອນແລກ ໆ ກະຈ່າຍເງິນຄ່າເຄື່ອງງ່າຍ ໆ ສອງເດືອນຜ່ານມາກະເລີ່ມຍາກ ນ້ອງກະຫນ້າຈະເອະໃຈແຕ່ຕອນນັ້ນ..ສຸດທ້າຍ 200,000 USD 2,500,000 ບາດ ແລະ 150,000,000 ກີບ ຫາຍໄປໃນກັບສາຍລົມ..ຈົນຕອນນີ້ ນ້ອງເຮັດຫຍັງບໍ່ເປັນເລີີຍ ຢູ່ຊື່ ໆ ມືດແປດດ້ານ ”
ຈາກຄຳບອກເລົ່ານີ້ ມັນສະທ້ອນເຖີງ ຕົວຕົນຂອງເຈ້ທິບນັ້ນຕັ້ງໃຈຈະມາຕົວະຕົ້ມຕັ້ງແຕ່ຕົ້ນຢູ່ແລ້ວດ້ວຍການ
ສ້າງພາບລັກໃຫ້ເວີ້ວັງອະລັງການໃນໂລກອອນລາຍ ເພື່ອໃຫ້ເບີ່ງຫນ້າເຊື່ອຖື ເພື່ອຫລອກຕາແມງເມົ່າ ເຊັ່ນວຽກທີ່ກ່ຽວຂອງກັບບໍລິສັດຮັບອອກແບບ
ສ້າງກະແສເລື່ອງຖືກຫວຍຈຳນວນຫລາຍ ໆ ປະຈຳ ເພື່ອໃຫ້ແມງເມົ່າ ຫມັ້ນໃຈເລື່ອງສະພາບຄ່ອງຂອງການເງິນ
ໃຫ້ດອກເບຍສູງ ໆ 30% ເພື່ອລໍ້ລວງຫລືດຶງຄວາມໂລບມາກໃນຕົວເຮົາໃຫ້ປວດຈ້າວໃສ່..
ເມື່ອໄດ້ຕາມແຜນ ຫລື ຕາມທີ່ນາງຕ້ອງການແລ້ວ ນາງຈຶງຫນີໄປຢູ່ເມືອງທິບແບບໄຮ້ຮ່ອງຮອຍ ຢ່າງທີ່ເປັນຂ່າວ..
ຄຳຖາມຕໍ່ມາຄື..ເລື່ອງໃຫຍ່ສ້າງຄວາມເສຍຫາຍປານນີ້ ນາງພອນທິບຄົນດຽວເຮັດໄດ້ບໍ່ ຄຳຕອບຄືເຮັດບໍ່ໄດ້ດອກ ຕ້ອງມີຫລາຍຄົນທີ່ຮ່ວມມື ໃນນາມຜູ້ຮ່ວມຂະບວນການ ຈຶງດຳເນີນການໄປໄດ້..
ໂດຍສະເພາະຢ່າງຍິ່ງທີມງານແອັດມິນ ເຖີງແມ່ນວ່າຈະເປັນພຽງພະນັກງານ ແຕ່ກະເປັນພະນັກງານທີ່ຄອຍຕອບຮັບ ຄຳຖາມຂອງລູກຄ້າ ຜູ້ທີ່ຈະໂອນເງິນເຂົ້າອອກ ກະຕ້ອງໄດ້ ຮັບຮູ້ການເຄື່ອນໄຫວ ປະເດັນທີ່ຜູ້ເສຍຫາຍຫລາຍຄົນຕັ້ງຄຳຖາມຄື ແອັດມິນແຕ່ລະຄົນ ຕັ້ງແຕ່ໄປເຮັດວຽກຊ່ວຍເຈ້ທິບ ບາງຄົນຊື້ບ້ານຊື້ລົດ ມີຊັບສິນເງິນທອງເປັນກອບເປັນກຳ…ແລ້ວທາງເຈົ້າຫນ້າທີ່ຈະປ່ອຍປະໃຫ້ຄົນທີ່ຮັບຮູ້ ຄົນທີ່ຮ່ວມເຮັດວຽກເຫລົ່ານີ້ໄປ ແບບວ່າເຫມືອນບໍ່ມີຫຍັງເກີດຂື້ນຊັ້ນຫວາ..
ແລະຄຳຖາມຕໍ່ມາອີກຄື ເປັນຫຍັງເຈົ້າຫນ້າທີ່ບ້ານເມືອງຜູ້ມີອຳນາດຫນ້າທີ່ຮັບຜິດຊອບເລື່ອງນີ້ໂດຍກົງ ຈຶງປ່ອຍໃຫ້ເລື່ອງແບບນີ້ເກີດຂື້ນຊ້ຳແລ້ວຊ້ຳອີກ ຖ້າມີເບາະແສ ຫລືໄດ້ຂ່າວເລື່ອງພວກນີ້ ເປັນຫຍັງເຈົ້າຫນ້າທີ່ຈຶງບໍ່ເຂົ້າໄປຕິດຕາມ ຫລື ຫາທາງແກ້ໄຂ ເພື່ອໃຫ້ກະແສເງິນຫມຸນວຽນເຫລົ່ານີ້ ຢູ່ໃນກອບຂອງກົດຫມາຍກຳຫນົດຕັ້ງແຕ່ຕົ້ນ..
ໂຈນໃນໂລກອອນລາຍແຮັກເຟສໄປຕົວະໄປຕົ້ມຊາວບ້ານແຕ່ລະວັນທີ່ມາໃຫ້ຊ່ວຍແກ້ນີ້ ກະວ່າມັນໂຫດພໍແຮງແລ້ວ.
ມາພໍ້ໂຈນໃນໂລກຕົວຈິງຮູບງາມ ຫນ້າຂາວປາກແດງ ຍິງໂຫດກວ່າ
ເລື່ອງນີ້ສອນໃຫ້ຮູ້ວ່າ..
ຢ່າຫລົງເຊື່ອພຽງພາບລັກລວຍຫຣູໃນອອນລາຍ
ຢ່າຄິດຫາເງິນງ່າຍ ໆ ດ້ວຍຄວາມໂລບມາກເກີນປະມານ
ຄຳບູຮານວ່າ”ມີຄຳເຕັມພາ ບໍ່ທໍ່ມີຜະຫຍາເຕັມພຸງ”
(ມີຊັບສິນເງິນທອງຫລາຍປານໃດກໍຕາມ ບໍ່ເທົ່າກັບມີສະຕິປັນຍາ ຄວາມສະຫລາດ ໄຫວພິມປະຕິພານ ການເອົາຊີວິດລອດ ການຮູ້ທັນຄົນ)
ຂຽນໂດຍ: Parntip Vongkamdee