ເງິນກີບອ່ອນຄ່າຕໍ່ເນື່ອງ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ເງິນກີບອ່ອນຄ່າຕໍ່ເນື່ອງ

Published

on

ນັບແຕ່ຕົ້ນເດືອນມິຖຸນາ 2020 ອັດຕາແລກປ່ຽນລະຫວ່າງເງິນກີບກັບສະກຸນເງິນບາດ ແລະ ໂດລາສະຫະລັດ ໄດ້ເໜັງຕີງແຮງຂຶ້ນ ແລະ ອ່ອນຄ່າກາຍແນວຕ້ານ 300 ກີບຕໍ່ 1 ບາດແລະ 9.000 ຕໍ່ 1 ໂດລາໄປແລ້ວ ເຊິ່ງບໍ່ເປັນໄປຕາມການປະເມີນຂອງນັກວິຊາການທີ່ຄາດຄະເນວ່າການປິດປະເທດຈາກພະຍາດ ໂຄວິດ – 19 ຈະດຶງເງິນກີບກັບມາແຂງຄ່າຂຶ້ນ. ຂະນະທີ່ນັກເສດຖະສາດຊີ້ວ່າການຄວບຄຸມອັດຕາແລກປ່ຽນຍັງບໍ່ໄປຕາມກົນໄກຕະຫຼາດ ແລະ ຍັງເພິ່ງພາການນໍາເຂົ້າຫຼາຍເຮັດໃຫ້ຂາດດຸນການຄ້າ.


ສະພາບອັດຕາແລກປ່ຽນລະຫວ່າງເງິນກີບ ກັບ ເງິນບາດ ແລະ ເງິນກີບ ກັບ ເງິນໂດລາ ໃນປີ 2020 ມີການເໜັງຕີງຫຼາຍສົມຄວນ ໂດຍເປີດປີ 2020 ໃນວັນທີ 2 ມັງກອນ ອັດຕາແລກປ່ຽນ ຢູ່ທີ່ 301,99 ກີບຕໍ່ 1 ບາດ ແລະ 8.883 ກີບຕໍ່ 1 ໂດລາ. ຈາກນັ້ນ, ເງິນກີບກໍແຂງຄ່າເລັກໜ້ອຍທຽບກັບເງິນບາດ ໂດຍຜ່າແນວຕ້ານມາຢູ່ທີ່ 299,9 ກີບຕໍ່ 1 ບາດ ໃນວັນທີ 20 ມັງກອນ. ຈາກນັ້ນ, ກໍຢູ່ໃນລະດັບຕໍ່າກວ່າ 300 ກີບຕໍ່ 1 ບາດເປັນສ່ວນໃຫຍ່.

ວັນທີ 4 ພຶດສະພາ ອັດຕາແລກປ່ຽນຢູ່ໃນລະດັບ 297,63 ກີບຕໍ່ບາດ ແລະ 8.979 ກີບຕໍ່ໂດລາ. ຮອດວັນທີ 12 ພຶດສະພາ ເງິນກີບທຽບກັບເງິນບາດໄດ້ອ່ອນຄ່າກາຍແນວຕ້ານ 300 ກີບຕໍ່ 1 ບາດອີກຄັ້ງ ໂດຍອັດຕາແລກປ່ຽນຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ທີ່ 300,02 ກີບຕໍ່ 1 ບາດ ແລະ ສືບຕໍ່ອ່ອນຄ່າຢ່າງຕໍ່ເນື່ອງ.

ສ່ວນເງິນກີບທຽບກັບເງິນໂດລາ ໄດ້ອ່ອນຄ່າກາຍແນວຕ້ານ 9.000 ກີບຕໍ່ 1 ໂດລາ ໃນວັນທີ 22 ພຶດສະພາ 2020 ໂດຍແລກຢູ່ທີ່ 9.002 ກີບຕໍ່ 1 ໂດລາ.
ວັນທີ 2 ມິຖຸນາ 2020 ອັດຕາແລກປ່ຽນຢູ່ທີ່ 304,66 ກີບຕໍ່ບາດ ແລະ 9.006 ກີບຕໍ່ໂດລາ ແລະ ອ່ອນຄ່າເປັນ 312,73 ກີບຕໍ່ບາດ ແລະ 9.026 ກີບຕໍ່ໂດລາ ໃນວັນທີ 17 ມິຖຸນາ.

ທ່ານ ປອ. ພູເພັດ ກ້ຽວພິລາວົງ ຮອງຄະນະບໍດີ ຄະນະເສດຖະສາດ – ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃຫ້ທັດສະນະວ່າ: ສາເຫດທີ່ເຮັດໃຫ້ເງິນເກີບອ່ອນຄ່າດັ່ງທີ່ເຫັນຢູ່ໃນປັດຈຸບັນ ປັດໄຈໜຶ່ງກໍຍ້ອນການໃຊ້ເງິນຫຼາຍສະກຸນໃນປະເທດສົ່ງຜົນໃຫ້ເງິນກີບອ່ອນຄ່າທີ່ບໍ່ເປັນໄປຕາມກົນໄກຕະຫຼາດເທົ່າທີ່ຄວນ ໂດຍສະເພາະແມ່ນການເກງກໍາໄລ;

ການເກງກຳໄລນີ້ບໍ່ແມ່ນທະນາຄານທຸລະກິດ ແຕ່ແມ່ນພໍ່ຄ້າ – ແມ່ຄ້າລາຍຍ່ອຍ ຫຼື ຮ້ານແລກປ່ຽນຕ່າງໆທີ່ມີຄວາມສາມາດໃນການຊື້ເງິນຕາຈຳນວນຫຼວງຫຼາຍ ແລະ ຂາຍເງິນຕາອອກໄດ້ຫຼາຍ ເຮັດໃຫ້ມີການປັ່ນປ່ວນໃນອັດຕາແລກປ່ຽນຢູ່ນອກລະບົບ.

ເຖິງແມ່ນວ່າລັດຖະບານຈະພະຍາຍາມຄວບຄຸມແຕ່ກໍສາມາດຄວບຄຸມໄດ້ພາຍໃນທະນາຄານທຸລະກິດເທົ່ານັ້ນ, ແຕ່ສຳລັບຢູ່ນອກລະບົບແມ່ນຄວບຄຸມໄດ້ຍາກ ເຊິ່ງກົນໄກທີ່ຈະຊ່ວຍປັບອັດຕາແລກປ່ຽນໄດ້ ແມ່ນຕ້ອງໃຫ້ໄປຕາມກົນໄກເສດຖະກິດຕະຫຼາດ ເພື່ອສ້າງຄວາມສາມາດຂອງການແຂ່ງຂັນໃນລາວເຮົາໃນອະນາຄົດ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພະຈິກ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
252627282930  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້