ເປີດ ບໍ່ຄຳ-ທອງ ໃຕ້ດິນ ທັນສະໄໝແຫ່ງທຳອິດ ໃນ ສປປ ລາວ

ໃນວັນທີ 16 ພຶດສະພາ 2022, ບໍ່ຄຳ-ທອງ ເຊໂປນຂອງ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ໄດ້ເປີດບໍ່ແຮ່ໃຕ້ດິນທັນສະໄໝແຫ່ງທຳອິດ ໃນ ສປປ ລາວ ໂດຍມີ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ເປັນປະທານຄະນະກຳມະການຄຸ້ມຄອງໂຄງການຄຳ-ທອງ ເຊໂປນ, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພໍ ແຮຮິສ ຜູ້ຈັດການໃຫຍ່ ລຊມລ ໄດ້ກ່າວວ່າ: ໂຄງການບໍ່ຄຳ-ທອງ ເຊໂປນ ມີປະຫວັດສາດການຂຸດຄົ້ນບໍ່ແຮ່ມາຫລາຍພັນປີ ເຊິ່ງການສຳຫລວດໃຕ້ດິນຢູ່ ບໍ່ຄຳ-ທອງ ເຊໂປນ ຄາດວ່າການຜະລິດຈາກ ການຂຸດຄົ້ນບໍ່ແຮ່ໃຕ້ດິນ ຈະເລີ່ມໃນກາງປີ 2023, ບໍ່ໃຕ້ດິນຈະຂະຫຍາຍເຖິງ 450 ແມັດໃຕ້ໜ້າດິນ, ທາງເຂົ້າອຸມົງເພື່ອເຈາະສຳຫລວດໃຕ້ດິນ ຈະມີຄວາມຍາວຫລາຍກວ່າ 1.800 ແມັດ, ສູງ 5 ແມັດ, ກວ້າງ 5 ແມັດ ເພື່ອອຳນວຍໃຫ້ລົດຈົກ ແລະ ເຄື່ອງເຈາະທີ່ທັນສະໄໝ.

ດ້ວຍປະລິມານສະສົມແຮ່ເພື່ອສຳຫລວດ ທີ່ມີຫລາຍກວ່າ 9,5 ລ້ານໂຕນ ແລະ ການຜະລິດແຮ່ທີ່ຄາດວ່າຈະເພີ່ມຂຶ້ນຈາກ 400.000 ໂຕນ ໃນປີ 2023 ເປັນ 1,2 ລ້ານໂຕນຕໍ່ປີ ແລະຄາດວ່າ ຈະຂະຫຍາຍອາຍຸບໍ່ຄຳ-ທອງເຊໂປນ ໄປອີກ 7 ປີຈົນເຖິງປີ 2030 ແລະ ຈະປະກອບສ່ວນເຂົ້າໃນການຫລຸດຜ່ອນຄວາມທຸກຍາກ ແລະ ການພັດທະ ນາທີ່ຍືນຍົງໃນຊຸມຊົນເຈົ້າພາບໄດ້ເປັນຢ່າງດີ.

ການພັດທະນາໃໝ່ນີ້ ຈະນຳໃຊ້ອຸປະກອນທີ່ທັນສະໄໝ ແລະ ເຕັກນິກການຂຸດຄົ້ນບໍ່ແຮ່ທີ່ກ້າວໜ້າ ເພື່ອຖ່າຍທອດຄວາມຮູ້ ແລະ ທັກສະໃຫ້ແກ່ພະນັກງານ ແລະ ຜູ້ຮັບເໝົາຄົນລາວ ກໍຄື ວິຊາການມືອາຊີບດ້ານບໍ່ແຮ່ທີ່ເປັນຄົນລາວ ເພື່ອວາງມາດຕະຖານໃໝ່ໆໃນການຂຸດຄົ້ນບໍ່ແຮ່ໃຕ້ດິນ; ການຂຸດຄົ້ນບໍ່ແຮ່ໃຕ້ດິນຈະສ້າງຜົນປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມຂັ້ນປະເທດ, ພາກພື້ນ ແລະ ທ້ອງຖິ່ນ ກໍຄື ຜູ້ມີສ່ວນຮ່ວມ ແລະ ຊຸມຊົນເຈົ້າພາບຂອງພວກເຮົາ;

ການຂຸດຄົ້ນບໍ່ແຮ່ໃຕ້ດິນ ຈະປະຢັດຫລາຍກວ່າສຳລັບແຫລ່ງແຮ່ທີ່ຢູ່ຊັ້ນເລິກກວ່າ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມທີ່ຕ່ຳກວ່າຫລາຍ ເມື່ອສົມທຽບໃສ່ການຂຸດຄົ້ນບໍ່ແຮ່ເປີດໜ້າດິນ ທີ່ ລຊມລ ໝາຍໝັ້ນໃນການບັນລຸມາດຕະຖານສູງທີ່ສຸດດ້ານຄວາມປອດໄພ ແລະ ສິ່ງແວດລ້ອມ ແລະ ເຮັດວຽກຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ ເພື່ອແບ່ງປັນຜົນປະໂຫຍດຢ່າງທົ່ວເຖິງ.

ບໍ່ໄຕ້ດິນນີ້ ເປັນບໍ່ທໍາອິດ ໃນ ສປປ ລາວ ທີ່ສອດຄ່ອງກັບຂັ້ນຕອນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງໄດ້ປະກອບສ່ວນ 11 ລ້ານໂດລາສະຫະ ລັດ ເຂົ້າໃສ່ກອງທຶນພັດທະນາຊຸມຊົນ ແລະ ສ້າງລາຍໄດ້ກວ່າ 49 ລ້ານໂດລາສະຫະລັດ ໃຫ້ແກ່ກຸ່ມທຸລະກິດທ້ອງຖິ່ນ ນຳອີກ.

ຂໍ້ມູນ: ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ