ຂ່າວພາຍໃນ
ກອງປະຊຸມລັດຖະບານເດືອນມິຖຸນາ ຄົ້ນຄວ້າພິຈາລະນາ 3 ຫົວຂໍ້ ໂດຍສະເພາະການປະຕິບັດນະໂຍບາຍ ລາຄາກະແສໄຟຟ້າ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມິຖຸນາ 2020 ໄດ້ຄົ້ນຄວ້າພິຈາລະນາ 3 ຫົວຂໍ້ ໂດຍສະເພາະການປະຕິບັດນະໂຍບາຍ ລາຄາກະແສໄຟຟ້າໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ການປັບໂຄງສ້າງລາຄາໄຟຟ້າ ຄືນໃໝ່; ຮ່າງບົດລາຍງານ ຂອງທ່ານ ນາຍົກລັດຖະມົນຕີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII; ແລະ ບົດລາຍງານ ຄວາມຄືບໜ້າ ການປັບປຸງກົນໄກການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆ ໃນການດຳເນີນທຸລະກິດ ໃນ ສປປ ລາວ.

ກອງປະຊຸມດັ່ງກ່າວໄດ້ເປີດຂຶ້ນໃນຕອນເຊົ້າ ແລະ ປິດລົງ ໃນຕອນແລງ ຂອງວັນທີ 17 ມິຖຸນາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບົດລາຍງານ 3 ຫົວຂໍ້ ດັ່ງນີ້:

1. ຮ່າງບົດລາຍງານ ຂອງທ່ານ ນາຍົກລັດຖະມົນຕີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນ ຕົ້ນປີ 2020 ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020.
ຜ່ານການພິຈາລະນາຮ່າງບົດລາຍງານ, ກອງປະຊຸມ ໄດ້ມີທິດຊີ້ນຳໃຫ້ປັບປຸງໂຄງຮ່າງບົດລາຍ ງານ ໃຫ້ເປັນລະບົບ ແລະ ເຂົ້າໃຈງ່າຍ ແລະ ປັບປຸງດ້ານເນື້ອໃນຕື່ມ ໃຫ້ຄົບຖ້ວນ, ຊັດເຈນ, ຮັດກຸມ ແລະ ຖືກຕ້ອງກັບຕົວຈິງ, ໃນນັ້ນ ສຳລັບການສະຫຼຸບ 5 ເດືອນ ຕົ້ນປີ 2020 ແມ່ນໃຫ້ກວດກາ ແລະ ປັບປຸງຄືນຕື່ມບາງດ້ານ
ເປັນຕົ້ນ ຕົວເລກການເຕີບໂຕທາງດ້ານເສດຖະກິດ, ການຈັດຕັ້ງປະຕິບັດ ຄາດໝາຍມະຫາພາກ ສົມທຽບກັບຕົວເລກທີ່ສະພາແຫ່ງຊາດໄດ້ຮັບຮອງ, ຄວາມຄືບໜ້າ ແລະ ແຜນ ການສືບຕໍ່ປະຕິບັດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບ ຈາກການລະບາດ ຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ສປປ ລາວ.

ສ່ວນແຜນວຽກຈຸດສຸມ 6 ເດືອນທ້າຍປີ 2020 ແມ່ນໃຫ້ຈັດລຽງບູລິມະສິດແຕ່ລະໜ້າວຽກຄືນ ໂດຍຕິດພັນກັບການແກ້ໄຂຈຸດອ່ອນຂໍ້ຄົງຄ້າງ. ພ້ອມກັນນີ້ ໃຫ້ກຳນົດເພີ່ມບາງເນື້ອໃນ ເປັນຕົ້ນ ກຳນົດແຈ້ງ ບັນດາໂຄງການໃຫຍ່ ທີ່ຈະສືບຕໍ່ ຫຼື ສຸມໃສ່ຈັດຕັ້ງປະຕິບັດ, ການສືບຕໍ່ກວດກາ ແລະ ເຈລະຈາ ຫຼຸດມູນຄ່າບັນດາໂຄງການລົງທຶນຂອງລັດ ທີ່ມີມູນຄ່າສູງເກີນລາຄາກາງ 20% ຂຶ້ນໄປ,
ການຈັດຕັ້ງປະຕິບັດວຽກງານຂົງເຂດວັດທະນະທຳ-ສັງຄົມ, ການສ້າງວຽກເຮັດງານທຳ ແລະ ການນຳໃຊ້ແຮງງານລາວທີ່ກັບມາຈາກຕ່າງປະເທດ, ຈຸດສຸມຂອງ ວຽກງານການຕ່າງປະເທດ, ພາຍຫຼັງປັບປຸງຮ່າງບົດລາຍງານແລ້ວ ໃຫ້ສົ່ງສະມາຊິກລັດຖະບານ ມີຄຳຄິດເຫັນຕື່ມ ກ່ອນສົ່ງໃຫ້ທ່ານນາຍົກລັດຖະມົນຕີ ພິຈາລະນາ ແລະ ມິທິດຊີ້ນຳ.
2. ບົດລາຍງານ ການປະຕິບັດນະໂຍບາຍ ລາຄາກະແສໄຟຟ້າ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ການປັບໂຄງສ້າງລາຄາໄຟຟ້າ ຄືນໃໝ່. ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການຄົ້ນຄວ້າການປັບປຸງໂຄງສ້າງລາຄາໄຟຟ້າຄືນ ໃໝ່ ຊຶ່ງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ທົບທວນຄືນ ແລະ ຄົ້ນຄວ້າຄິດໄລ່ຫຼາຍທາງເລືອກ ເພື່ອສະເໜີລັດຖະບານພິຈາລະນາ. ກອງປະຊຸມ ເຫັນດີມອບໃຫ້ໂຄສົກລັດຖະບານ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຜູ້ວ່າການຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ ຮ່ວມກັນຖະແຫຼງຂ່າວ ໃຫ້ສັງຄົມຮັບຊາບເປັນອັນສະເພາະ.

3. ບົດລາຍງານ ຄວາມຄືບໜ້າ ການປັບປຸງກົນໄກການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆ ໃນການດຳເນີນທຸລະກິດ ໃນ ສປປ ລາວ ຕາມຄຳສັ່ງເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງ ບັນດາລະບຽບການ ແລະ ກົນໄກປະສານງານ ໃນການດຳເນີນທຸລະກິດ ຢູ່ ສປປ ລາວ ແລະ ຄຳສັ່ງເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020 ວ່າດ້ວຍການປັບປຸງວຽກງານບໍລິການ ການອອກໃບອະນຸຍາດການລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ.
ຕໍ່ການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 02/ນຍ, ກອງປະຊຸມ ໄດ້ຕີລາຄາວ່າ: ຕົວຊີ້ວັດທີ 1, 2, 3, 4, 6 ແລະ 8 ແມ່ນມີຄວາມຄືບໜ້າດີ, ສ່ວນຕົວຊີ້ວັດທີ 5, 7, 9 ແລະ 10 ແມ່ນຍັງບໍ່ທັນມີຄວາມຄືບໜ້າເທົ່າທີ່ຄວນ. ສຳລັບການຈັດຕັ້ງປະຕິບັດຄຳສັ່ງ 03/ນຍ ກໍ່ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ ການປະສານງານ, ການແກ້ໄຂເອກະສານ ບາງຄັ້ງຍັງຊັກຊ້າ, ແກ່ຍາວເວລາ.
ກອງປະຊຸມ ໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ຈະຕ້ອງໄດ້ເພີ່ມຄວາມເປັນເຈົ້າການ ໃນການວາງແຜນ, ການປະສານງານ, ການຕິດຕາມ ແລະ ຮ່ວມມືກັນແກ້ໄຂຂໍ້ຄົງຄ້າງ ໂດຍສະເພາະ ການປັບປຸງນິຕິກຳທີ່ກ່ຽວຂ້ອງ ໃຫ້ວ່ອງໄວ, ທັນການ ແລະ ມີປະສິດທິຜົນ.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ