ຂ້ອຍຖືກຕວົະຕອນອາຍຸ 40 ປີ ເປີດພາບພັນລະຍາເຊີໄພ້ຊຸດໃຫຍ່ ຊີ ສິວັດ

ເອີ້ນໄດ້ວ່າຖືວ່າເປັນອີກໜຶ່ງໂມເມັ້ນທີ່ສຸດແສນຈະປະທັບໃຈຈົນບໍ່ມີວັນລືມເລີຍກໍ່ວ່າໄດ້ ສຳຫຼັບ ຊີ ສິວັດ ໂຊກໄຊຊະລິນ ເມື່ອຖືກພັນລະຍາສາວ ເອມີ້ ກິ່ນປະທຸມ ແລະ ຄົນອ້ອມຂ້າງທີ່ຮັກຈັດເຊີໄພ້ໃຫ້ຊຸດໃຫຍ່ໃນວັນຄ້າຍວັນເກີດປີນີ້

ໂດຍ ຊີ ສິວັດ ໄດ້ຂຽນຍາວເຖິງຄວາມໃນໃຈທຸກຢ່າງວ່າ ຂ້ອຍຖືກຕົວະໃນໄວ 40 ປີ ຈຸດເລີ່ມຕົ້ນຂອງປະຕິບັດການຄັ້ງນີ້ນຳທີມໂດຍພັນລະຍາ ເອມີ້ ກິ່ນປະທຸມ ວາງແຜນຈະຈັດງານວັນເກີດໃຫ້ສາມີແນວໃດດີ

ແຜນການຄືຜູ້ຈັດການສ່ວນຕົວ ວາງແຜນວ່າມີງານລູກຄ້າປະກັນເປັນ Private party ຂ້າງລິມແມ່ນ້ຳເຈົ້າພະຍາ ຄ່າຈ້າງສຳຫຼັບງານຄັ້ງນີ້ຄື 300,000 ບາດ

ຂ້ອຍໄດ້ຍິນແບບນັ້ນ ຄວາມໂລບກໍ່ພຸ້ງພ້ານ ປົກກະຕິເຄີຍໄປງານແບບນີ້ຢູ່ແລ້ວເລີຍບໍ່ເອະໃຈແຕ່ຕ້ອງຍອມຮັບວ່າ 300,000 ບາດ ເຮັດໃຫ້ຂ້ອຍບໍ່ມີສະຕິຫຍັງທັງນັ້ນ ກໍ່ເຊື່ອແບບສະໜິດໃຈ

ຂ້ອຍກໍ່ກຽມຕົວຢ່າງດີ ເຊັກວົງດົນຕີ (Sing with me) ຊ້ອມເພງລ່ວງໜ້າ (ໜັກດົນຕຣີຮູ້ເຫັນເປັນໃຈ) ຈ້າງຊ່າງໜ້າ ຊ່າງຜົມ Stlylist ຮຽບຮ້ອຍທຸກຄົນຄືຜູ້ຮ່ວມຂະບວນການ ຂ້ອຍກໍ່ Entertain ລູກຄ້າເຕັມທີ່ໃຫ້ຄຸ້ມກັບເງິນ 300,000 ບາດ

ເມື່ອເດີນທາງມາຈຸດເກີດເຫດ ມີການກວດ ATK ຜູ້ກວດເປັນໝໍຈາກໂຮງໝໍບຳລຸງລາດ

ພໍຂ້ອຍຂຶ້ນມາເທິງເຮືອເພື່ອສະບາຍດີລູກຄ້າ ແຕ່ສິ່ງທີ່ຂ້ອຍເຫັນກັບບໍ່ແມ່ນລູກຄ້າ ກັບມີແຕ່ຄົນທີ່ຂ້ອຍຄຸ້ນໜ້າຄຸ້ນຕາ ຄືຄົນສະໜິດ ແລະຄົນທີ່ຂ້ອຍຮັກຫຼາຍ ທຸກຄົນຢູ່ເທິງເຮືອລຳນີ້ ວິນາທີນັ້ນກໍ່ຮູ້ແລ້ວວ່າຖືກແກງເຕັມໆ

ທັງຕົກໃຈ ທັງດີໃຈ ທັງມີຄວາມສຸກ ເພາະທຸກຄົນທີ່ຂ້ອຍຮັກທີ່ສຸດ ຕົວະຂ້ອຍໄດ້ແນບນຽນແບບບໍ່ຮູ້ມາກ່ອນ ທັງ ຜູ້ຈັດການ ໝູ່ເພື່ອນພີ່ນ້ອງໃນວົງການ ເພື່ອນນອກວົງການ ຄົນຂັບລົດແຕ່ມັນຄືຄວາມຊົງຈຳທີ່ດີ ແລະເປັນຂອງຂວັນທີ່ດີທີ່ສຸດໃນວັນເກີດຄົບຮອບ 40 ປີ ຂອງຜົມຈິງໆ

ຂອບໃຈທຸກຄົນທີ່ຮັກຂ້ອຍ ຂ້ອຍຢາກຈະບອກວ່າຂ້ອຍກໍ່ຮັກທຸກໆຄົນຫຼາຍເຊັ່ນກັນສຸດທ້າຍຢາກຈະບອກວ່າ 300,000 ບາດ ນອກຈາກບໍ່ໄດ້ແລ້ວ ຍັງຕ້ອງເສຍເງິນແບບບໍ່ຮູ້ຕົວອີກຮັກເດີ້ທຸກຄົນໂດຍສະເພາະພັນລະຍາຕົວແສບ