ທົ່ວໄປ
ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ

ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ
ໃນໄລຍະຕົ້ນເດືອນມັງກອນ 2022 ຜ່ານມານີ້ ສື່ໂທລະພາບ, ເວບໄຊສ ແລະ ສື່ສັງຄົມອອນລາຍຕ່າງໆຂອງປະເທດໃກ້ຄຽງໄດ້ມີການລາຍງານວ່າ ມີການພົບການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ໃນບາງເຂດຂອງປະເທດໄທ ເຊິ່ງສົ່ງຜົນເຮັດໃຫ້ມີຄວາມສ່ຽງທີ່ພະຍາດດັ່ງກ່າວຈະແຜ່ລະບາດເຂົ້າມາໃນ ສປປ ລາວ.

ດັ່ງນັ້ນ, ເພື່ອປ້ອງກັນ, ສະກັດກັ້ນ ແລະ ຕ້ານ ການລະບາດຂອງພະຍາດອະຫິວາໝູອາຟຣິກາ ບໍ່ໃຫ້ເຂົ້າມາແຜ່ລະບາດຢູ່ ສປປ ລາວ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກຄຳສັ່ງ
ເຖິງຫົວໜ້າຫ້ອງການ, ບັນດາກົມ ແລະ ສະຖາບັນ ອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້; ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ, ນະຄອນຫຼວງ ວ່າດ້ວຍການໂຈະການອະນຸຍາດນໍາເຂົ້າ, ສົ່ງຜ່ານໝູມີຊີວິດ ແລະ ຜະລິດຕະພັນໝູ ຈາກຣາຊະອານາຈັກໄທ ແລະ ປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູ່ອາຟຣິກາ ພ້ອມອອກຄໍາສັ່ງໃຫ້ປະຕິບັດ ດັ່ງນີ້:

ໃຫ້ກົມລ້ຽງສັດ ແລະ ການປະມົງ ສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ໂຈະການອະນຸຍາດນຳເຂົ້າ ແລະ ສົ່ງຜ່ານໝູມີຊີວິດ ແລະ ຜະລິດຕະພັນໝູ ທຸກຊະນິດ ລວມທັງຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນ ຈາກປະເທດໄທ ແລະ ປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຝຣິກາ ເຂົ້າມາ ຫຼື ສົ່ງຜ່ານ ສປປ ລາວ.

ໃຫ້ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ນຳສັດຕະວະແພດປະຈໍາ ດ່ານຊາຍແດນສາກົນ, ສະໜາມບິນສາກົນ, ດ່ານທ່າບົກທ່ານາແລ້ງ, ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ເພີ່ມທະວີ ຕິດຕາມ ແລະ ກ


ທົ່ວໄປ
ຊົມເຊີຍ!ນາຍົກພົບປະຊາຊົນ ມອບເງີນຊ່ວຍບ້ານລະ10ລ້ານກີບ

ວັນທີ 29 ພຶດສະພາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ
ປະຊາຊົນກຸ່ມບ້ານນໍ້າຊຸ ເມືອງຊານໄຊ ແຂວງອັດຕະປື, ຕ້ອນຮັບໂດຍ ທ່ານ ສຸວັນສີ ແກ້ວວິເສີດ ເຈົ້າເມືອງຊານໄຊ ພ້ອມດ້ວຍ
ຄະນະນຳຂອງເມືອງ. ເຊິ່ງທ່ານນາຍົກລັດຖະມົົນຕີ ໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມ ໄດ້ສະເໜີ ແລະ ປະກອບຄຳຄິດເຫັນ ຕໍ່ການປົກປັກ
ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ບ້ານເມືອງຂອງຕົນ………

ທົ່ວໄປ
ເຕືອນໄພ!ຍາສູບໄຟ້ ກຳລັງລະບາດໜັກ ໃນສປປລາວ

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະ ກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບ
ໄດ້ຖະແຫຼງຂ່າວ ວັນງົດສູບຢາແຫ່ງຊາດ 31 ພຶດສະພາ 2023 ຕໍ່ສື່ມວນຊົນໃນວັນທີ 29 ພຶດສະພາ 2023 ຜ່ານມາວ່າ:….

ທົ່ວໄປ
ການບິນໄທ!ກຽມຍຸບສາຍ ໄທສະມາຍ ໃນທ້າຍປີ2023ນີ້

ສຳນັກຂ່າວໄທລາຍງານ: ວັນທີ 14 ພຶດສະພາ 2023 ຜ່ານມາ, ທ່ານ ຊາຍ ອ່ຽມສິຣິ ປະທານຜູ້ບໍລິຫານ (CEO)
ບໍລິສັດການບິນໄທ ໄດ້ເປີດເຜີຍຄວາມຄືບໜ້າຂອງແຜນຄວບລວມສາຍການບິນໄທ ກັບສາຍການບິນໄທສະມາຍ …

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ