ພິທີມອບ-ຮັບເຄື່ອງຊ່ວຍເຫລືອ ຈາກສະຖານທູດ ສປ ຈີນ ປະຈໍາ ສປປ ລາວ

ໃນຕອນບ່າຍ ວັນທີ 25 ມັງກອນ 2022 ທີ່ ກະຊວງການຕ່າງປະເທດ,

ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫລືອ ຈາກ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໃຫ້ແກ່ ສະຫະພັນແມ່ຍິງກະຊວງການຕ່າງປະເທດ (ສຍລ ຕປທ) ປະກອບມີເຄື່ອງປ້ອງກັນພະຍາດໂຄວິດ-19 ແລະ ອຸປະກອນການຮຽນ

ລວມມູນຄ່າ 584.216,80 ຢວນ ຫຼື ປະມານ 1.051.590.240 ກີບ. ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ຈ່ຽງ ຈ່າຍຕຸງ (Jiang Zaidong), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ,

ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ບີເອເຕ ດາສເທລ (Beate Dastel), ວ່າການຜູ້ຕາງໜ້າອົງການ ອຸຍນີເຊບ (UNICEF) ປະຈໍາລາວ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ຜູ້ຕາງໜ້າຈາກຫ້ອງການ, ກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.

ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກາວ, ທ່ານ ຈ່ຽງ ຈ່າຍຕຸງ ໄດ້ສະແດງຄວາມຍິນດີ ທີ່ເຫັນວ່າ ການຮ່ວມມື ລະຫວ່າງ ສປ ຈີນ ແລະ ສປປ ລາວ ໄດ້ຮັບການເສີມຂະຫຍາຍ ໂດຍສະເພາະໃນໄລຍະການແຜ່ລະບາດ ຂອງ ພະຍາດໂຄວິດ-19, ຊຶ່ງ ສປ ຈີນ ໄດ້ມີຄວາມຫ່ວງໄຍ ແມ່ຍິງ ແລະ ເດັກນ້ອຍທີ່ຢູ່ຫ່າງໄກສອກຫລີກ ຂອງ ສປປ ລາວ.