ເພີ່ມຄວາມກ້າ ເສບຢສບ້າ 2 ເມັດ ກ່ອນລົງມືລັກລົດຮຸນໄດ ແຕ່ໜີບໍ່ລອດຖືກຈັບດຳເນີນຄະດີ

ເພີ່ມຄວາມກ້າ ເສບຢສບ້າ 2 ເມັດ ກ່ອນລົງມືລັກລົດຮຸນໄດ ແຕ່ໜີບໍ່ລອດຖືກຈັບດຳເນີນຄະດີ

ເວລາ 03:40 ໂມງ ຂອງວັນທີ 25 ມັງກອນ 2022 ປກສ ເມືອງປາກງື່ມ ນວ ໄດ້ຮັບແຈ້ງຄວາມຈາກເຈົ້າຂອງຮ້ານແປງລົດ ວ່າ:

ມີຄົນມາລັກເອົາລົດຮຸນໄດ ສີຟ້າ ເລກທະບຽນ ກກ 2162 ວຽງຈັນ ທີ່ນໍາມາສ້ອມແປງຢູ່ຮ້ານຂອງຕົນ.ພາຍຫຼັງຮັບແຈ້ງຄວາມ ເຈົ້າໜ້າທີ່ໄດ້ເລັ່ງສືບຄົ້ນຫາ ເປົ້າໝາຍກໍ່ເຫດ

ມາຮອດເວລາ 7:00 ໂມງ ຂອງວັນດຽວກັນ ສາມາດກັກຕົວຜູ້ລັກໄດ້ ຊື່: ທ້າວ ແກ້ວພູວັນ ກໍາມະກອນ ຢູ່ບ້ານໂນນສູງ ເມືອງປາກງື່ມ ນວ, ພ້ອມຂອງກາງລົດຄັນດັ່ງກ່າວ ມາດໍາເນີນຄະດີ.

ຜ່ານການສອບສວນ ທ້າວ ແກ້ວພູວັນ ຮັບສາລະພາບເບື້ອງຕົ້ນວ່າ: ຜ່ານມາຕົນເອງໄດ້ເຄື່ຶອນໄຫວ ພົວພັນກັບຢາເສບຕິດ ກ່ອນລົງມືລັກລົດ ໄດ້ ເ ສ ບ ຢ າ ບ້ າ 2 ເມັດ, ຈຶ່ງໄດ້ເຂົ້າໄປຂັບຂີ່ເອົາລົດ ທີ່ຈອດໄວ້ຮ້ານສ້ອມແປງ ແລ້ວຂັບຂີ່ໜີໄປ

ພໍຂັບຂີ່ມາຮອດບ້ານທາງໂຄ້ງ ເມືອງປາກງື່ມ ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວ ມາດຳເນີນຄະດີຕາມກົດໝາຍ.ປັດຈຸບັນ ກອງບັນຊາການ ປກສ ເມືອງປາກງື່ມ ກຳລັງສືບສວນ-ສອບສວນ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ມາດໍາເນີນຄະດີ.

ຂໍ້ມູນຂ່າວ: ປກສ ນວ