ຈັບໄດ້ 2 ຄົນ ແມ່-ລູກ ມີຢາບ້າ 38 ເມັດ ໄວ້ໃນຄອບຄອງ

ວັນທີ 20 ມັງກອນ 2022 ເວລາ 15:00 ໂມງ ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີຈຸດມົ້ວສຸມຢາເສບຕິດ ເຂດບ້ານທົ່ງຂັນຄຳ ຈາກນັ້ນ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດຂອງເມືອງ ຈິ່ງໄດ້ສົມທົບກັບ ປກສ ກຸ່ມ 2 ທົ່ງຕູມ ແລະ ອົງການປົກຄອງບ້ານທົ່ງຂັນຄຳ ລົງແກ້ໄຂມ້າງຈຸດມົ້ວສຸມຄ້າຂາຍຢາເສບຕິດຢູ່ໜ່ວຍ 29 ສາມາດກັກເປົ້າໝາຍເປັນເພດຍິງໄດ້ 2 ຄົນຊື່: ນາງພິມພາ ຫລື ໂມະ ອາຍຸ 54 ປີ ແລະ ນາງ ວັນວິວາ ຫລື ໂບ້ ອາຍຸ 27 ປີ ພ້ອມທັງກວດພົບເຫັນຂອງກາງຢາບ້າ ຈຳນວນ 38 ເມັດ ທີ່ຫ້ອງນອນເຮືອນຂອງພວກກ່ຽວ ສ່ວນທັງ2 ຄົນແມ່ນເປັນແມ່ ແລະ ລູກກັນ.

ປັດຈຸບັນ ພວກກ່ຽວທັງສອງແມ່ນ ຍັງຢູ່ໃນຂັ້ນຕອນຂອງການສອບສວນຂອງເຈົ້າໜ້າທີ່ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາລົງໂທດຕາມຂັ້ນຕອນກົດໝາຍ.