ທ່ານ ສອນໄຊ ສີພັນດອນ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ ລົມ ນາຍ ແລະ ພົນທະຫານ ຢູ່ກອງພັນໃຫຍ່ 497

🛑_ທ່ານ ສອນໄຊ ສີພັນດອນ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ ລົມ ນາຍ ແລະ ພົນທະຫານ ຢູ່ກອງພັນໃຫຍ່ 497 🇱🇦🇱🇦

ໃນວັນທີ 22 ມັງກອນ 2022 ນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ນາຍ ແລະ ພົນທະຫານ ຢູ່ກອງພັນໃຫຍ່ 497.

ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ, (20/1/1949-20/1/2022) ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນ ຈາກການນໍາແຂວງວຽງຈັນ, ເມືອງ, ກົມ 497, ຄະນະນຳກະຊວງປ້ອງກັນປະ ເທດ, ແຂກຖືກເຊີນ, ຄະນະພັກ -ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພັນໃຫຍ່ 497 ເຂົ້າຮ່ວມ.

.ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ຍ່າງກວດຮູບແຖວຂອງອ້າຍນ້ອງກອງພັນນ້ອຍ 424 ແລະ ພ້ອມທັງຮັບຊົມການສະແດງ ສິນລະປະຍຸດ ຕີພິເສດ ລອຍນ້ຳ ແລະ ຍຸດທະວິທີ ຕີພິເສດ ເຊິງໂຕປະກັນ ຂອງກອງພັນເຄື່ອນທີໄວ 428.

.ຫຼັງຈາກນັ້ນ, ກໍໄດ້ເຂົ້າພົບປະ ກັບການນຳຂອງ ກອງພັນໃຫຍ່497. ໂອກາດນີ້, ໄດ້ຮັບຟັງການ ລາຍງານໂດຍຫຍໍ້ ຈາກສະຫາຍ ພັນເອກ ຄຳສຸກໄຊມວນສິນ ເລຂາຄະນະພັກຫົວໜ້າການທະຫານກອງພັນໃຫຍ່497 .

.ຫຼັງຈາກນັ້ນ, ກໍໄດ້ເຂົ້າພົບປະ ກັບການນຳຂອງ ກອງພັນໃຫຍ່497. ໂອກາດນີ້, ໄດ້ຮັບຟັງການ ລາຍງານໂດຍຫຍໍ້ ຈາກສະຫາຍ ພັນເອກ ຄຳສຸກໄຊມວນສິນ ເລຂາຄະນະພັກຫົວໜ້າການທະຫານກອງພັນໃຫຍ່497 .

ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາ ລະບົດບາດ ແລະ ໜ້າທີ່ການ ເມືອງ ຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ໂດຍເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າ ທີ່ການເມືອງໃນໄລຍະໃໝ່ ໃນການປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ເຕີບໃຫຍ່ເຂັ້ມແຂງ ເປັນກ້າວໆນັ້ນ,

ກອງພັນໃຫຍ່ 497 ພວກເຮົາຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນເມື່ອວັນທີ 16/7/1997 ຕາມດໍາລັດເລກທີ 363/ກປທ ເຂດນ້ໍາປອດ ເມືອງທຸລະຄົມ ແຂວງວຽງຈັນ ຫ່າງຈາກນະຄອນຫຼວງວຽງຈັນ 56 ກິໂລແມັດການຈັດຕັ້ງປະກອບມີ 3 ກອງພັນນ້ອຍ,

I ກອງຮ້ອຍກໍາລັງໄຟແບກຫາບ, ມີ 5 ພະແນກການ ທີ່ເປັນເສນາທິການ ວິຊາສະເພາະໃຫ້ແກ່ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ແລະ ມີການຈັດຕັ້ງພັກ, ການຈັດຕັ້ງບັນຊາ ແລະ ການຈັດຕັ້ງມະຫາຊົນ ຄົບຖ້ວນຕາມຫຼັກການປະກອບ, ຈຸດພິເສດກອງພັນໃຫຍ່ຕີພິເສດ 497 ພວກເຮົາ

ແມ່ນເຫຼົ່າຮົບຕີພິເສດ, ການຈັດຕັ້ງປະກອບແບບກະທັດຮັດ, ເບົາບາງແຕກຕ່າງກັບເຫຼົ່າຮົບອື່ນ, ວິທີຕີແມ່ນ ເອົາໜ້ອຍ ຕີຫຼາຍ, ເອົາຄຸນນະພາບຊະນະປະລິມານ, ຕີຖືກເປົ້າໝາຍຈຸດໜັກ, ຕີໄວດັບສູນກຽ້ງ ປະສານສົມທົບແໜ້ນກັບການປະຕິບັດ5 ຫຼັກການ:

ຕີນຮອດ, ມືເຖີງ, ຫູຝັງ, ດັງດົມກິ່ນ,ຕາເຫັນ ແລະ ໄດ້ສຳພັດກັບຕົວຈິງ. ກອງພັນໃຫຍ່ 497 ພວກເຮົາ ມີພາລະບົດບາດເປັນເສນາ ທິການໃຫ້ແກ່ກະຊວງ ປ້ອງກັນປະເທດ ລົງກໍ່ສ້າງຮາກຖານການເມືອງປະຊາຊົນປະຕິບັດວຽກງານ 3 ສ້າງ, 4 ເນື້ອໃນ, 4 ຄາດໝາຍ,

ກຽມພ້ອມສູ້ຮົບ ເຄື່ອນໄຫວສູ້ຮົບ, ແກ້ໄຂເຂດເກາະຫ້ອຍ ພ້ອມທັງເຮັດໜ້າທີ່ ການເມືອງ ໃຫ້ສະ ພາບຂອບເຂດກົມກອງຮັບຜິດ ຊອບມີຄວາມສະຫງົບໂດຍພື້ນ ຖານ.ປະຈຸບັນກົມກອງພວກເຮົາປະກອບມີຄະນະພັກ 9 ສະຫາຍ, ມີ 14 ຄະນະພັກຮາກຖານ, ມີ 19 ໜ່ວຍພັກທີ່ຂຶ້ນກັບ, ມີໜ່ວຍພັກໄດ້ຮັບການຢັ້ງຢືນເປັນ ໜ່ວຍພັກ ປອດໄສ ເຂັ້ມແຂງ ໜັກແໜ້ນ