ທົ່ວໄປ
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງ ເປີດໄຟຂຽວການທ່ອງທຽວແລ້ວ

ໃນວັນທີ 20 ມັງກອນ 2022 ນີ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງ ເຖິງຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19,
ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ລັດຖະມົນຕີກະຊວງສາທາລະນະສຸກ ກ່ຽວກັບທິດຊີ້ນຳຂອງກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການກະກຽມເປີດການທ່ອງທ່ຽວສີຂຽວ ຄັ້ງວັນທີ 30-31 ທັນວາ 2021.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈຶ່ງແຈ້ງທິດຊີ້ນຳຂອງກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ ເພື່ອຈັດຕັ້ງຜັນຂະຫຍາຍ ດັ່ງນີ້:

1. ເຫັນດີໃຫ້ເປີດການທ່ອງທ່ຽວສີຂຽວ ຕາມແຜນການທີ່ໄດ້ກະກຽມໄວ້, ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າຄືນ ມາດຕະການຕ່າງໆ ທີ່ໄດ້ກໍານົດອອກມານັ້ນ ຈະມີຄວາມຮັບປະກັນ ແລະ ສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ທັງສາຍພັນໃໝ່ໂອໄມຄອນ (Omicron) ແລະ ສາຍພັນເດວຕ້າ (Delta) ໄດ້ບໍ່, ພ້ອມທັງປະເມີນຄືນຄວາມສ່ຽງແຕ່ລະໄລຍະ ເພື່ອໃຫ້ສາມາດກໍານົດມາດຕະການ ແລະ ແຜນການຮັບມືໄດ້ຢ່າງທັນການ, ພ້ອມນັ້ນ ກໍຄົ້ນຄວ້າກ່ຽວກັບມາດຕະການຜ່ອນຜັນ ດັ່ງນີ້:
2. ໃຫ້ກະຊວງສາທາລະນະສຸກ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຄື:- ເພີ່ມທະວີການຈັດຕັ້ງປະຕິບັດວຽກງານທີ່ມີຄວາມຈຳເປັນໃນໄລຍະນີ້ ເປັນຕົ້ນແມ່ນການປິ່ນປົວ ແລະ ການກວດຫາເຊື້ອໂດຍໃຫ້ພາກເອກະຊົນມີສ່ວນຮ່ວມຕື່ມ ທັງໃຫ້ມີການໂຄສະນາຮູບແບບຕ່າງໆໃຫ້ກວ້າງຂວາງ ແລະ ທົ່ວເຖິງ ສ້າງສິ່ງຈູງໃຈເພື່ອເຮັດໃຫ້ປະຊາຊົນ ຫຼື ຜູ້ບໍລິໂພກຂ່າວລັດຖະບານເຮົາ ມີຄວາມສົນໃຈ ແລະ ມີສະຕິລະວັງຕົວສູງຂື້ນ ໃນການດຳລົງຊີວິດປົກກະຕິແບບໃໝ່.

ທົ່ວໄປ
ຮູ້ແລ້ວ!ສາເຫດທີ່ຍິ ງກັນຕາຍຍູ່ຮ້ານ ສະນຸກເກີ້

ເຫດອຸກອາດບໍ່ຢ້ານກົວຕໍ່ກົດໝາຍລາຍນີ້ ເກີດຂຶ້ນໃນຄືນວັນທີ່ 02/06/2023 ໄດ້ມີເຫດຍິງກັນຕາຍຢູ່ໜ້າຮ້ານສະນຸກເກີ ຊູໂມ ໂຕ
ໂນ ຂ້າງໂຮງໝໍ 150 ຕຽງ ນະຄອນຫລວງວຽງຈັນ ເປັນເຫດໃຫ້ມີຜູ້ເສຍຊີວິດ 1 ລາຍ ເຊິ່ງຈາກການເກັບກຳຂໍ້ມູນລັບໆຂອງສາຍ

ຂ່າວພໍ້ວ່າ ຜູ້ເສຍຊີວິດເປັນເພື່ອນກັບເຈົ້າຂອງຮ້ານຊູໂມແຕ່ແບ່ງສັນປັນສ່ວນເງີນໃນທຸລະກິດບໍ່ລົງໂຕ ເຖິງຂັ້ນຜູ້ເສຍຊີວິດມາຍິງ

ລູກນ້ອງເຈົ້າຮ້ານຄັ້ງໜຶ່ງ ວານນີ້ຜູ້ກ່ຽວກໍ່ມີປັນຫາກັບລູກນ້ອງເຈົ້າຂອງຮ້ານອີກ ຈຶ່ງຖືກລູກນ້ອງເຈົ້າຂອງຮ້ານຍິງໄປ 7 ນັດ ກະສຸນສຳຄັນເຂົ້າໜ້າຜາກຜູ້ກ່ຽວຢ່າງຈັງ ເປັນເຫດໃຫ້ເສຍຊີວິດທັນທີ່(ຜູ້ເສຍຊີວິດແມ່ນຄົນໃສ່ຫມວກ)

ທົ່ວໄປ
ຊົມເຊີຍ!ຈັບກຸ່ມແກ້ງລັກ ຊັບໄດ້5ຄົນ ພ້ອມລົດອີກ4ຄັນ

ວັນທີ 2 ມິຖຸນາ 2023, ທ່ານ ພັທ ເຂິງຄຳ ຈັນທະວີໄຊ ຫົວໜ້າພະແນກ ປກສ ເມືອງນາຊາຍທອງ ພ້ອມພາກສ່ວນທີ່ກ່ຽວຂ້ອງມອບລົດຈັກທີ່ເກັບກູ້ຄືນມາໃຫ້ເຈົ້າຂອງເດີມ 4 ຄັນ….

ທົ່ວໄປ
ລີໂອ!ແນວເມສຊີ່ ຈະອອກຈາກ ປາຣີສໃນລະດູການນີ້
-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป4 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ9 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ