ມາແຊຣ໌ປະສົບການເສີມດັງ👃🏼ຄັ້ງແລກຂອງຕົວເອງທີ່ຜິດພາດຍ້ອນບໍ່ຮູ້ຈັກຫຍັງ

ມາແຊປະສົບການເສີມດັງ👃🏼ຄັ້ງແລກຂອງຕົວເອງທີ່ຜິດພາດຍ້ອນບໍ່ຮູ້ຈັກຫຍັງບໍ່ຄ່ອຍມີປະສົບການຄິດຢາກເຮັດເບິ້ງລີວິວລະໄປໂລດ

#ທົນດັງບ້ຽວເກືອບເຂົ້າສອງປີຈົນປາຍດັງແດງເຈັບໃກ້ຈະຖະລຸຕ້ອງໄດ້ໄປແກ້ຢູ່ຄີຮນິກໃຫມ່ ເລີ່ມແລກຈ່າຍເງິນແລ້ວເຂົ້າຫ້ອງຜ່າຕັດ ຫລັງຈາກນັ້ນຫມໍຜ່າຕັດເສີມດັງໃຫ້ແລ້ວປະມານ10-15ນາທີ (ຕົວເອງງົງວ່າຄືແລ້ວໄວແທ້ບໍ່ໃຫ້ເບິ່ງຊົງກ່ອນຫຍິບຄິດໃນໃຈຄືສິມືອາຊິບແຮງ ຂະຫນາດໄປປຶກສາຍັງໃຫ້ເລຂາມາລົມນໍາ ຫມໍໃຫຍ່ມີຫນ້າທີ່ຜ່າຕັດຢ່າງດຽວວ່າຊານ !!!

ແຕ່ຄວາມຮູ້ສືກຄືເອົາສີລິໂຄນຍັດໃສ່ເຫຼົ່າຫນ່ອຍຫນື່ງລະຍິບລະຈົບຊົງຟ້າວວວວ!!!ແລ້ວຫມໍກະໄປເຮັດໃຫ້ລູກຄ້າຄົນອື່ນບໍ່ຄ່ອຍສົນໃຈເຮົາດອກ!!! ຫລັງຈາກນັ້ນໃຫ້ພະນັກງານຫນ້າຈະບໍ່ໄດ້ຈົບແພດມາພັນດັງໃຫ້ຄືໃນຮູບ ແຕ່ໂຊກຮ້າຍຖືກພະນັກງານພັນໃຫ້ບ້ຽວເຮົາທ້ວງແລ້ວໃດ໋ວ່າພັນດັງຄືບ້ຽວ? ແຕ່ທາງເພິ່ນວ່າບໍ່ເປັນຫຍັງດອກ

ພັນດັງບ້ຽວ #ດັງບ້ຽວ #ດັງໃກ້ທະລຸແດງເຈັບ ເຈັບແລ້ວຈື່ຕ້ອງສຶກສາຄີຮນິກຫມໍໃຫ້ດີ

ທີ່ມາ