ສາລະໜ້າຮູ້
ແຊຣໄວ້ໄດ້ປະໂຫຍດ! ສູດຢາວິເສດ ປົວປະດົງ ດ້ວຍໃບໝາກຍົມສົ້ມ ແລະ ໃບໝາກຍໍ

ຫຼາຍຄົນ ອາດຄິດບໍ່ເຖິງວ່າ ສະໝຸນໄພໃກ້ໂຕເຮົາສາມາດປິ່ນປົວພະຍາດຕ່າງໆໄດ້ ແລະ ຊອກຫາໄດ້ງ່າຍ ເປັນຕົ້ນແມ່ນໃບ ໝາກຍົມ ແລະ ໃບໝາກຍໍ ທີ່ມີສັບພະຄຸນເປັນຢາປົວໂຣກປະດົງ.
ທ່ານ ຈັນ ປະຊາຊົນບ້ານ ສະພານທອງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ເຄີຍປ່ວຍເປັນໂຣກປະດົງ, ເຈັບປວດທໍລະມານມາຫຼາຍປີ, ກິນຢາຫຼວງມາຫຼາຍຊະນິດແຕ່ກໍຍັງບໍ່ເຊົາ, ສຸດທ້າຍ ຫາຍດີຍ້ອນ ໃບໝາກຍົມສົ້ມ ແລະ ໃບໝາກຍໍ.

ທ່ານ ຈັນ ເລົ່າວ່າ: ມີມື້ໜຶ່ງ ຕົນເອງໄດ້ໄປຫຼິ້ນບ້ານ ທ່ານ ສິງຄຳ ທີ່ເປັນໝູ່ກັນ ແລະ ໝູ່ໄດ້ເຫັນອາການເຈັບປວດຂອງຕົນເອງ. ສະນັ້ນ ຈຶ່ງໄດ້ບອກສູດຢາປົວປະດົງໃຫ້ ຄື ໃຫ້ເອົາໃບໝາກຍົມສົ້ມ ແລະ ໃບໝາກຍໍ ມາຕົ້ມຂ້ຽວເອົາແຕ່ນຳ້ມາດື່ມ ແລ້ວອາການປວດປະດົງກໍຈະຫາຍໄປ. ເມື່ອກັບມາເຮືອນ, ທ່ານ ຈັນ ໄດ້ບອກໃຫ້ລູກສາວ ຕົ້ມຢາທີ່ໝູ່ແນະນຳສູດງ່າຍໆໃຫ້ ເຊິ່ງຜົນປະກົດວ່າ ຫຼັງຈາກກິນຢາໄດ້ 2-3 ຊຸດ ອາການເຈັບປວດ ຈາກປະດົງ ກໍຄ່ອຍໆເຊົາ; ເມື່ອຕົ້ມກິນເປັນປະຈຳ ອາການກໍຫາຍດີ.

“ຂ້ອຍເຈັບປວດທໍລະມານມາຫຼາຍປີ, ກິນຢາຫຼວງປານໃດ ກໍພໍແຕ່ເຊົາປວດເລັກໜ້ອຍ, ເມື່ອກິນອາຫານຜິດ ອາການປວດກໍເພີ່ມຂຶ້ນ ເຮັດໃຫ້ແຄ່ງຂາບວມ. ເມື່ອກິນຢາສູດທີ່ໝູ່ແນະນຳໃຫ້ ອາການກໍເຊົາເປັນປົກກະຕິ. ປັດຈຸບັນ ຢ່າວ່າແຕ່ກິນສັດປີກ ແລະ ຂອງດອງ ເລີຍ… ເຫຼົ້າເບຍ ຂ້ອຍດື່ມໄດ້ສະບາຍ,” ທ່ານ ຈັນ ກ່າວ.

ແນວໃດກໍດີ, ເຖິງແມ່ນວ່າ ຈະມີຢາດີ ທີ່ສາມາດປິ່ນປົວໃຫ້ເຊົາຂາດ ຈາກການເປັນປະດົງ ໄດ້ກໍຕາມ, ແຕ່ການຂະລຳອາຫານ (ບໍ່ກິນອາຫານຜິດ) ເປັນອີກວິທີໜຶ່ງ ທີ່ຈະເຮັດໃຫ້ພະຍາດທີ່ເຮົາເຄີຍເປັນ ບໍ່ກັບມາເປັນອີກ.

ສຳລັບ ທ່ານ ສິງຄຳ ອາລຸນ, ຈາກບ້ານ ນາໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ເຊິ່ງເປັນຜູ້ທີ່ບອກສູດຢານີ້ ໃຫ້ກັບຫຼາຍໆຄົນ ກ່າວວ່າ: ຕົນເອງບໍ່ແມ່ນໝໍຢາ, ແຕ່ການໄປຕ່າງແຂວງເລື້ອຍໆ ມັກຊອກຫາສິ່ງທີ່ດີໆ ໃຫ້ກັບໂຕເອງ ເຊັ່ນ: ອາຫານການກິນເພື່ອສຸຂະພາບ, ຢາສະໝຸນໄພຕ່າງໆ ທີ່ມີຢູ່ແຕ່ລະທອງຖິ່ນ, ລວມເຖິງສູດຢາປົວປະດົງທີ່ວ່ານີ້ ກໍເອົາມາຈາກຄົນຮັກແພງ ທີ່ບອກຕໍ່ໆກັນ.

ຜ່ານມາ ເພິ່ນໄດ້ບອກສູດຢາປົວປະດົງດັ່ງກ່າວ ໃຫ້ກັບໝູ່ເພື່ອນ ແລະ ພີ່ນ້ອງ ຫຼາຍກວ່າ 50 ຄົນ ເຊິ່ງແຕ່ລະຄົນທີ່ກິນຢາສູດນີ້ ແມ່ນເຊົາເປັນປົກກະຕິ.

ວິທີຕົ້ມຢາ:ເອົາໃບໝາກຍໍ ແລະ ໃບໝາກຍົມສົ້ມ ຢ່າງລະ 1 ກຳມືໃຫຍ່ ນຳມາລ້າງໃຫ້ສະອາດ, ຈາກນັ້ນ ຕົ້ມໃສ່ນຳ້ 3 ລິດ, ຂ້ຽວໃຫ້ນຳ້ແຫ້ງເຫຼືອປະມານ 1,5 ລິດ ຫຼື ຖ້າຂ້ຽວໄດ້ 1 ລິດຍິ່ງເປັນການດີ, ຕອງເອົາແຕ່ນຳ້ໄວ້ດື່ມກິນ (ຕົ້ມ 1 ຊຸດ ຕໍ່ 1 ມື້).

ວິທີກິນຢາ:
ຈາກນັ້ນ ຈຶ່ງຄ່ອຍກິນຢາຕົ້ມໃສ່.ສຳລັບຜູ້ທີ່ປວດປະດົງແຮງໆ ໃຫ້ຕົ້ມກິນທຸກໆມື້ ແລ້ວອາການເຈັບປວດ ຈະຄ່ອຍໆບັນເທົາລົງ ແລະ ອາດຈະເຊົາຂາດໄດ້ ຖ້າກິນເປັນປະຈຳ.

ສາລະໜ້າຮູ້
ມື້ພັກປະຈຳປີ! ອາດປ່ຽນເປັນເງິນໄດ້ ອີງຕາມກົດໝາຍແຮງງານ ມາດຕາ 58

ໃກ້ຈະໝົດປີແລ້ວ ! ທ່ານໃຊ້ມື້ພັກປະຈໍາປີ ຂອງທ່ານ ໝົດແລ້ວ ຫຼືຍັງ ? ທ່ານເຄີຍບໍ່! ເຮັດວຽກມາໃກ້ຈະໝົດປີ ມີມື້ພັກປະຈໍາປີຈໍານວນໜື່ງທີ່ຈະມາພັກ ໃນທ້າຍປີ ເພື່ອໄປທ່ອງທ່ຽວພັກຜ່ອນ ກັບຄອຍຄົວ,ຄົນຮັກ, ໝູ່ເພື່ອນ ແຕ່… ບໍ່ໄດ້ພັກ ຍ້ອນເຫດຜົນ ຂອງນາຍຈ້າງເອງ ທ່ານຄວນໄດ້ຮັບສິດຍັງແນ່ເພື່ອຊົດເຊີຍມື້ພັກດັ່ງກ່າວ?

ອີງຕາມກົດໝາຍ ວ່າດ້ວຍ ແຮງງານ(ສະບັບປັບປຸງ) ໄດ້ລະບຸເຖີງ ການນໍາໃຊ້ມື້ພັກວຽກປະຈຳປີຂອງຜູ້ອອກແຮງງານໃນ ມາດຕາ 57(ປັບປຸງ) ວ່າດ້ວຍການພັກວຽກປະຈຳປີດັ່ງນີ້:
1) ຜູ່ອອກແຮງງານ(ລູກຈ້າງ) ທີ່ໄດ້ເຮັດວຽກຕິດຕໍ່ກັນຄົບ ຫນຶ່ງປີ ມີສິດໄດ້ພັກປະຈໍາປີ 15 ວັນ. ສາລັບຜູ່ອອກແຮງງານທີ່ເຮັດວຽກໃນຂະແຫນງວຽກງານ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ຕາມທີ່ໄດ້ກຳ ນົດໄວ້ໃນມາດຕາ 51 ຂອງກົດຫມາຍສະບັບນີ້ ມີສິດພັກວຽກປະຈໍາປີ 18 ວັນ ໂດຍແມ່ນຜູ່ໃຊ້ແຮງງານ(ນາຍຈ້າງ) ເປັນຜູ່ກຳນົດວັນພັກດັ່ງກ່າວລ່ວງຫນ້າ ໃຫ້ຜູ່ອອກແຮງງານ ຫຼື ຕາມການຕົກລົງເຫັນດີ ລະຫວ່າງ ຜູ່ໃຊ້ແຮງງານ ແລະ ຜູ່ອອກແຮງງານ.

2) ການພັກປະຈຳປີ ທັງສອງກໍລະນີຂ້າງເທິງນີ້ ຜູ່ອອກແຮງງານ(ລູກຈ້າງ) ມີສິດໄດ້ຮັບເງິນເດືອນ ຫຼື ຄ່າແຮງງານ ເຕັມຕາມປົກກະຕິ.
3) ວັນພັກປະຈໍາອາທິດ, ວັນພັກທາງລັດຖະການ, ວັນພັກບຸນປະເພນີ ແລະ ວັນພັກກິດທຸລະ ສ່ວນຕົວ ບໍ່ໃຫ້ນັບເຂົ້າໃນວັນພັກວຽກປະຈຳປີ.
4) ຖ້າຜູ່ອອກແຮງງານ(ລູກຈ້າງ) ຫາກບໍ່ໄດ້ພັກວຽກປະຈໍາປີ ອັນເນື່ອງມາຈາກເຫດຜົນຂອງຜູ່ໃຊ້ແຮງງານ(ນາຍຈ້າງ)ນັ້ນ ຜູ້ໃຊ້ແຮງງານ(ນາຍຈ້າງ)ຕ້ອງໄດ້ຈ່າຍເງິນຄ່າແຮງງານເພີ່ມໃຫ້ຜູ່ອອກແຮງງານເທົ່າກັບ ຮ້ອຍສ່ວນຮ້ອຍ ຂອງຄ່າແຮງງານປົກກະຕິ ຕາມຈຳນວນວັນທີ່ບໍ່ໄດ້ພັກ.(ໝາຍຄວາມວ່າທ່ານຄວນຈະໄດ້ຮັບເງິນເທົ່າກັບເງິນສະເລຍຄ່າແຮງງານຕໍ່ມື້ຂອງທ່ານ.)
ເຖີ່ງຢ່າງໃດກໍ່ຕາມ ໃນການຈັດຕັ້ງປະຕິບັດໂຕຈິງ ຫົວໜ່ວຍທີ່ນຳໃຊ້ແຮງງານ ຈະມີນະໂຍບາຍສະເພາະກໍ່ຕາມ ແຕ່ຕ້ອງບໍ່ຂັດຕໍ່ສິດຜົນປະໂຫຍດຂອງຜູ່ອອກແຮງງານ ເຊັ່ນກໍ່ລະນີດັ່ງຕໍ່ໄປນີ້:

ກໍລະນີ 1. ໃນບາງບໍລິສັດ ຫຼື ອົງກອນ ແມ່ນກໍານົດໃຫ້ພະນັກງານຕ້ອງໃຊ້ມືພັກປະຈໍາປີຂອງຕົນໃຫ້ຫມົດພາຍໃນປີນັ້ນໆ ແລະ ບໍ່ສາມາດສະສົມ ຫຼື ແລກປ່ຽນເປັນເງິນໄດ້.
ກໍລະນີ 2. ຖ້າຫາກຜູ່ອອກແຮງງານບໍ່ໄດ້ນຳໃຊ້ມື້ພັກປະຈໍາປີ ຫມົດໃນປີນັ້ນໆ ຍ້ອນເຫດຜົນຂອງບໍລິສັດ ຫຼື ອົງກອນ ແມ່ນສາມາດຍົກໄປສະສົມເປັນມື້ພັກປະຈຳປີໃນປີຕໍ່ໄປໄດ້ ການສະສົມມື້ພັກປະຈໍາປີຕ້ອງບໍ່ກ່າຍ 30 ມື້ ເປັນຕົ້ນ.
ກໍລະນີ 3. ຖ້າຫາກຜູ່ອອກແຮງງານບໍ່ໄດ້ນຳໃຊ້ມື້ພັກປະຈຳປີ ຫມົດໃນປີນັ້ນໆ ແມ່ນສາມາດຂາຍມື້ພັກປະຈຳປີໃຫ້ເພື່ອນຮ່ວມງານໄດ້ ຫຼື ແລກປ່ຽນເປັນເງິນກັບຜູ່ໃຊ້ແຮງງານໄດ້ ອີງຕາມຄ່າສະເລ່ຍຄ່າແຮງງານຕໍ່ມື້ຂອງຜູ່ອອກແຮງງານ.
ບົດຂ່າວ: ອິນທະສອນ
ສາລະໜ້າຮູ້
ເຕືອນ!!! ຜົນເສຍກະທ່ອມ ມີຫຼາຍກວ່າທີ່ຄິດ

ໃບສົດ ຫຼື ກະທ່ອມ ເປັນພືດເສບຕິດຊະນິດຫນຶ່ງເຊິ່ງກໍາລັງເປັນທີ່ນິຍົມໃນກຸ່ມໄວລຸ້ນ ການເສບສິ່ງເສບຕິດແບບນິ ມີຢູ່ 2 ວິທີຄື : ການຫຍ້ໍາໃບສົດ ເເລະ ການນໍາໃບໄປຕົ້ມເພື່ອສະກັດເອົານ້ໍາດື່ມເຂົ້າສູ່ຮ່າງກາຍ ສານເສບຕິດ ຫລັກໆທີ່ພົບໄດ້ຈາກກະທ້ອມເເມ່ນ ໄມທຣາໃຈນິນ (Mitragynine) ເປັນສານຈໍາພວກອັກຄາລອຍທີ່ກົດປະສາດ ສ່ວນກາງ (CNS depressant) ເຊັ່ນດຽວກັບຢາເສບຕິດຈໍາພວກ (Psilocybin LSD) ເເລະ ຈໍາພວກຢາບ້າ (WY) ຜົນເສຍໄລຍະຍາວຄືກະທ້ອມ ເຮັດໃຫ້ຄົນທີ່ໃຊ້ໄປດົນນານເກີດອາການຕິດ ເບື່ອອາຫານ ບໍ່ຢາກດື່ມນ້ໍາ ລ້າ ເຮັດໃຫ້ຕື່ນໂຕໄວ ເເຕ່ຖ້າຫາກຢຸດໃຊ້ກະທັນຫັນຈະເຮັດໃຫ້ ໃຈຮ້າຍ ຫງຸດງິດ ນອນບໍ່ຫລັບ ສະມາທິສັ້ນ ແລະ ອື່ນໆ.

ຜົນເສຍຂອງໃບກະທ່ອມທີ່ສົ່ງຜົນໄລຍະຍາວ ທີ່ສົ່ງຜົນຕໍ່ຈິດໃຈ ແລະ
ລະບົບປະສາດ
ເນື່ອງຈາກສານເຄມີໃນໃບກະທ່ອມໃນປະລິມານ 15 ກຣາມ ຈະເຮັດໃຫ້ມີລິດໃນການຫຼຸດອາການປວດ ແລະ ເປັນຍາກ່ອມປະສາດ ເຊິ່ງຈະອອກລິດໄດ້ຫຼາຍຊົ່ວໂມງແຕ່ຖ້າຫຼາຍເກີນໄປອາດເປັນອັນຕະລາຍ ແລະ ຖ້າຫາກ

ຍັງໃຊ້ເປັນປະຈໍາກໍຈະມີຜົນເສຍໄລຍະຍາວດັ່ງຕໍ່ໄປນີ້:
– ຫົວໃຈເຕັ້ນໄວຜິດປົກກະຕິ
– ຮູ້ສຶກກະວົນກະວາຍ ສັບສົນ
– ເຊື່ອງຊຶມ ເຄື່ອນໄຫວຊ້າ
– ມີຄວາມສຸກຜິດປົກກະຕິ
– ນອນບໍ່ຫຼັບ ຫຼື ຮ່າງກາຍຕື່ນໂຕຕະຫຼອດເວລາ
– ໄຕເກີດຄວາມເສຍຫາຍ ເຮັດໃຫ້ປັດສະວະມີສີເຂັ້ມຂຶ້ນ
– ຜິວຫນັງເປັນສີເຫຼືອງ
– ເກີດຈາດເຮັດວຽກຂອງວຕັບຢ່າງຫນັກໃນການກອງສານພິດອອກຈາກຮ່າງກາຍ

ໃບກະທ່ອມໄດ້ຖືກນໍາມາໃຊ້ຢ່າງຜິດໆ ໂດຍສະເພາະການເອົາມາເຮັດເປັນເຄື່ອງດື່ມ ທີ່ກໍາລັງລະບາດຢູ່ໃນກຸ່ມ ຂອງໄວລຸ່ນຢູ່ລາວຫຼາຍໆຄົນ ເຊິ່ງຫຼາຍຄົນກໍເອົາມາໃຊ້ດື່ມເພື່ອເປັນຢາແກ້ໄອ, ເປັນເຄື່ອງດື່ມແກ້ອາການຢາກ ນອນ ແລະ ອື່ນໆອີກຫຼາຍຫຼາຍ.
ເຊິ່ງປັດຈຸບັນເອງ ໃບກະທ່ອມທີ່ຢູ່ໃນລາວ ກໍຍັງເປັນສິ່ງເກືອດຫ້າມ ຫຼື ສິ່ງຜິດກົດຫມາຍ ເຊິ່ງທາງກະຊວງສາທາລະນະສຸກກໍໄດ້ເຄີຍອອກມາເຕືອນເມື່ອບໍ່ ດົນນີ້ກ່ຽວກັບ ການຫ້າມຈໍາຫນ່າຍ ແລະ ຜະລິດປຸງແຕ່ງກະທ່ອມຢ່າເດັດຂາດ.
ຂໍ້ມູນຄັດຈາກ: insidelaos
ສາລະໜ້າຮູ້
ສະຫຼະອ່ານ…!ຖ້າບໍ່ຢາກຕົກເປັນເຫຍື້ອຍ ເຕືອນໄພ ການໃຊ້ບັດເຄດິດຢູ່ຕ່າງປະເທດ ອາດຖືກກ໋ອບຂໍ້ມູນແບບບໍ່ຮູ້ຕົວ

ເຕືອນໄພ ການໃຊ້ບັດເຄດິດຢູ່ຕ່າງປະເທດ
ເນື່ອງຈາກບັດເຄດິດນິກນາທີ່ເອົາໄປໃຊ້ຢູ່ຕ່າງປະເທດ ຖືກຄົນກ໋ອບປີ້ຂໍ້ມູນແລ້ວເອົາບັດນິກນາໄປໃຊ້ ເລີຍຢາກມາເຕືອນກັນໄວ້ເພື່ອຄວາມປອດໄພຂອງທຸກຄົນ

ບັດທີ່ຖືກກ໋ອບປີ້ຂໍ້ມູນແມ່ນບັດ Master card ລຸ້ນເກົ່າຂອງ ທະນາຄານ BCEL ທີ່ຍັງບໍ່ແມ່ນໂຕລ່າສຸດທີ່ເປັນລະບົບສຳຜັດ
ສະຖານທີ່ທີ່ຄາດວ່າຖືກກ໋ອບປີ້ຂໍ້ມູນບັດ ແມ່ນຢູ່ສູນອາຫານໃນຫ້າງຢູ່ບູດາເປສ ຮົງກາລີ, ເນື່ອງຈາກຢູ່ຢູໂລບດຽວນີ້ ຖ້າໃຊ້ບັດເຄດິດເຂົາຈະຍື່ນເຄື່ອງກົດ POS ໃຫ້ລູກຄ້າສຽບບັດ ຫລືແຕະບັດ ແລ້ວກົດເອງໝົດ,

ມີຮ້ານດຽວນີ້ທີ່ເອົາບັດນິກນາໄປກົດເອງ, ເຮົາກໍ່ບໍ່ເອະໃຈ ຖືວ່າປະໝາດເລີຍກໍ່ວ່າໄດ້ ເພາະບໍ່ຮູ້ວ່າເຂົາຖ່າຍຮູບບັດເຮົາທັງດ້ານໜ້າດ້ານຫລັງ ເຂົາກໍ່ເອົາຂໍ້ມູນບັດເຮົາໄປຮູດໄດ້ແລ້ວ ຫລືມີເຄື່ອງໂຈນລະກຳຂໍ້ມູນບັດເຮົາ ພຽງສຽບບັດເຮົາເຂົ້າໄປ ເຂົາສາມາດພິມບັດເຮົາອອກມາອີກບັດໜຶ່ງເພື່ອໃຊ້ໄດ້ເລີຍ

ຫລັງຈາກໃຊ້ບັດຢູ່ບ່ອນນັ້ນ ຜ່ານໄປ4ມື້ ຈົນເຮົາອອກຈາກບູດາເປສ ມາຢູ່ບາເຊໂລນ່າ ສະເປນແລ້ວ ມີລາຍການແຈ້ງເຕືອນໃຊ້ບັດຢູ່ບູດາເປສ ລາຍການລະ 114.45$ 3ລາຍການຕິດ ຍອດດຽວກັນ ບ່ອນດຽວກັນ, ຍັງໂຊກດີທີ່ລະບົບຂອງ BCEL ONE ມີການແຈ້ງເຕືອນອອນລາຍ ເຮົາເລີຍເຂົ້າໄປລ໋ອກບັດ ແລະແຈ້ງສູນປິດບັດທັນທີເລີຍ, ກັບມາຮອດລາວກໍ່ເຂົ້າໄປເຮັດເລື່ອງຂໍຮຽກເກັບເງິນຄືນລາຍການທີ່ເຮົາບໍ່ໄດ້ໃຊ້ (ຫວັງວ່າຊິໄດ້ຄືນ ເພາະເພິ່ນຕ້ອງສົ່ງເລື່ອງໄປສູນ Master card ສາກົນ ໃຊ້ເວລາປະມານ45ວັນ) ແລະອອກບັດໃໝ່ລຸ້ນລ່າສຸດເລີຍ

ຂໍ້ແນະນຳສຳລັບຜູ້ທີ່ຈະເອົາບັດເຄດິດໄປໃຊ້ຢູ່ຕ່າງປະເທດ
1. ໄປປ່ຽນບັດເປັນລຸ້ນສຳຜັດ ລຸ້ນລ່າສຸດ ຄວາມປອດໄພສູງສຸດເລີຍ
2. ຫ້າມໃຫ້ໃຜຈັບບັດເຮົາເດັດຂາດ ເຖິງຊິເປັນພະນັກງານຮ້ານໃດກໍ່ຕາມ ເຮົາຕ້ອງແຕະເອງ ສຽບເອງ ກົດເອງ
3. ລ໋ອກບັດໄວ້ຕະຫລອດເວລາ ເວລາຈະໃຊ້ຈິ່ງເປີດ (ຕາມຮູບ3)

ແຫລ່ງທີ່ມາ:

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป8 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ