ຍັງບໍ່ອະນຸຍາດໃຫ້ເປີດຮ້ານບັນເທີງ ບໍລິການເຄື່ອງດື່ມທາດເຫຼົ້າ

ເນື່ອງຈາກປັດຈຸບັນປາກົດເຫັນຮ້ານອານຫານກິນດື່ມ ແລະ ຮ້ານບັນເທີງກັບມາເປີດໃຫ້ບໍລິການເຄື່ອງດື່ມ ທີ່ມີທາດເຫລົ້າຫລາຍຮ້ານໃນນະຄອນຫລວງວຽງຈັນ ໃນໄລຍະຍັງເກີດການລະບາດພະຍາດໂຄວິດ-19

ເຊິ່ງເປັນການຂັດຕໍ່ແຈ້ງການສະບັບເລກທີ 45/ສພກ.ນວ ລົງວັນທີ 27 ທັນວາ 2021 ຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການແພ່ລະບາດພະຍາດໂຄວິດ-19 ນະຄອນຫລວງວາງອອກ.

ຕໍ່ປາກົດການດັ່ງກ່າວ, ທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ, ຫົວໜ້າຄະນະສະເພາະກິດນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ໜັງສືພິມລາວພັດ ທະນາໃນວັນທີ 12 ມັງກອນນີ້ ວ່າ:

ປັດຈຸບັນ, ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການແພ່ລະບາດພະຍາດໂຄວິດ-19 ນະຄອນຫລວງ ຍັງບໍ່ມີແຈ້ງການ ຫລື ອະນຸຍາດ ໃຫ້ບັນດາຮ້ານອາຫານກິນດື່ມ ແລະ ຮ້ານບັນເທີງ ເປີດບໍລິການຂາຍເຄື່ອງດື່ມທີ່ມີທາດເຫລົ້າເທື່ອ ແຕ່ອະນຸຍາດໃຫ້ເປີດຂາຍແຕ່ອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ເປັນຕົ້ນ ນ້ຳດື່ມສະອາດ, ນ້ຳໝາກໄມ້…

ແນວໃດກໍດີຈາກການທີ່ປາກົດເຫັນມີການເປີດຂາຍເຫລົ້າ-ເບຍ ນັ້ນຖືວ່າເປັນການລະເມີດມາດຕະການທີ່ວາງອອກ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ຄະນະສະເພາະກິດໄດ້ສົມທົບກັບ ປກສ 9 ຕົວເມືອງໃນນະຄອນຫລວງ ລົງຕິດຕາມກວດກາຢ່າງໃກ້ຊິດຖ້າພົບເຫັນບັນດາຮ້ານອາຫານກິນດື່ມໃດລະເມີດໃຫ້ປັບໃໝຕາມແຈ້ງການສະບັບເລກທີ 45/ສພກ.ນວ ລົງວັນທີ 27 ທັນວາ 2021 ຢ່າງເຂັ້ມງວດ.