ອອກມາຊິແຈງ ຍິງປືນລົງພືນຟົ້ງຖືກຜູ້ປະຊາຊົນແລ້ວເສຍຊີວິດ

ຍິງປືນລົງພືນຟົ້ງຖືກຜູ້ອາລະວາດເສຍຊີວິດ

ໃນຄັ້ງວັນທີ 10 ມັງກອນ 2022, ເວລາ 13:30 ໂມງ ເຈົ້າໜ້າທີ່ໜ່ວຍງານຄະ ດີອາຍາ-ເສດຖະກິດ ປກສ ເມືອງສອງຄອນ ເເຂວງສະຫວັນນະເຂດ ໄດ້ຮັບ ລາຍງານຈາກ ປກສ ບໍລິການປະຊາຊົນ ກຸ່ມບ້ານທີ 4 ( ຫນອງບົວທ່າ ) ວ່າ:

ທ້າວ ຄໍາວົງ ຫຼື ຫືດ ອາຍຸ 45 ປີ ເມົາຢາເສບຕິດ ເເລ້ວເອົາ ພ້າໄລ່ຝັນ ພໍ່- ແມ່ປະຊາຊົນຢູ່ໃນບ້ານໜອງວັດ ເມືອງສອງຄອນ ເເຂວງສະຫວັນນະເຂດ. ຈາກນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ສົມທົບກັບການຈັດຕັ້ງບ້ານ ໜອງວັດ ເພື່ອຈະເອົາຕົວຜູ້ກໍ່ເຫດອາລະວາດໄປຝາກຢູ່ສູນດັດສ້າງຫຼັກ 33 ຄໍາສະ ຫວ່າງ.

ໜ້າທີ່ ປກສ ເມືອງສອງອນ ໃຫ້ຮູ້ວ່າ: ໃນມື້ເກີດເຫດຄອບຄົວພໍ່-ແມ່ຂອງ ຜູ້ກ່ຽວ ຈຶ່ງໄດ້ເຂົ້າມາສະເໜີຕໍ່ການຈັດຕັ້ງບ້ານໜອງວັດ ແລະ ເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 4 (ໜອງບົວທ່າ) ເພື່ອເອົາຜູ້ກ່ຽວໄປດັດສ້າງຕື່ມອິກ

ໂດຍທາງຜູ້ປຶກໄດ້ເຮັດໃບມອບສິດ ເເລ້ວທາງການຈັດຕັ້ງບ້ານ ແລະ ເຈົ້າ ໜ້າທີ່ ປກສ ກຸ່ມ ຈຶ່ງໄດ້ຈັດຕັ້ງກໍາລັງວິຊາສະເພາະລົງ ໄປຮອດສະຖານທີ່ ດັ່ງກ່າວໃນເວລາ 13:00 ໂມງ ຂອງວັນດຽວກັນ ເຫັນຜູ້ກ່ຽວ ໄດ້ເອົາພ້າໄລ່ ຟັນ ນາງ ຄອນ ອາຍຸ 60 ປີ ປະຊາຊົນ ພາຍໃນບ້ານ

ເຈັບຢູ່ກົກເເຂນເບື້ອງ ຊ້າຍ. ເມື່ອເຫັນເຫດການແນວນັ້ນ, ທາງເຈົ້າຫນ້າທີ່ ປກສ-ປກຊ ບ້ານ ແລະ ປກສ ກຸ່ມ ຈຶ່ງໄດ້ເຂົ້າໄປຊ່ວຍເອົາ ນາງ ຄອນ ອອກມາ. ແຕ່ຜູ້ກ່ຽວຍັງ ໄດ້ຖືຟ້າແລ່ນເຂົ້າມາຟັນ, ທ້າວ ກອງມະນີ ອາຍຸ 47 ປີ ຫົວໜ້າກອງ ຮ້ອຍ ປກສ ບ້ານ ໄດ້ຮັບບາດເຈັບຫຍິບ 3 ເຂັມ ເເລະ ຢູ່ຫຼັງເບື້ອງຊ້າຍໜຶ່ງບາດ ແຜ. ເມື່ອເປັນແນວນັ້ນ,