ຂ່າວພາຍໃນ
ມອບ-ໂອນສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ.

ພິທີມອບ-ໂອນສະໜາມບິນ ທົ່ງໄຫຫີນຊຽງຂວາງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນ ສົ່ງໃຫ້ກະຊວງປ້ອງກັນປະເທດ ຮັບຜິດຊອບໂດຍກົງໄດ້ຈັດຂຶ້ນ ໃນວັນທີ 12 ມິຖຸນາ 2020 ທີ່ໂຮງ ແຮມຊຽງຂວາງວິວ ເມືອງແປກ ແຂວງຊຽງຂວາງ, ໂດຍການ ກ່າວມອບຂອງ ທ່ານ ບຸນແຕງ ສີມູນ ຮອງຫົວໜ້າກົມການບິນ ພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຕາງໜ້າກ່າວ ຮັບແມ່ນ ສະຫາຍ ພັນໂທ ແສງ ຖະໜອມ ບຸດຕະວົງ ຫົວໜ້າ ຫ້ອງການກອງບັນຊາການທະຫານອາກາດ, ໂດຍການເຂົ້າ ຮ່ວມເປັນສັກຂີພະຍານຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງ ປ້ອງ ກັນປະເທດ, ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນ ສົ່ງ, ທ່ານ ບຸນຈັນ ສີວົງພັນ ຮອງເຈົ້າແຂວງຊຽງຂວາງ, ມີ ຜູ້ຕາງໜ້າກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບອ້ອມ ຂ້າງແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ບຸນແຕງ ສີມູນ ກ່າວ ວ່າ: ສະໜາມບິນທົ່ງໄຫຫີນຊຽງ ຂວາງ ໃນເມື່ອກ່ອນແມ່ນສ້າງຂຶ້ນ ມາ ເພື່ອຮັບໃຊ້ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແຕ່ ເພື່ອເຮັດໃຫ້ການນໍາໃຊ້ສະໜາມ ບິນດັ່ງກ່າວໃຫ້ມີຜົນປະໂຫຍດສູງ ສຸດ ເພື່ອຮັບໃຊ້ເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງປະ ເທດ ແລະ ຂອງແຂວງຊຽງ ຂວາງ ຈຶ່ງໄດ້ມອບ-ໂອນໃຫ້ກະ ຊວງປ້ອງກັນປະເທດຮັບຜິດ ຊອບໂດຍກົງ. ຕະຫຼອດໄລຍະ 22 ປີ ທີ່ມີ ການນໍາໃຊ້ສະໜາມບິນຮ່ວມກັນ, ກົມການບິນພົນລະເຮືອນ ໄດ້ສ້າງ ກົດໝາຍ, ລະບຽບການ ແລະ ຄູ່ ມືໃນການຄຸ້ມຄອງວຽກງານການ ບິນໃນຂອບເຂດທົ່ວປະເທດ ເຊິ່ງ ໃນນັ້ນສະໜາມບິນທົ່ງໄຫຫີນ ກໍ ແມ່ນສະໜາມບິນແຫ່ງໜຶ່ງທີ່ຢູ່ ພາຍໃຕ້ການຄຸ້ມຄອງທີ່ສອດຄ່ອງ ກັບສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ເພື່ອເຮັດໃຫ້ການບໍລິການວຽກງານການບິນພົນລະ ເຮືອນຢູ່ສະໜາມບິນທົ່ງໄຫຫີນ ສາມາດຈັດຕັ້ງປະຕິບັດສອດ ຄ່ອງ ຕາມມາດຕະຖານສາກົນ, ກົມ ການບິນພົນລະເຮືອນ ໄດ້ເອົາໃຈ ໃສ່ຊີ້ນຳ-ນຳພາສອງກອງວິຊາ ການຄື: ກອງສະໜາມບິນລາວ ແລະ ກອງຈະລາຈອນທາງອາ ກາດລາວ ລວມທັງບໍລິສັດສາຍ ການບິນໃນການພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນເລື້ອຍໆ ເຊັ່ນ: ດ້ານວຽກງານສະໜາມບິນ, ມີການພັດທະນາລະບົບພື້ນຖານ ໂຄງລ່າງຈຳນວນໜຶ່ງເປັນຕົ້ນ: ລານຈອດເຮືອບິນ, ຮົ້ວສະໜາມ ບິນ, ການບໍລິການພາກພື້ນດິນ, ລົດດັບເພີງ, ໄຟຟ້າ, ການປ້ອງ ກັນຄວາມປອດໄພການບິນ, ປັບ ປຸງເດີ່ນຫຍ້າ ແລະ ການພັດທະ ນາດ້ານບຸກຄະລາກອນໃຫ້ໄດ້ ມາດຕະຖານ, ດ້ານວຽກງານຈະ ລາຈອນອາກາດ ໄດ້ມີການພັດ ທະນາລະບົບການບໍລິການຈະລາ ຈອນອາກາດເຊັ່ນ: ຕິດຕັ້ງລະບົບ ວິທະຍຸສື່ສານ, ວິທະຍຸນໍາທາງ, ວິທະຍຸຕິດຕາມເປົ້າໝາຍ, ລະ ບົບອຸຕຸນິຍົມການບິນ, ການຍົກລະ ດັບຂີດຄວາມສາມາດດ້ານບຸກ ຄະລາກອນນັກບັນຊາຈະລາ ຈອນອາກາດ ແລະ ນາຍຊ່າງ ສ້ອມແປງວິທະຍຸການບິນ ແລະ ອື່ນໆ, ດ້ານການບໍລິການສາຍ ການບິນ, ໄດ້ມີການຍົກລະດັບ ການບໍລິການຂົນສົ່ງຜູ້ໂດຍສານ ດ້ວຍການນໍາໃຊ້ເຮືອບິນທີ່ມີ ຄວາມທັນສະໄໝລະດັບ 70 ບ່ອນ ນັ່ງທີ່ສ້າງຄວາມເຊື່ອໝັ້ນໃຫ້ ແກ່ຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດ. ເນື່ອງຈາກການພັດທະນາວຽກ ງານການບິນທີ່ນັບມື້ນັບມີການ ຂະຫຍາຍຕົວ ແລະ ເພື່ອເຮັດໃຫ້ ການບິນພົນລະເຮືອນ ແລະ ກອງ ທັບ ໄດ້ສືບຕໍ່ພັດທະນາໃຫ້ມີຄວາມ ເຂັ້ມແຂງຂຶ້ນເລື້ອຍໆ ໂດຍປະຕິ ບັດຕາມທິດຊີ້ນຳຂອງລັດຖະ ບານກໍຄືແຈ້ງການຂອງຫ້ອງ ວ່າການສຳນັກງານນາຍົກລັດ ຖະມົນຕີ ສະບັບເລກທີ 01/ຫສນຍ, ລົງວັນທີ 12 ກຸມພາ 2020.
ດັ່ງ ນັ້ນ, ກົມການບິນພົນລະເຮືອນ ຈຶ່ງມອບຄືນຄວາມຮັບຜິດຊອບ ການຄຸ້ມຄອງວຽກງານການບິນ ໃນເຂດສະໜາມບິນທົ່ງໄຫຫີນ ໃຫ້ໄປຂຶ້ນກັບຄວາມຮັບຜິດຊອບ ໂດຍກົງຂອງກອງບັນຊາການທະ ຫານອາກາດກະຊວງປ້ອງກັນ ປະເທດ, ເພື່ອເຮັດໃຫ້ສະໜາມ ບິນແຫ່ງນີ້ ໄດ້ມີການສືບຕໍ່ພັດທະ ນາ ແລະ ສາມາດຮັບປະກັນຄວາມ ປອດໄພດ້ານຕ່າງໆ ສອດຄ່ອງ ຕາມລະບຽບການ ແລະ ມາດຕະ ຖານສາກົນ ເພື່ອສ້າງໃຫ້ສະໜາມ ບິນແຫ່ງນີ້ ເປັນສະໜາມບິນໃຊ້ ຮ່ວມກັນ ແລະ ສືບຕໍ່ພັດທະນາ ວຽກງານການບິນຮ່ວມກັນ ແນ ໃສ່ຮັບປະກັນໃນການປະຕິບັດ ການບິນມີຄວາມສະດວກ, ວ່ອງ ໄວ ແລະ ປອດໄພສູງສຸດ.
ທ່ານ ພັນໂທ ແສງຖະໜອມ ບຸດຕະວົງ ກ່າວວ່າ: ໂດຍປະ ຕິບັດຕາມແນວທາງນະໂຍບາຍ ຂອງພັກ-ລັດ ກໍຄືຂອງກະຊວງ ປ້ອງກັນປະເທດໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ມີແບບແຜນທີ່ທັນສະໄໝ ໄປຄຽງ ຄູ່ກັບການປັບປຸງກໍ່ສ້າງກຳລັງ, ກໍ່ສ້າງເຫຼົ່າຮົບວິຊາສະເພາະຂອງ ກອງທັບໃຫ້ນັບມື້ ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ, ໃນນີ້ ເຫຼົ່າຮົບທະຫານອາກາດກໍແມ່ນ ເຫຼົ່າຮົບໜຶ່ງທີ່ມີພາລະບົດບາດ ແລະ ໜ້າທີ່ອັນສໍາຄັນໃນການປະ ຕິບັດເຮັດໜ້າທີ່ວິຊາສະເພາະ ຂົງເຂດວຽກງານການບິນ ເພື່ອ ປົກປັກຮັກສາເຂດນ່ານຟ້າຂອງ ປະເທດໃຫ້ມີຄວາມສະຫງົບ, ຮັບ ໃຊ້ການລຳລຽງຂົນສົ່ງທາງອາ ກາດ ກໍຄືການບິນຮັບໃຊ້ການນໍາ ພັກ-ລັດ, ຮັບໃຊ້ສັງຄົມ, ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນໃນການນໍາ ໃຊ້ເດີ່ນບິນທົ່ງໄຫຫີນແຫ່ງນີ້ ເພື່ອ ຮອງຮັບເຂົ້າໃນວຽກງານເຝິກ ແອບຮໍ່າຮຽນການບິນ ແລະ ນໍາ ໃຊ້ເຂົ້າໃນວຽກງານຍຸດທະສາດ ການທະຫານຂອງກອງທັບ ປະ ຊາຊົນລາວ ແລະ ຈະນໍາໃຊ້ສະ ໜາມບິນແຫ່ງນີ້ ໃຫ້ເກີດປະໂຫຍດ ສູງສຸດໃນການບິນບໍລິການສັງ ຄົມ ແລະ ກຽມພ້ອມປົກປ້ອງ ນ່ານຟ້າ ສປປ ລາວ.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ