ທ່ານ ຄໍາໄຕ ສີພັນດອນ ອະດີດປະທານປະເທດຢຽມຍາມ ແລະ ເຮັດວຽກຢູ່ເມືອງສະໜາມໄຊ

ໃນວັນທີ 16 ມິຖຸນາ 2020 ທ່ານ ຄໍາໄຕ ສີພັນດອນ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢຽ້ມຍາມ ແລະ ເຮັດວຽກຢູ່ ເມືອງສະໜາມໄຊ ແຂວງອັດຕະປື, ໃຫ້ການຕ້ອນຮັບໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມຄະນະນໍາຂອງແຂວງ ແລະ ເມືອງສະໜາມໄຊ.

ໂອກາດດັ່ງກ່າວ, ທ່ານ ຄໍາໄຕ ສີພັນດອນ ອະດີດປະທານປະເທດ ກໍ່ໄດ້ເຂົ້າຮ່ວມເຮັດວຽກກັບການນໍາຂອງແຂວງ ແລະ ການນໍາຂອງເມືອງ ສະໜາມໄຊ ໂດຍທ່ານ ກໍ່ໄດ້ຮັບຟັງການລາຍງານສະພາບການ ຈັດຕັ້ງປະຕິບັດວຽກງານ, ລວມທັງສະພາບການຟື້ນຟູໄພພິບັດ ຢູ່ເມືອງ ສະໜາມໄຊ ຈາກເຫດຄູສັນເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານອ້ຍແຕກ ເມື່ອທ້າຍ ປີ 2018 ທີ່ຜ່ານມາ. ປັດຈຸບັນແມ່ນໄດ້ສໍາເລັດການປະກາດ ແລະ ເຕົ້າໂຮມບ້ານນ້ອຍເປັນບ້ານໃຫຍ່ ແລະ ໄດ້ຈັດກຸ່ມການຜະລິດເປັນສີນຄ້າ ແລະ ວຽກງານກໍ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີຜົນສໍາເລັດເປັນກ້າວໆ.

ຈາກນັ້ນ, ທ່ານ ຄຳໄຕ ສີພັນ ກໍ່ໄດ້ໃຫ້ກຽດໂອ້ລົມ, ເຊິ່ງທ່ານໄດ້ເນັ້ນໜັກ ໃຫ້ອໍານາດການປົກຄອງແຂວງ ແລະ ເມືອງສະໜາມໄຊ ໃຫ້ຖືສຳຄັນ ໂດຍສະເພາະຖືກເອົາການສຶກສາ ອົບຮົມການເມືອງແນວຄິດ ໃຫ້ຖັນແຖວພະນັກງານ ຂັ້ນຮາກຖານບ້ານ ຕະຫລອດຮອດປະຊາຊົນບັນດາ ເຜົ່າ ໃຫ້ເຂົາເຈົ້າເຊື່ອມຊຶມ ແນວຄິດການເມືອງຢ່າງເລິກເຊິ່ງ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ບ້ານເມືອງ ແລະ ຕໍ່ປະຊາຊົນ ເຮັດໃຫ້ປະຊາຊົນ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ລັດ. ສ້າງໃຫ້ປະຊາຊົນ ມີຄວາມຮຸ່ງເຮືອງສີລິໄລ ມັ່ງຄັ່ງເຂັ້ມແຂງ, ມີຄວາມສະຫງົບປອດໄພ ຕິດພັນກັບການສ້າງປະຖົມປັດໄຈ ເອຶື້ອອຳນວຍໃຫ້ແກ່ການ ຜະລິດແບບສະຫາກອນ ແລະ ກາຍເປັນສີນຄ້າສົ່ງອອກ ໃຫ້ເປັນບວນການຟົດຟື້ນ.

ໃນໂອກາດເຄື່ອນໄຫວຢ້ຽມຢາມ ເມືອງສະໜາມໄຊ ທ່ານ ອະດີດປະທານປະເທດ ກໍ່ໄດ້ເຄື່ອນໄຫວຢ້ຽມຢາມປະຊາຊົນ ຢູ່ສູນພັກຊົ່ວຜູ້ປະສົບໄພພິບັດ ແລະ ໄປເບິ່ງຈຸດການຜະລິດກະສິກໍາຂອງປະຊາຊົນນໍາອີກ.

ຂ່າວ: ໄຊຈະເລີນ ວຽງສະຫັວນ