ປີ 2030 ພົນລະເມືອງລາວ ຈະໄດ້ໃຊ້ການບໍລິການຂອງລະບົບ ການຈົດທະບຽນ ແລະ ສະຖິຕິ ຂອງພົນລະເມືອງ ຢ່າງທົ່ວເຖິງ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ປີ 2030 ພົນລະເມືອງລາວ ຈະໄດ້ໃຊ້ການບໍລິການຂອງລະບົບ ການຈົດທະບຽນ ແລະ ສະຖິຕິ ຂອງພົນລະເມືອງ ຢ່າງທົ່ວເຖິງ

Published

on

ໃນວັນທີ 16 ມິຖຸນາ 2020 ທີ່ກະຊວງພາຍໃນ, ໄດ້ຈັດກອງປະຊຸມກວດກາໜ້າວຽກຄັ້ງທີ 3 ໜຶ່ງສ່ວນຮ້ອຍ ຂອງໂຄງການພັດທະນາ ລະບົບຖານຂໍ້ມູນ ຄຸ້ມຄອງພົນລະເມືອງ ເອເລັກໂຕຣ ນິກ. ຈຸດປະສົງ ກໍເພື່ອສັງລວມ, ຮັກສາ, ປັບປຸງ ແລະ ຊອກຂໍ້ມູນກ່ຽວກັບການຈົດທະບຽນພົນລະ ເມືອງ ແລະ ສາມາດເຊື່ອມຕໍ່ກັບຂໍ້ມູນ ຂອງຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອປ້ອນຂໍ້ມູນ ແລະ ແລກ ປ່ຽນຂໍ້ມູນ. ພ້ອມກັນນັ້ນ, ກໍເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງພົນລະເມືອງ, ນຳໃຊ້ເຂົ້າໃນການກຳນົດນະໂຍບາຍ, ວາງແຜນພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.

ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ກ່າວວ່າ: ຂະແໜງການພາຍໃນ ແມ່ນໜຶ່ງໃນບັນດາຂະແໜງການ ທີ່ມີຄວາມຮັບຜິດຊອບ ໃນການຄຸ້ມຄອງພົນລະເມືອງ ໂດຍສະ ເພາະການຈົດທະບຽນການເກີດ, ຈົດທະບຽນການເສຍຊີວິດ, ຈົດທະບຽນການແຕ່ງດອງ, ຈົດທະບຽນການຢ່າຮ້າງ, ຈົດທະບຽນການປ່ຽນຊື່ ຫລື ນາມສະກຸນ, ຈົດທະບຽນການປ່ຽນສັນຊາດ ແລະ ຈົດທະ ບຽນການ ຍົກຍ້າຍຂອງພົນລະເມືອງ. ວຽກງານຄຸ້ມຄອງພົນລະເມືອງ ກໍເປັນວຽກງານໜຶ່ງ ທີ່ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ເປັນບັນຫາສຳຄັນ. ມະຕິກອງປະຊຸມໃຫຍ່ຄັ້ງທີ X ໄດ້ວາງວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມສຳລັບ ປີ 2016-2025 ກ່ຽວກັບພົມລະເມືອງໄວ້ວ່າ: ຮອດປີ 2030 ສິດທິຂອງພົນລະເມືອງ ມີການຮັບປະກັນວ່າດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ, ຮອດປີ 2025 ພົນລະເມືອງລາວ ໃນເກນອາຍຸໄດ້ຮັບການສຶກສາພື້ນຖານຂັ້ນມັດທະຍົມຕົ້ນ, ປະຊາຊົນໄດ້ຮັບການບໍລິການ ດ້ານສາທາລະນະສຸກ ທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ມີອາຍຸຍືນສະເລ່ຍສູງກວ່າ 73 ປີ, ພົນລະເມືອງໄດ້ເຂົ້າຮ່ວມລະບົບການປົກປ້ອງທາງສັງຄົມຢ່າງກວ້າງຂວາງ, ກຳລັງແຮງງານໄດ້ຮັບ ການພັດທະນາ ທັງດ້ານປະລິມານ ແລະ ຄຸນນະພາບ. ພ້ອມກັນນີ້, ເພື່ອບັນລຸວິໄສທັດຕາມ ທີ່ໄດ້ກຳນົດໄວ້ ໃນຍຸດທະສາດວຽກງານ ການຈົດທະບຽນ ແລະ ສະຖິຕິຂອງພົນລະເມືອງ 2016-2025 ທີ່ວ່າ: ຮອດປີ 2030 ພົນລະເມືອງລາວທຸກຄົນ ຈະໄດ້ຊົມໃຊ້ການບໍລິການ ຂອງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຢ່າງທົ່ວເຖິງ ແລະ ມີປະສິດທິພາບ, ເຊິ່ງເປັນການເອື້ອອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດສິດ ແລະ ຜົນປະໂຫຍດຂອງພົນລະ ເມືອງ ແລະ ສະໜັບສະໜູນການປົກຄອງທີ່ດີ, ການພັດທະນາ ແລະ ເປົ້າໝາຍທີ່ວ່າ ທຸກຄົນໄດ້ຮັບເອກະສານທາງກົດໝາຍ ຈາກການຈົດທະບຽນການເກີດ, ການເສຍຊີວິດ ແລະ ເຫດການສຳຄັນ ໃນຊີວິດທີ່ຈຳເປັນ ເພື່ອລະບຸຕົວຕົນ, ສະຖານະພາບການເປັນ ພົນລະເມືອງ ແລະ ການປະຕິບັດສິດຕ່າງໆ, ສະຖິຕິທີ່ຖືກຕ້ອງ, ສົມບູນ ແລະ ທ່ວງທັນເວລາ ກ່ຽວກັບເຫດການທີ່ສຳຄັນ ໃນຊີວິດຂອງພົນລະເມືອງ.

ໂອກາດດຽວກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ການລາຍງານ ສະພາບການຈັດຕັ້ງປະຕິບັດ ການພັດທະນາລະບົບ ການຄຸ້ມຄອງຂໍ້ມູນພົນລະເມືອງ ເປັນຕົ້ນ ການຂຽນໂປຣແກຣມ, ການຈັດຕັ້ງລະບົບ, ການຝຶກອົບຮົມ ແລະ ການນຳໃຊ້ລະບົບດັ່ງກ່າວ ໃນແຕ່ລະໄລຍະ ຈາກຄະນະຮັບຜິດຊອບ ແລະ ຜູ້ພັດທະນາໂຄງການ. ນອກຈາກນີ້, ກອງປະຊຸມ ຍັງໄດ້ຄົ້ນຄວ້າປະກອບຄຳຄິດເຫັນ, ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

ຂ່າວ: ມະນີທອນ, ພາບ: ເກດສະໜາ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້