ອຸປະຕິເຫດ “ລົດໃຫຍ່ ຕຳກັບລົດຈັກ ເສຍຊີວິດ 1 ຄົນ”

!ເຫດ “ລົດໃຫຍ່ ຕຳກັບລົດຈັກ ເສຍຊີວິດ 1 ຄົນ”

ເວລາ 8:10 ໂມງ ວັນທີ 6 ມັງກອນ 2022, ຢູ່ເຂດເສດຖະກິດພິເສດກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ, ເກີດອຸບັດຕິເຫດ ລົດກະບະນິສັນນາວາລ້າ ໝາຍເລກທະບຽນ ຮຮ 3998 ກຳແພງນະຄອນ ຕໍາກັບລົດຈັກເວບຈີນ ໝາຍເລກທະບຽນ ຍລ 8559 ກໍາແພງນະຄອນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ 1 ຄົນ.

ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ຜ່ານການລົງວັດແທກສັນນະສູດສະຖານທີ່ເກີດເຫດ ຊາບຊື່ຜູ້ເສຍຊີວິດ ຊື່ ທ້າວ ສາ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ນວ.

ສ່ວນຄູ່ກໍລະນີຂັບລົດກະບະເປັນຄົນຈີນ ຊື່ ທ້າວຊຸ້ງຊວງຫົງ ອາຍຸ 48 ປີ ກໍາມະກອນ ຢູ່ເຂດເສດຖະກິດພິເສດກວມລວມໄຊເສດຖາ ນວ.

ປັດຈຸບັນ ຍັງຢູ່ໃນການສືບສວນ-ສອບສວນ ດຳເນີນຄະດີຂອງເຈົ້າໜ້າທີ່.