ວິກິດຄັ້ງໃຫ່ຍທີ່ສຸດ ໃນຊີວິດ ເຮັດໃຫ້ເກືອບເສຍ ຍ້ອນໂຄວິດລົງປອດ – ສື່ລາວ.ຄອມ
Connect with us

ຕິດຕາມໂຄວິດ-19

ວິກິດຄັ້ງໃຫ່ຍທີ່ສຸດ ໃນຊີວິດ ເຮັດໃຫ້ເກືອບເສຍ ຍ້ອນໂຄວິດລົງປອດ

Published

on

ໂຄວິດ…ສໍາລັບຜູ້ທີ່ແຂງແຮງ ບໍ່ມີໂລກປະຈໍາຕົວ ອາດຈະເປັນແຄ່ໄຂ້ຫວັດທໍາມະດາ

ແຕ່ສໍາລັບຄອບຄົວຂ້ອຍ ແມ່ນເປັນວິກິດຄັ້ງຍິ່ງໃຫ່ຍທີ່ສຸດ ໃນຊີວິດ ເຮັດໃຫ້ເກືອບເສຍ ຜູ້ທີ່ເປັນຫົວຫນ້າຄອບຄົວທີ່ຮັກໄປ ຍ້ອນໂຄວິດລົງປອດ ເພາະວ່າຕອນແລກມີຄວາມເຂົ້າໃຈວ່າໂຄວິດມັນນ່າຈະບໍ່ຮຸນແຮງ ຫລືເຊື້ອຫມັ້ນວ່າໂຕເອງແຂງແຮງພໍ ເລີຍຂໍປິ່ນປົວຢູ່ບ້ານ ກິນຢາຕາມຫມໍສະເພາະທາງເພິ່ນວາງໃຫ້ ແຕ່ຮ່າງກາຍແລະພູມຕ້ານທານແຕ່ລະຄົນບໍ່ຄືກັນ ໂຄວິດລົງປອດຈົນໄດ້

ສະນັ້ນ ຢາກໃຫ້ທຸກຄົນໄດ້ເປັນບົດຮຽນນໍາກັນ ປ້ອງກັນໃຫ້ດີທີ່ສຸດ ແຕ່ຖ້າມັນສຸດວິໃສ ຫາກໄດ້ຕິດແລ້ວ ແມ່ນໃຫ້ໃສ່ໃຈໃນການປິ່ນປົວໃຫ້ດີ ເຖິງຈະພັກເບິ່ງອາການຢູ່ບ້ານ ຫລືສູນກັກໂຕ ກໍໃຫ້ສັງເກດຕົວເອງຢູ່ຕລອດ ຕ້ອງຫມັ່ນວັດແທກ ອົກຊີເຈນປາຍນິ້ວມື ຄົນທີ່ຕິດໂຄວິດແລ້ວ ຕ້ອງມີໂຕນີ້ຕິດໂຕແລະແທກເປັນປະຈໍາ

ວ່າມີຫຍັງຜິດປົກກະຕິບໍ່ ນອກຈາກ ໄຂ້ ຫວັດ ໄອ ປະມາດບໍ່ໄດ້ເດັດຂາດ ເພາະສຸກຂະພາບແຕ່ລະຄົນບໍ່ຄືກັນ ບ້ານຂ້ອຍຕິດໂຄວິດທັງຫມົດ 8ຄົນ ມີທັງໂຕເອງ ລູກຊາຍສອງຄົນ ແມ່ ຜົວ ນ້ອງໃພ້ ນ້ອງເຂີຍ ແລະຍັງມີນ້ອງສາວ ທີ່ຖືພາທ້ອງໃຫ່ຍເດືອນຄອງແລ້ວ ຕິດນໍາ ທຸກຄົນຢູ່ໃນຫມວດຜູ້ປ່ວຍສີຂຽວ ຍົກເວັ້ນ ນ້ອງສາວຖືພາທ້ອງໃຫ່ຍ ທີ່ມີຜົນຂ້າງຄຽງແລະຜົວ ທີ່ ໂຄວິດລົງປອດ ຕ້ອງໄດ້ດິ້ນລົນ

ຊອກຫາໂຮງຫມໍນອນ ເພາະທຸກໂຮງຫມໍຕຽງສະເພາະປົວໂຄວິດບໍ່ວ່າງເລີຍ ຈົນໄດ້ໄປເສຍເວລານອນຖ້າຕຽງວ່າງ ເປັນມື້ ເປັນຄືນ ເຮັດໃຫ້ຄົນເຈັບ ອ່ອນເພຍເປ້ຍລ່ອຍ ລ່າຊ້າໃນການປິ່ນປົວ☹️ ແຕ່ໃນທີ່ສຸດທຸກຄົນ ກະໄດ້ຮັບການປິ່ນປົວ ແລະໄດ້ອອກໂຮງຫມໍກັບມາເຮືອນຄົບກັນ ໃນມື້ນີ້ແລ້ວຢາກບອກວ່າ ໂຄວິດເປັນອີ່ຫຍັງທີ່ຮ້າຍແຮງ ແລະເປັນຕາຢ່ານທີ່ສຸດ

Continue Reading

ຕິດຕາມໂຄວິດ-19

ກັບມາອີກແລ້ວ ມື້ນີ້ ທົ່ວປະເທດ ຕິດເຊື້ອໂຄວິດເພີ່ມຂຶ້ນ 76 ຄົນ

Published

on

06 ທັນວາ 2022.

ນະຄອນຫຼວງວຽງຈັນ ຕິດເຊື້ອໂຄວິດເພີ່ມຂຶ້ນ ! ອາກາດເລີ່ມໜາວແລ້ວ ຂໍໃຫ້ທຸກຄົນ ຮັກສາສຸຂະພາບ !

Continue Reading

ຕິດຕາມໂຄວິດ-19

ສປປ ລາວ ກວດພົບ ຜູ້ຕິດເຊື້ອໂຄວິດ 551 ຄົນ ແລະ ເສຍຊີວິດ 4 ຄົນ

Published

on

By

🔥 🔥 ເພີ່ມຂຶ້ນ ! ສປປ ລາວ 🇱🇦 ລາຍງານ ກວດພົບ ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນ

ໃນວັນອັງຄານ 01/02/2022 ໂດຍກວດພົບການຕິດເຊື້ອໂຄວິດ 585 ຄົນ ແລະ ເສຍຊີວິດ +4 ຄົນ.

ຕົວເລກຜູ້ເສຍຊີວິດ ອາດມີການປ່ຽນແປງ ລາຍລະອຽດເພີ່ມຕື່ມ ຄະນະສະເພາະກິດ ຈະໄດ້ແຈ້ງໃຫ້ຊາບຕື່ມ ໃນເວລາ 10:30

Continue Reading

ຕິດຕາມໂຄວິດ-19

ມື້ນີ້ີ້ ສປປ ລາວ ກວດພົບຜູ້ຕິດໂຄວິດໃໝ່ +329 ຄົນ ແລະ ເສຍຊີວິດ 3 ຄົນ

Published

on

By

ຈາກການຖະແຫຼ່ງຂ່າວໂຄ ວິ ດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 31/1/2022 ພົບວ່າມີຜູ້ຕິດເຊື້ ອໂຄ ວິ ດ +329 ຄົນ ແລະ ຊຸມຊົນ + ຄົນ.

ລາຍລະອຽດແຕ່ລະແຂວງມີຄື:

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້