ທົ່ວໄປ
ພາກລັດ ແລະ ພາກທຸລະກິດ ຫາລືແກ້ໄຂຄວາມຫຍຸ້ງຍາກ ການສົ່ງສິນຄ້າໄປ ສປ ຈີນ

ພາກລັດ ແລະ ພາກທຸລະກິດ ຫາລືແກ້ໄຂຄວາມຫຍຸ້ງຍາກ ການສົ່ງສິນຄ້າໄປ ສປ ຈີນ ການແກ້ໄຂສະພາບຄວາມຫຍຸ້ງຍາກຂອງ ການສົ່ງສິນຄ້າ ໄປ ສປ ຈີນ, ຜູ້ປະກອບການຂອງ ສປປ ລາວ ຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງພະນັກງານຂັບລົດ (ໂຊເຟີລົດ) ບໍ່ໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອໂຄວິດ-19 ລວມທັງການຄຸ້ມຄອງສິນຄ້າຂອງຕົນແຕ່ຫົວທີ ເພື່ອບໍ່ໃຫ້ສິນຄ້າມີເຊຶ້ອໂຄວິດ-19 ຕິດໄປນຳສິນຄ້າ; ຂະນະທີ່ ຄະນະສະເພາະກິດ ທີ່ຮັບຜິດຊອບແກ້ໄຂບັນຫາລົດອັ່ງອໍ ຢູ່ດ່ານບໍ່ເຕ່ນ, ຄະນະຮ່ວມມືລາວ-ຈີນ ກໍຈະໄດ້ມີການປຶກສາຫາລື ແລະ ເຈລາຈາຕື່ມໃນຫຼາຍດ້ານທີ່ຈຳເປັນ ກັບຝ່າຍຈີນ ເພື່ອຮ່ວມກັນແກ້ໄຂສະພາບຫຍຸ້ງຍາກດັ່ງກ່າວ.ໃນວັນທີ 27 ທັນວານີ້ ທີ່ແຂວງຫຼວງນໍ້າທາ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ ໂດຍມີບັນດາຮອງລັດຖະມົນຕີຈາກກະຊວງກ່ຽວຂ້ອງ ພ້ອມດ້ວຍບັນດານັກທຸລະກິດກ່ຽວຂ້ອງເຂົ້າຮ່ວມ.ໃຫ້ພາກທຸລະກິດຢູ່ລາວ ເນັ້ນໜັກການປະຕິບັດຕາມມາດຕະການສະກັດກັ້ນ ແລະ ເຝົ້າລະວັງໂຄວິດ-19 ຕາມທີ່ຝ່າຍຈີນ ໄດ້ກໍານົດໄວ້ ໂດຍສະເພາະເນັ້ນໜັກການປະຕິບັດມາດຕະການຂອງພະນັກງານຂັບລົດຂອງລາວ ໃຫ້ມີຄວາມເຂັ້ມງວດສູງສຸດ ລວມທັງການຄຸ້ມຄອງສິນຄ້າ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອໂຄວິດ-19 ທັງພະນັກງານຂັບລົດ ແລະ ສິນຄ້າ ຊຶ່ງອາດເຮັດ ສປ.ຈີນ ກັບມາໃຊ້ມາດຕະການເຂັ້ມງວດຄືເກົ່າ ເປັນຕົ້ນແມ່ນການປິດດ່ານ. ອີງຕາມການສັງລວມຂໍ້ມູນເບື້ອງຕົ້ນ ກ່ຽວກັບແຜນການສົ່ງອອກສິນຄ້າກະສິກໍາໄປ ສປ.ຈີນ ນັບແຕ່ເດືອນ ທັນວາ 2021 ຫາ ກາງປີ 2022 ຂອງບາງແຂວງພາກເໜືອ ເຫັນວ່າ: ແຂວງຫຼວງນໍ້າທາ ມີຈໍານວນ 1.651.830 ໂຕນ, ແຂວງຜົ້ງສາລີ ຈໍານວນ 248.455 ໂຕນ, ແຂວງໄຊຍະບູລີ ຈໍານວນ 195.650 ໂຕນ, ແຂວງອຸດົມໄຊ ຈໍານວນ 88.873 ໂຕນ ແລະ ແຂວງຫຼວງພະບາງ ຈໍານວນ 24.586 ໂຕນ.

ນອກຈາກນີ້, ຍັງມີແຂວງອື່ນໆອີກຕື່ມ. ດັ່ງນັ້ນ, ທ່ານ ລັດຖະມົນຕີ ກະຊວງ ອຄ ໄດ້ສະເໜີວິທີແກ້ໄຂ ດັ່ງນີ້: ກ່ຽວກັບການແກ້ໄຂບັນຫາລົດຂົນສົ່ງສິນຄ້າຕົກຄ້າງອັ່ງອໍ ຢູ່ດ່ານສາກົນບໍ່ເຕ່ນ ແມ່ນໃຫ້ຄະນະ ສະເພາະກິດ ທີ່ຮັບຜິດຊອບແກ້ໄຂບັນຫາລົດອັ່ງອໍ ຢູ່ດ່ານບໍ່ເຕັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ຄະນະຮ່ວມມືລາວ-ຈີນ, ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍຈີນ ແລະ ກອບການຮ່ວມມືຕ່າງໆລະຫວ່າງ ສປປ ລາວ ແລະ ສປ ຈີນ ສືບຕໍ່ເຈລະຈາຊອກຫາວິທີການແກ້ໄຂບັນຫາ ຢູ່ດ່ານບໍ່ເຕ່ນໂດຍໄວ ເປັນຕົ້ນ: ການເພີ່ມພະນັກງານຂັບລົດເສື້ອຂາວ, ເພີ່ມການອະນຸຍາດໃຫ້ ລົດຂົນສົ່ງສິນຄ້າເຂົ້າ-ອອກດ່ານ ໃຫ້ມີຈຳນວນຫຼາຍຂຶ້ນກວ່າເກົ່າການເພີ່ມເວລາເຮັດວຽກຂອງເຈົ້າໜ້າທີ່ຢູ່ດ່ານ; ສະເໜີກະຊວງການຕ່າງປະເທດ ສົມທົບພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອເຈລະຈານໍາຝ່າຍຈີນ ກ່ຽວກັບການເປີດດ່ານ ປາງໄຮ (ເມືອງສິງ)-ຊ້າເຫີ (ເມືອງຫຼາ), ດ່ານສາກົນ ລານຕຸ້ຍ (ຜົ້ງສາລີ)-ເມືອງຄໍາ (ພູເອີ), ດ່ານທາງນໍ້າ (ນໍ້າຂອງ) 240 ແລະ ຊ່ອງທາງການຂົນສົ່ງສິນຄ້າສະເພາະ ຢູ່ດ່ານບໍ່ເຕ່ນ-ບໍ່ຫານ; ສະເໜີກະຊວງໂຍທາທິການ ແລະ ຂົນສົ່ງ ລະດົມທຸລະກິດ, ຜູ້ປະກອບການຂົນສົ່ງ ໃຫ້ສາມາດຕອບສະໜອງ ລົດຂົນສົ່ງສິນຄ້າສົ່ງອອກຂອງລາວ ໃຫ້ພຽງພໍ ແລະ ໄດ້ມາດຕະຖານ ເພື່ອຊ່ວຍລະບາຍລົດອັ່ງອໍຢູ່ດ່ານສາກົນບໍ່ເຕ່ນ. ສຳລັບວຽກງານການເຈລະຈາພືດສົ່ງອອກ ສະເໜີກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ຄົ້ນຄວ້າອອກນິຕິກໍາຜັນຂະຫຍາຍ ແລະ ເຜີຍແຜ່ ກ່ຽວກັບລາຍການພືດສົ່ງອອກໄປ ສປ.ຈີນ ເປັນແຕ່ລະຊະນິດ (ທຸກໆໂຄງການ ການຮ່ວມມືກັບ ສປ.ຈີນ)

ພາຍຫຼັງສໍາເລັດການລົງນາມອານຸສັນຍາການສົ່ງອອກພືດທີ່ໄດ້ຕົກລົງກັນ ລະຫວ່າງ ສປປ.ລາວ ແລະ ສປ.ຈີນ ເພື່ອເປັນຂໍ້ມູນໃຫ້ບັນດາຫົວໜ່ວຍທຸລະກິດທີ່ມີຄວາມສົນໃຈປູກພືດເພື່ອສົ່ງອອກໄປ ສປ.ຈີນ.ສ່ວນຂັ້ນຕອນການແຈ້ງ ແລະ ການກວດປ່ອຍສິນຄ້າ ຢູ່ດ່ານບໍ່ເຕ່ນ ແລະ ຢູ່ສະຖານີລົດໄຟຕ່າງໆ:ສະເໜີຂະແໜງການທີ່ກ່ຽວຂ້ອງ ທີ່ມີໜ່ວຍງານປະຈໍາດ່ານສາກົນ ໂດຍສະເພາະແມ່ນ ພາສີ ແລະ ກັກກັນພືດ-ສັດ ຮີບຮ້ອນກະກຽມບຸກຄະລາກອນ, ເຄື່ອງມືຮັບໃຊ້, ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ເພື່ອຄຸ້ມຄອງ ແລະ ອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກ ສິນຄ້າປະເພດກະສິກໍາ, ສັດ ແລະ ຜະລິດຕະພັນສັດ ຜ່ານທາງລົດໄຟ-ລາວຈີນ ໂດຍກໍານົດຂັ້ນຕອນການແຈ້ງ ແລະ ກວດປ່ອຍສິນຄ້າ ຢ່າງລະອຽດ ເພື່ອເປັນບ່ອນອີງໃນການປະຕິບັດວຽກງານການແຈ້ງ ແລະ ກວດປ່ອຍສິນຄ້າ ຢູ່ດ່ານທາງບົກຕ່າງໆ, ສະຖານີລົດໄຟນາເຕີຍ ແລະ ສະຖານີອື່ນໆທີ່ມີເງື່ອນໄຂ.
ສະເໜີເຈົ້າໜ້າທີ່ທີ່ກ່ຽວຂ້ອງປະຈໍາດ່ານ ແລະ ສະຖານີລົດໄຟ ປະຕິບັດວຽກງານກວດປ່ອຍສິນຄ້າ ຂອງບັນດາບໍລິສັດທີ່ເຄື່ອນໄຫວຖືກຕ້ອງ ໃຫ້ມີຄວາມສະເໝີພາບກັນ.ສະເພາະ ການເກັບຄ່າທໍານຽມ ແລະ ບໍລິການ ໃນການແຈ້ງພາສີ ແລະ ສາງຄ່ຽນຖ່າຍ ຂອງບໍລິສັດ LS ແລະ ບໍລິສັດ LICD ນັ້ນ, ສະເໜີເຮັດໃຫ້ມີຄວາມຈະແຈ້ງໂປ່ງໃສຕໍ່ກັບຂັ້ນຕອນ ແລະ ຄ່າທໍານຽມ.


ທົ່ວໄປ
An introduction to Gambling slot online space arcade establishment Position Games Mathematics
Blogs
Red-colored, White and you may Blue position on the web was made from the IGT, one of the recommended games slot online space arcade organization global. One of those game try Reddish Light and you can Blue, a server created by IGT. Now, belongings based casinos scarcely could, possibly offer you totally free gaming. (ເພີ່ມເຕີມ…)
ທົ່ວໄປ
Dragon 50 free spins no deposit hells grannies Temple Video slot
Blogs
This may change lives ranging from dropping, playing prolonged otherwise scoring immense effects. For everybody admirers from risk have, the new gaming place gives precisely the thing. After each and every successful range, a player becomes a chance to 50 free spins no deposit hells grannies enjoy a risk game in which the made dollars might be multiplied from time to time. (ເພີ່ມເຕີມ…)
ທົ່ວໄປ
Best British No deposit Incentives November 2023
Articles
At the Fortune.com Local casino, their membership can get you a hundred more revolves to your Glucose Bonanza Deluxe position. The new spins will be divided into 20 revolves each day, for five months. (ເພີ່ມເຕີມ…)
-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย12 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ