ລາດຊະວົງພລາຊ່າ ຈະເລີ່ມລົງມືອີກຄັ້ງຕາມແຜນ 2 ປີສຳເລັດ – ສື່ລາວ.ຄອມ
Connect with us

ທົ່ວໄປ

ລາດຊະວົງພລາຊ່າ ຈະເລີ່ມລົງມືອີກຄັ້ງຕາມແຜນ 2 ປີສຳເລັດ

Published

on

ຕຶກລາດຊະວົງ ພລາຊ່າ ອາຄານສູງສຸດໃຈກາງເມືອງຫຼວງວຽງຈັນ ເປັນທີ່ຄອງຄອຍຂອງປະຊາຊົນເພາະນັ້ນຄືໃບໜ້າໃບຕາອັນໃໝ່ ແຕ່ການກໍ່ສ້າງໃນໄລຍະຜ່ານມາກໍພົບບັນຫາຈິ່ງເຮັດໃຫ້ໂຄງການຖືກຢຸດສະງັກ ຈົນມາມືື້ນີ້ຈິ່ງໄດ້ຂ່າວວ່າຈະກັບມາສືບຕໍ່ບັນດາໜ້າວຽກໃຫ້ສຳເລັດພາຍໃນ 2 ປີຂ້າງໜ້າ.

ລາດຊະວົງ ພລາຊາ ເປັນອາຄານສູນການຄ້າຄົບວົງຈອນ ແລະໂຮງແຮມລະດັບຫ້າດາວ ເຊິ່ງເປັນຕຶກສູງທີ່ສຸດໃນປະເທດລາວ ຈະຖືກດໍາເນີນການກໍ່ສ້າງຄືນໃໝ່ ເນື່ອງຈາກປີ 2016 ຜູ້ປະກອບການຂອງອາຄານດັ່ງກ່າວພົບຄວາມຫຍຸ້ງຍາກທາງດ້ານການເງິນ ຈິ່ງໄດ້ໂຈະການດໍາເນີນການກໍ່ສ້າງ.

ທ່ານ ພັນເອກ ສີພອນໄຊ ຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ລາຍງານໃນພິທີເຊັນສັນຍາສືບຕໍ່ໂຄງການລາດຊະວົງ ພລາຊາ ໃນວັນທີ 23 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ທ່ານ ຮຸ່ງເພັດ ຈັນທະວົງ ເລຂາທິການສະມາຄົມມິດຕະພາບລາວ-ຈີນ, ທ່ານ ເຊຍເກຍເວນ ເລຂາຄະນະພັກ ບໍລິສັດທາງລົດ ໄຟລາວ-ຈີນ ຈຳກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງລາດຊະວົງພລາຊາເປັນການຮ່ວມມືທຸລະກິດລະຫວ່າງກະຊວງປ້ອງກັນປະເທດ ແລະ ບໍລິສັດ ຊົງຊີງ ຟາງເຕີ ເຊິ່ງໄດ້ເຊັນສັນຍາ ແລະເລີ່ມກໍ່ສ້າງມາແຕ່ທ້າຍປີ 2013. ລາດຊະວົງພລາຊາ ເປັນອາຄານໂຮງແຮມລະດັບ 5 ດາວ, ຫ້ອງການ, , ສູນບຳບັດ, ສູນການຄ້າຄົບວົງຈອນ ແລະອື່ນໆ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ໂດຍມີມູນຄ່າຫຼາຍກວ່າ 99 ລ້ານໂດລາສະຫະລັດ.

ພາຍຫຼັງເຊັນສັນຍາບໍລິສັດດັ່ງກ່າວໄດ້ດຳເນີນການກໍ່ສ້າງ ແລະໄດ້ພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະດ້ານການເງິນ, ນິຕິກຳ ຈຳນວນໜຶ່ງຍັງບໍ່ສອດຄ່ອງ. ສະນັ້ນ, ປີ 2016 ໂຄງການດັ່ງກ່າວໄດ້ໂຈະການກໍ່ສ້າງ ຊົ່ວຄາວຈົນເຖິງປັດຈຸບັນ. ຕໍ່ກັບສະພາບນີ້ ການນຳຂອງກະຊວງປ້ອງກັນປະເທດໄດ້ ໄດ້ແຕ່ງຕັ້ງຄະນະສະເພາະກິດແກ້ໄຂ ແລະຊຸກຍູ້ໂຄງການດັ່ງກ່າວ ເພື່ອຊ່ວຍເຫຼືອຜູ້ປະກອບການລົງທຶນໄດ້ສືບຕໍ່ກໍ່ສ້າງໃຫ້ສໍາເລັດພາຍໃນ 2 ປີ ນັບແຕ່ມື້ລົງລາຍເຊັນສັນຍາເປັນຕົ້ນໄປ.

ການກໍ່ສ້າງຫຼັງຈາກນີ້ຈະໄດ້ແບ່ງເປັນ 2 ໄລຍະຄື: 6 ເດືອນຕໍ່ໜ້າຈະດຳເນີນການກໍ່ສ້າງບັນດາໜ້າວຽກທີ່ຍັງຄ້າງໃຫ້ສໍາເລັດ ແລະສາມາດເປີດບໍລິການໄດ້ໃນປີກາງປີ 2022; ໄລຍະທີ 2: ປີ 2023 ຈະກໍ່ສ້າງໂຄງການລາດຊະວົງ ພລາຊາ ໃຫ້ສໍາເລັດຢ່າງ ສົມບູນ ແລະສາມາດເປີດບໍລິການຮັບໃຊ້ສັງຄົມເຕັມຮູບແບບ

Continue Reading

ທົ່ວໄປ

An introduction to Gambling slot online space arcade establishment Position Games Mathematics

Published

on

By

Blogs

Red-colored, White and you may Blue position on the web was made from the IGT, one of the recommended games slot online space arcade organization global. One of those game try Reddish Light and you can Blue, a server created by IGT. Now, belongings based casinos scarcely could, possibly offer you totally free gaming. (ເພີ່ມເຕີມ…)

Continue Reading

ທົ່ວໄປ

Dragon 50 free spins no deposit hells grannies Temple Video slot

Published

on

By

Blogs

This may change lives ranging from dropping, playing prolonged otherwise scoring immense effects. For everybody admirers from risk have, the new gaming place gives precisely the thing. After each and every successful range, a player becomes a chance to 50 free spins no deposit hells grannies enjoy a risk game in which the made dollars might be multiplied from time to time. (ເພີ່ມເຕີມ…)

Continue Reading

ທົ່ວໄປ

Best British No deposit Incentives November 2023

Published

on

By

Articles

At the Fortune.com Local casino, their membership can get you a hundred more revolves to your Glucose Bonanza Deluxe position. The new spins will be divided into 20 revolves each day, for five months. (ເພີ່ມເຕີມ…)

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້